ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງ ຜູ້ອຳນວຍການຫົວໜ່ວຍທຸລະກິດ ທີ່ຂຶ້ນກັບລັດວິສາຫະກິດ ລາວເດີນອາກາດ ແລະ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2019-07-05 08:26:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ວັນທີ 4 ກໍລະກົດ 2019 ນີ້, ທີ່ ສະໂມສອນຫ້ອງວ່າການກະຊວງ ປ້ອງກັນປະເທດ, ໄດ້ມີພິທີປະກາດ ການແຕ່ງຕັ້ງບັນດາຜູ້ອຳນວຍ ການຫົວໜ່ວຍທຸລະກິດທີ່ຂຶ້ນກັບ ລັດວິສາຫະກິດ ລາວເດີນອາກາດ ແລະ ຮອງກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະ ເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກຳມະການປະຈໍາພັກກະຊວງ ປ້ອງກັນປະເທດ, ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະ ເທດ, ມີບັນດາຫົວໜ້າກົມ-ຮອງ ກົມທີ່ມາຈາກກົມພົວພັນຕ່າງ ປະເທດ, ກົມກົດໝາຍ, ກົມເສດ ຖະກິດ, ກົມຮັກສາສຸຂະພາບ ສູນກາງ, ຫ້ອງການເມືອງ, ຫ້ອງ ການບໍລິຫານ, ພະນັກງານບໍລິສັດ ວິສາຫະກິດລາວເດີນອາກາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ໃນພິທີ ສະຫາຍ ພັນເອກ ອິນໂທ ທໍາມະນີລາ ຮອງຫົວໜ້າຫ້ອງ ການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບັນດາຜູ້ອໍານວຍການຂອງຫົວໜ່ວຍທຸລະກິດທີ່ຂຶ້ນກັບບໍລິສັດລັດວິສາຫະກິດ ລາວເດີນອາກາດ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າ ກົມຄົ້ນຄວ້າສັງລວມຫ້ອງວ່າ ການກະຊວງປ້ອງກັນປະເທດ. ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງສະຫາຍ ພັນໂທ ບົວຈັນ ສູນນະລາດ ເປັນຜູ້ອໍານວຍການ ບໍລິຫານທົ່ວໄປ, ສະຫາຍ ພັນໂທ ປັນທະວີ ສີສົງຄາມ ເປັນຜູ້ອໍາ ນວຍການການຄ້າ, ສະຫາຍ ພັນ ໂທ ອ່ອນຕາ ພົມປັນຍາ ເປັນຜູ້ ອໍານວຍການອຸດສາຫະກໍາການ ບິນລາວສະກາຍເວ, ສະຫາຍ ພັນໂທ ພິລາວົງ ມະໂນລາ ເປັນ ຜູ້ອໍານວຍການໂຮງແຮມລາວສະ ກາຍເວ ແລະ ສະຫາຍ ພັນໂທ ສະເຫຼີມ ຄໍາແພງວົງ ເປັນຜູ້ອໍາ ນວຍການບໍລິສັດທ່ອງທ່ຽວລາວ ສະກາຍເວ. ກະຊວງປ້ອງກັນປະ ເທດຕົກລົງແຕ່ງຕັ້ງ ສະຫາຍ ພັນ ໂທ ໄຊຍະສອນ ແກ້ວໂຍທີ ເປັນ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນ ປະເທດ. ໂອກາດນີ້ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກໍໄດ້ໃຫ້ກຽດໂອ້ລົມ ໃຫ້ຄຳຊີ້ທິດເຍືອງທາງຕໍ່ກັບພະ ນັກງານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງ ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ ວຽກງານຂອງຕົນໃຫ້ສົມກັບ ຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນ ເທິງ ແລະ ຈົ່ງມຸ່ງໝັ້ນປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ພ້ອມດຽວກັນນັ້ນກໍ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດ ຊອບຂອງຕົນໃຫ້ສູງຂຶ້ນຕື່ມ, ເຮັດ ວຽກແຕ່ລະຢ່າງຕ້ອງມີການປະ ເມີນຜົນແລ້ວເອົາມາພິຈາລະນາ ຄືນຊອກຫາຂໍ້ບົກຜ່ອງ ເພື່ອນໍາໄປ ປັບປຸງໃຫ້ດີຂຶ້ນກວ່າເກົ່າ, ເປັນ ເຈົ້າການເຕົ້າໂຮມຄວາມສາມັກ ຄີເປັນປຶກແຜ່ນເຮັດວຽກເປັນໝູ່ ຄະນະ, ມອບໝາຍໃຫ້ບຸກຄົນຮັບ ຜິດຊອບເປັນຢ່າງດີ, ຕັ້ງໜ້າປັບ ປຸງຕົນເອງ, ປັບປຸງກົມກອງບໍລິສັດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ