ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງຄະນະພັກກອງພັນໃຫຍ່ 645 ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI
ເວລາອອກຂ່າວ: 2019-07-04 08:55:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງພັນໃຫຍ່ 645 ໄດ້ຈັດຂຶ້ນຢູ່ທີ່ສະໂມສອນ ຂອງກອງດັ່ງກ່າວໃນວັນທີ 27 ມິຖຸນາ 2019 ນີ້ ແລະ ສຳເລັດລົງ ດ້ວຍໝາກຜົນອັນຈົບງາມ ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ມີກົມຈັດ ຕັ້ງພັກ, ກົມພະນັກງານ, ກົມປ້ອງ ກັນອາກາດ, ຄະນະພັກ-ຄະນະບັນ ຊາກອງພັນໃຫຍ່ 645, ແຂກທີ່ ຖືກເຊີນ ແລະ ຜູ້ແທນສົມບູນຈາກ ບັນດາຮາກຖານພັກເຂົ້າຮ່ວມ ຢ່າງພ້ອມພຽງ. ສະຫາຍ ພັນເອກ ສົມລິດ ສີ ຫາບຸນ ຮອງເລຂາຄະນະພັກ, ຫົວ ໜ້າການທະຫານກອງພັນໃຫຍ່ 645 ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກ, ເຊິ່ງ ໄດ້ຍົກໃຫ້ເຫັນວ່າຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະພັກໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງ, ນຳພາແນວຄິດໃຫ້ພະ ນັກງານ-ສະມາຊິກພັກ ແລະ ນັກຮົບພາຍໃນກົມກອງເປັນສຳ ຄັນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ຕິດພັນກັບຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການສ້າງ ກອງ 3 ປອດ, ກອງວັດທະນະ ທຳ-ນັກຮົບວັດທະນະທຳ, ສຶກ ສາອົບຮົມໃຫ້ພະນັກງານ-ສະ ມາຊິກພັກ ແລະ ນັກຮົບໃນກົມ ກອງຮັບຮູ້ເຊື່ອມຊຶມຕໍ່ແນວທາງ ຂອງພັກໃນແຕ່ລະໄລຍະ, ຫັນ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງເຂົ້າສູ່ວຽກງານຕົວຈິງຂອງກົມກອງໃຫ້ບັນລຸໝາກຜົນຕົວຈິງ. ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ຊີ້ ນຳ-ນຳພາປັບປຸງກໍ່ສ້າງພັກທັງ 4 ດ້ານໃຫ້ໜັກແໜ້ນ, ເຂັ້ມແຂງ ຕາມ 3 ທິດນຳ, 5 ຫຼັກການຂອງ ພັກ. ປັດຈຸບັນກອງພັນໃຫຍ່ 645 ມີ 1 ອົງຄະນະພັກ, ມີ 3 ຄະນະ ພັກຮາກຖານ, ມີ 15 ໜ່ວຍພັກທີ່ ຂຶ້ນກັບ, ມີສະມາຊິກພັກທັງໝົດ 436 ສະຫາຍ, ຍິງ 96 ສະຫາຍ, ໃນນັ້ນມີສະມາຊິກພັກແຂງຮອບ ດ້ານ 272 ສະຫາຍ, ສະມາຊິກ ພັກແຂງ 144 ສະຫາຍ, ກາງ 9 ສະຫາຍ, ຄະນະພັກຮາກຖານ ແຂງ 2 ຄະນະ, ມີໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ 6 ໜ່ວຍ, ໜ່ວຍພັກແຂງ 9 ໜ່ວຍ. ສຳລັບວຽກງານພັກ, ວຽກ ງານພະນັກງານ ແລະ ວຽກງານ ອົງການຈັດຕັ້ງມະຫາຊົນໄດ້ຖື ເປັນວຽກງານໜື່ງທີ່ສຳຄັນໃນ ການປັບປຸງກໍ່ສ້າງພັກ ພະນັກ ງານ ແລະ ສະມາຊິກຊາວໜຸ່ມ-ແມ່ຍິງໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຮູ້, ຄວາມສາ ມາດໃນການເຮັດໜ້າທີ່ການ ເມືອງ ຂອງກົມກອງທີ່ໄດ້ຮັບມອບ ໝາຍ, ເຊິ່ງໃນນັ້ນໄດ້ສົ່ງພະນັກ ງານໄປບຳລຸງ, ກໍ່ສ້າງຢູ່ພາຍໃນ ປະເທດຈຳນວນ 50 ສະຫາຍ, ຍິງ 9 ສະຫາຍ, ໄປຮຽນຢູ່ຕ່າງປະເທດ ຈຳນວນ 4 ສະຫາຍ, ພະນັກງານ ໄດ້ຮັບການເລື່ອນຊັ້ນມີທັງໝົດ 124 ສະຫາຍ, ຍິງ 32 ສະຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 139 ສະຫາຍ, ຍິງ 27 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ 135 ສະຫາຍ, ຍິງ 27 ສະ ຫາຍ. ດ້ານວຽກງານແກ້ໄຂຊີວິດ ການເປັນຢູ່ໄດ້ເອົາໃຈໃສ່ຊີ້ນຳຊຸກ ຍູ້ພະນັກງານນັກຮົບໃນກົມກອງ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມທ່າແຮງບົ່ມ ຊ້ອນຂອງກົມກອງ ແລະ ປັບປຸງ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃຫ້ນັບມື້ດີຂຶ້ນ. ກອງປະຊຸມໃຫຍ່ຄັ້ງນີ້ໄດ້ປ່ອນ ບັດເລືອກຕັ້ງເອົາຄະນະພັກຊຸດ ໃໝ່ ເຊິ່ງມີຜູ້ສະໝັກ 11 ສະຫາຍ, ເລືອກເອົາ 9 ສະຫາຍ. ໃນນັ້ນ ກອງປະຊຸມຄັ້ງປະຖົມມະເລີກໄດ້ ເປັນເອກະສັນເລືອກເອົາສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ ເປັນເລ ຂາຄະນະພັກອີກຄັ້ງໃໝ່, ສະຫາຍ ພັນເອກ ສົມລິດ ສີຫາບຸດ ເປັນ ຮອງເລຂາຄະນະພັກ ແລະ ເລືອກ ເອົາສະຫາຍ ພັນໂທ ພູຄຳ ຄຳ ທອງໃບ ເປັນປະທານກວດກາ, ພ້ອມດຽວກັນນີ້ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຂອງອົງຄະນະພັກຂັ້ນເທິງໄດ້ ຕາມຄາດໝາຍ. ໃນໂອກາດດັ່ງກ່າວນີ້, ສະ ຫາຍ ພົນຕີ ຄຳສີ ວົງຄຳຊາວ ໄດ້ມີຄຳເຫັນໂອ້ລົມຊີ້ນຳຕໍ່ກອງ ປະຊຸມ, ເຊິ່ງກ່ອນອື່ນສະຫາຍໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດຕໍ່ກອງປະຊຸມ ໃຫຍ່ຄັ້ງນີ້ ແລະ ຊົມເຊີຍຜົນງານ ທີ່ຄະນະພັກ ແລະ ພະນັກງານ- ນັກຮົບໃນກົມກອງຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ ຊຸດໃໝ່ຈົ່ງເພີ່ມທະວີຄວາມສາມັກ ຄີພາຍໃນໃຫ້ແໜ້ນແຟ້ນເຮັດວຽກ ເປັນໝູ່ຄະນະ, ປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ສຸມທຸກ ເຫື່ອແຮງສະຕິປັນຍາ, ຄວາມ ຮູ້ຄວາມສາມາດ ແລະ ສ້າງຄວາມ ຕັດສິນໃຈສູ້ຊົນຜ່ານຜ່າບັນຫາ ຫຍຸ້ງຍາກຕ່າງໆເພື່ອປັບປຸງກໍ່ ສ້າງກົມກອງໃຫ້ມີທິດຫັນປ່ຽນທີ່ ຕັ້ງໜ້າ, ສືບຕໍ່ເຊີດຊູມູນເຊື້ອ ຄວາມສາມັກຄີອັນດີງາມລະ ຫວ່າງກອງທັບກັບປະຊາຊົນໃຫ້ ໝັ້ນຄົງຕະຫຼອດໄປພ້ອມກັນນຳ ເອົາເນື້ອໃນຈິດໃຈທິດທາງແຜນ ການຂອງກອງປະຊຸມໃຫຍ່ໃນ ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າ ສູ່ຊີວິດຕົວຈິງຂອງກົມກອງໃຫ້ ເກີດດອກອອກຜົນຕົວຈິງ. ໂດຍ: ສາຍສະໝອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ