ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມກໍ່ສ້າງຮາກຖານ ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ
ເວລາອອກຂ່າວ: 2019-07-04 08:59:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ກົມກໍ່ສ້າງຮາກຖານກົມໃຫຍ່ ການເມືອງກອງທັບໄດ້ຈັດກອງ ປະຊຸມສະຫຼຸບຖອດຖອນບົດຮຽນ ການຊັບຊ້ອນພະນັກງານລົງກໍ່ ສ້າງຮາກຖານການເມືອງໃນໄລ ຍະ 3 ປີ ( 2016-2019) ແລະ ຊັບຊ້ອນໄປປະຈຳຢູ່ແຕ່ລະກົມ ກອງ ເຊິ່ງກອງປະຊຸມຈັດຂຶ້ນຢູ່ ທີ່ສະໂມສອນຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໃນ ວັນທີ 2 ກໍລະກົດ 2019 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່, ຫົວໜ້າກົມກໍ່່ ສ້າງຮາກຖານກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະບັນ ຊາ ແລະ ຜູ້ຕາງໜ້າກົມຈັດຕັ້ງ, ກົມພະນັກງານ, ຫ້ອງການເມືອງ ຕະຫຼອດຮອດພະນັງານທີ່ຈະລົງ ກໍ່ສ້າງຮາກຖານການເມືອງເຂົ້າ ຮ່ວມ. ສະຫາຍ ພັນໂທ ຄໍາບໍ່ ສຸກຂະ ເສີມ ຫົວໜ້າພະແນກກໍ່ສ້າງຮາກ ຖານ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາກົມກໍ່ສ້າງຮາກຖານໄດ້ສົມ ທົບກັບທ້ອງຖິ່ນບ່ອນທີ່ມີສະພາບ ຄວາມຫຍຸ້ງຍາກ, ເຂດພູດອຍຊົນ ເຜົ່າຫ່າງໄກສອກຫຼີກເພື່ອນໍາສົ່ງ ພະນັກງານກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດ, ເປັນ ຕົ້ນແມ່ນຈຸດສຸມບ້ານອ້ອມ ແລະ ຈຸດສຸມບ້ານອ່າວ ເມືອງອານຸວົງ, ບ້ານໜອງພູນໄຊ ເມືອງລ້ອງ ແຈ້ງ ແຂວງໄຊສົມບູນ ແລະ ຈຸດ ສຸມນໍ້າສຽມ ເມືອງຜາໄຊ ແຂວງ ຊຽງຂວາງ ນັບແຕ່ປີ 2016 ເປັນ ຕົ້ນມາ. ຜ່ານການປະຕິບັດໜ້າທີ່ວຽກ ງານຂອງພະນັກງານໃນໄລຍະ ຜ່ານມາສາມາດເຮັດໃຫ້ແນວຄິດ ຂອງປະຊາຊົນຢູ່ໃນທ້ອງຖິ່ນ ແລະ ຂອບເຂດຮັບຜິດຊອບຂອງຕົນມີ ຄວາມສະຫງົບ, ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ, ມະ ຕິຄໍາສັ່ງຂອງຂັ້ນເທິງ, ປະກອບ ສ່ວນເຂົ້າໃນການຊ່ວຍເຫຼືອປະ ຊາຊົນພັດທະນາເສດຖະກິດ-ສັງ ຄົມ ແລະ ພັດທະນາຄອບຄົວຂອງ ປະຊາຊົນຄ່ອຍຫຼຸດພົ້ນອອກຈາກ ຄວາມທຸກຍາກຕາມລະດັບ, ເປັນ ຕົ້ນຊ່ວຍເຫຼືອປະຊາຊົນໃນການ ເພີ່ມພູນຜະລິດຜົນ, ທຳມາຫາ ກິນ, ພັດທະນາຄອບຄົວຢ່າງມີ ຄວາມຜາສຸກ. ຄຽງຄູ່ກັນນັ້ນກໍາ ລັງ ປກຊ-ປກສ ທີ່ລົງກໍ່ສ້າງຮາກ ຖານການເມືອງໄດ້ຮັບການເອົາ ໃຈໃສ່ເຝິກອົບຮົມ ແລະ ປັບປຸງ ທາງດ້ານການເມືອງ ແລະ ການ ຈັດຕັ້ງນັບມື້ນັບດີຂຶ້ນ. ເຮັດໃຫ້ ການດໍາລົງຊີວິດຂອງພໍ່ແມ່ປະ ຊາຊົນບັນດາເຜົ່າໄດ້ຮັບການປັບ ປຸງແກ້ໄຂ, ໂດຍສະເພາະການກໍ່ ສ້າງພື້ນຖານໂຄງລ່າງເສັ້ນທາງ, ໂຮງໝໍ, ໂຮງຮຽນ, ໄຟຟ້າ, ນໍ້າ ບາດານ, ນໍ້າລີນ ແລະ ອື່ນໆ, ໄດ້ ປຸກລະດົມສົ່ງເສີມດ້ານການສຶກ ສາ, ສາທາລະນະສຸກ ແລະ ວັດ ທະນະທໍາ-ສັງຄົມ, ເດັກນ້ອຍໃນ ເກນອາຍຸໄດ້ເຂົ້າຮໍ່າຮຽນກວມ ເອົາອັດຕາສ່ວນ 90% ຂຶ້ນໄປ, ຮັກສາໄດ້ຮີດຄອງປະເພນີອັນ ດີງາມ, ປັບປຸງໜ່ວຍສິລະປະ ວັນນະຄະດີຢູ່ແຕ່ລະຈຸດສຸມ, ແຕ່ ລະບ້ານ, ຮັກສາໄດ້ວຽກງານ 3 ສະອາດ, ຕ້ານພະຍາດລະບາດ, ແມ່ຍິງ ແລະ ເດັກນ້ອຍໄດ້ຮັບ ການສັກຢາ, ຢອດຢາຕາມລະດູ ການ, ລະບົບປະຊາທິປະໄຕ ປະ ຊາຊົນຢູ່ຮາກຖານບ້ານໄດ້ຮັບ ການປັບປຸງ, ໂດຍສະເພາະແມ່ນ 5 ໜ່ວຍງານຂອງບ້ານແມ່ນໄດ້ ຮັບການບໍາລຸງທາງດ້ານທິດສະ ດີ, ພາລະບົດບາດ, ສິດໜ້າທີ່ ແລະ ພາກປະຕິບັດຕົວຈິງ, ອໍາ ນາດການປົກຄອງທ້ອງຖິ່ນກໍໄດ້ຮຽນຮູ້ການເຮັດໜ້າທີ່ວຽກງານຢູ່ຮາກຖານ, ຮຽນຮູ້ວິທີການດໍາລົງຊີວິດຂອງປະຊາຊົນຢູ່ຊົນນະບົດ, ຮັກສາໄດ້ຄວາມສາມັກຄີ, ຮິດຄອງປະເພນີອັນດີງາມຂອງ ປະຊາຊົນບັນດາເຜົ່າ, ສະແດງ ອອກບໍ່ມີພະນັກງານຜູ້ໃດຖືກລະ ບຽບວິໄນຢູ່ທ້ອງຖິ່ນ. ນອກນັ້ນໃນວາລະກອງປະຊຸມ ຍັງໄດ້ປະກາດເລື່ອນຊັ້ນຈາກຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ໃຫ້ພະ ນັກງານທີ່ສໍາເລັດໜ້າທີ່ລົງກໍ່ສ້າງ ຮາກຖານການເມືອງທັງໝົດ ຈຳ ນວນ 25 ສະຫາຍ, ພ້ອມທັງຊັບ ຊ້ອນໄປປະກອບໃຫ້ແຕ່ລະກົມ ກອງກຳລັງຫຼວງ ແລະ ກຳລັງ ທ້ອງຖິ່ນຕ່າງໆຢ່າງເໝາະສົມ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບົວໄລ ພົມມະວົງ ກໍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ພະນັກງານກໍ່ສ້າງຮາກ ຖານຍາດມາໄດ້ ແລະ ຍົກໃຫ້ ເຫັນຄວາມໝາຍ, ຄວາມສຳຄັນ ຂອງວຽກງານລົງກໍ່ສ້າງຮາກ ຖານ, ເປັນຕົ້ນແມ່ນວຽກງານ ການປັບປຸງທາງດ້ານແນວຄິດ, ທາງດ້ານເສດຖະກິດ-ສັງຄົມ ຕິດພັນກັບວຽກງານ 3 ສ້າງ ແລະ 4 ພາລະບົດບາດຂອງພະ ນັກງານກໍ່ສ້າງຮາກຖານ. ພ້ອມ ນັ້ນ, ກໍເນັ້ນໜັກໃຫ້ພະນັກງານກໍ່ສ້າງຮາກຖານການເມືອງຈົ່ງ ພ້ອມກັນສືບຕໍ່ເຝິກຝົນຫຼໍ່ຫຼອມ ຕົນເອງຍົກສູງຄວາມຮູ້ຄວາມສາ ມາດ, ຄຸນສົມບັດ, ສິນທຳປະຕິວັດ, ຈົງຮັກພັກດີປະເທດຊາດ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ, ເຂັ້ມ ງວດຕໍ່ລະບຽບກົດໝາຍຂອງລັດ, ພ້ອມກັນເຮັດໜ້າທີ່ການເມືອງ ຂອງຕົນ, ພັດທະນາທ້ອງຖິ່ນ ແລະ ສ້າງກົມກອງຂອງຕົນໃຫ້ມີ ຄວາມສະຫງົບປອດໄພ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ