ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງຫົວໜ້າກົມເຄມີສາດ ແລະ ຫົວໜ້າກົມການທະຫານທ້ອງຖິ່ນ
ເວລາອອກຂ່າວ: 2019-07-04 09:05:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ໃນວັນທີ 2 ກໍລະກົດ 2019 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຫົວໜ້າກົມເຄມີສາດ ແລະ ຫົວ ໜ້າກົມການທະຫານທ້ອງຖິ່ນ, ໂດຍການເປັນກຽດເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ພູມີ ດາ ລາເພັດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີ ບັນດາຫົວໜ້າກົມ, ຮອງກົມ, ຫ້ອງ ການ, ພະແນກ ແລະ ຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພູມີ ດາ ລາເພັດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງບັນດາຫົວໜ້າກົມທີ່ຂຶ້ນ ກັບກົມໃຫຍ່ເສນາທິການກອງ ທັບ, ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່) ໃນພາກທີ II ໝວດທີ IV ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງຕາມການຄົ້ນ ຄວ້າເຫັນດີເປັນເອກະພາບຂອງ ກອງປະຊຸມຄະນະປະຈຳພັກກະ ຊວງປ້ອງກັນປະເທດຄັ້ງວັນທີ 5 ມີນາ 2019. ກະຊວງປ້ອງກັນປະ ເທດຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ທຽມ ຫອມຊະນະ ເປັນ ຫົວໜ້າ ກົມເຄມີສາດ, ສະຫາຍ ພັນເອກ ຄຳສະເຫວີຍ ສິນທະນູໄຊ ເປັນຫົວໜ້າກົມການທະຫານ ທ້ອງຖິ່ນ, ທັງນີ້ກໍເພື່ອປະຕິບັດທິດ ທາງກ່ຽວກັບການປັບປຸງບູລະ ນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດ ໃຫ້ເຂັ້ມແຂງໜັກແໜ້ນໃນຮອບ ດ້ານເພື່ອເຮັດສຳເລັດໜ້າທີ່ປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດໃຫ້ເຂັ້ມແຂງກ້າວຂຶ້ນ ທັນສະໄໝ. ໂອກາດນີ້ ສະຫາຍ ພົນໂທ ສຸ ວອນ ເລືອງບຸນມີ ໄດ້ໃຫ້ກຽດໂອ້ ລົມ ແລະ ໃຫ້ທິດຊີ້ນຳກ່ຽວກັບ ການປັບປຸງບູລະນະການຈັດຕັ້ງ ໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ ບັນດາສະຫາຍຜູ້ທີ່ຖືກແຕ່ງຕັ້ງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ອັນໜັກໜ່ວງ, ສືບຕໍ່ເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະ ນັກງານທີ່ດີ, ມີຄຸນທາດການ ເມືອງໜັກແໜ້ນ, ມີທັດສະນະຫຼັກ ໝັ້ນຊົນຊັ້ນແໜ້ນແກ່ນ, ມີຄວາມຊື່ ສັດບໍລິສຸດ, ມີສະຕິເຄົາລົບນັບຖື ລະບຽບວິໄນກອງທັບ, ມີແບບ ແຜນທັດສະນະມະຫາຊົນຖືກ ຕ້ອງ, ເອົາໃຈໃສ່ໃນການກໍ່ສ້າງ ເຝິກຝົນຫຼໍ່ຫຼອມ ແລະ ປັບປຸງກຳ ລັງໃຫ້ເຂັ້ມແຂງ, ໜັກແໜ້ນແທດ ເໝາະກັບສະພາບຄວາມເປັນຈິງ ຂອງໜ້າທີ່ການເມືອງໃນໄລຍະ ໃໝ່, ໂດຍສະເພາະແມ່ນຜູ້ທີ່ຖືກ ແຕ່ງຕັ້ງໃໝ່ຈົ່ງສືບຕໍ່ຍົກສູງ ບົດບາດຄວາມຮັບຜິດຊອບຂອງ ຕົນ, ສ້າງຄວາມສາມັກຄີເປັນປຶກ ແຜ່ນຢູ່ພາຍໃນ, ຍຶດຖືຕາມຫຼັກ ການລວມສູນປະຊາທິປະໄຕ, ເຮັດ ວຽກເປັນໝູ່ຄະນະ, ແບ່ງຄວາມ ຮັບຜິດຊອບໃຫ້ບຸກຄົນ, ເປັນເຈົ້າ ການຊີ້ນຳ-ນຳພາສຶກສາອົບຮົມ ການເມືອງ, ນຳພາແນວຄິດໃຫ້ ພະນັກງານ-ນັກຮົບໃນກົມຂອງ ຕົນມີແນວຄິດໜັກແໜ້ນ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກຢ່າງ ເລິກເຊິ່ງ, ເພີ່ມທະວີການນຳພາ ຂອງພັກເຂົ້າໃນການປັບປຸງກໍ່ ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ, ຕໍ່ກອງທັບ, ຕໍ່ປະເທດຊາດ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ