ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເມືອງ ວຽງຄຳ ກຳລັງຂຸ້ນຂ້ຽວສະກັດກັ້ນການລະບາດຂອງບົ້ງ ແລະ ຕັກແຕນທຳລາຍຜົນລະປູກຂອງປະຊາຊົນ
ເວລາອອກຂ່າວ: 2019-07-05 08:29:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ຕາມແຫຼ່ງຂໍ້ມູນຂ່າວສານຂອງ ເມືອງວຽງຄໍາ ແຂວງຫຼວງພະ ບາງ ໄດ້ລາຍງານເມື່ອທ້າຍ ເດືອນ ມິຖຸນາ 2019 ນີ້ວ່າ: ປັດຈຸ ບັນອົງການປົກຄອງ ເມືອງວຽງ ຄຳ ໂດຍສະເພາະກໍແມ່ນຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລົງເກັບກໍາສະພາບການ, ໃນ ການຊຸກຍູ້ປູກພືດລະດູຝົນຂອງ ປະຊາຊົນ ຕິດພັນກັບການເຝົ້າລະ ວັງ, ຄວບຄຸມໄພພິບັດ ແລະ ສະກັດ ກັ້ນການແຜ່ລະບາດຂອງສັດຕູ ພືດ, ໃນນັ້ນໄດ້ເຄື່ອນໄຫວຕິດພັນ ກັບປະຊາຊົນ ເພື່ອຄວບຄຸມ ແລະ ສະກັດກັ້ນຕັກແຕນ ແລະ ແມງບົ້ງ ລະບາດໃນໄລຍະລະດູຝົນປີ 2019 ນີ້, ຜ່ານການລົງເກັບກໍາ ຕົວຈິງໃນ 42 ບ້ານ, ມີເນື້ອທີ່ທັງ ໝົດ 5.512 ເຮັກຕາ, 2.725 ຄອບ ຄົວ, ໃນນີ້ໄດ້ຮັບຜົນເສຍຫາຍ 25 ບ້ານ,1.270 ຄອບຄົວ, ເນື້ອ ທີ່ໄດ້ຮັບຜົນກະທົບ 2.916 ເຮັກຕາ, ໃນນັ້ນເສຍຫາຍຫຼາຍກວ່າໝູ່ແມ່ນເຂົ້າໄຮ່, ແນວພັນ ສາລີ 145,82 ໂຕນ, ແນວພັນ ແກ່ນຫຍ້າ 22,65 ໂຕນ. ເປັນ ຕົ້ນແມ່ນບ້ານຫ້ວຍໄກ້, ພູກາງ, ພູ ຜັກແພວ, ນາກາງ, ວັງບົງ, ລ້ອງ ຫຍ້າ, ຫ້ວຍຊ່ວງໂພນງາມ ແລະ ບ້ານອື່ນຕື່ມອີກ. ສໍາລັບການລະບາດຂອງຕັກ ແຕນຝຸງ (ຊື່ພື້ນບ້ານເອີ້ນຕັກ ແຕນຂີ) ໄດ້ສໍາຫຼວດ 32 ບ້ານ, 79 ຈຸດ, ກວມພື້ນທີ່ປະມານ 1.211 ເຮັກຕາ,ໃນນັ້ນຢູ່ເຂດຜະລິດຂອງປະຊາຊົນ 21 ຈຸດ, ເນື້ອທີ່ 306 ເຮັກຕາ,ປ່າທໍາມະຊາດ 31 ຈຸດ, ເນື້ອທີ່ 583 ເຮັກຕາ, ເຂດສັດ ລ້ຽງຂອງປະຊາຊົນ 27 ຈຸດ, ເນື້ອທີ່ 322 ເຮັກຕາ,ໄດ້ຮັບຜົນ ກະທົບ 19 ບ້ານ, 57 ຄອບຄົວ, ພົນ ລະເມືອງ 275 ຄົນ, ຍິງ 108 ຄົນ, ເນື້ອທີ່ຜົນກະທົບ 114 ເຮັກຕາ, ເນື້ອທີ່ເສຍຫາຍ 5 ເຮັກຕາ. ດັ່ງ ນັ້ນທາງຫ້ອງການກະສິກໍາ ແລະ ປ່າໄມ້ ກໍໄດ້ສົມທົບອົງການຈັດ ຕັ້ງບ້ານປຸກລະດົມປະຊາຊົນເປັນ ຂະບວນ ເພື່ອປາບຕັກແຕນ 3 ຄັ້ງ, ເຊິ່ງມີຜູ້ເຂົ້າຮ່ວມ 138 ເທື່ອ ຄົນ, ຍິງ 58 ຄົນ, ໂດຍໃຊ້ ແກັດຈູດ, ໃນໄລຍະຕັກແຕນເປັນ ໂຕອ່ອນ, ໃຊ້ຟົດໄມ້ຟາດ-ທັບຕີ, ໃຊ້ມຸ້ງກວດ ແລະ ໃຊ້ຢາຊີດບາງ ຈຸດ ເນື້ອທີ່ 5,4 ເຮັກຕາ, ເດັ່ນ ກວ່ານັ້ນແມ່ນຂະ ບວນຂອງຄູ-ອານຈານ ແລະ ນັກຮຽນ ມສ ສາມສຸມ ແລະ ປະຊາຊົນບ້ານ ພູກາງ. ສໍາລັບການລະບາດຂອງແມງ ບົ້ງແມ່ນເລີ່ມແຕ່ວັນທີ 24 ມິຖຸ ນາ 2019 ເປັນຕົ້ນມາ ເຊິ່ງມີທ່າ ອ່ຽງເພີ່ມຂຶ້ນ ແລະ ມີລັກສະນະ ຮຸນແຮງ, ຈາກການສັງລວມຂໍ້ ມູນເບື້ອງຕົ້ນມີ 5 ບ້ານໄດ້ຮັບຜົນ ກະທົບ, 69 ຄອບຄົວ, 345 ຄົນ, ຍິງ 117 ຄົນ, ພືດໄດ້ຮັບຜົນກະ ທົບ 138 ເຮັກຕາ, ເສຍຫາຍ 55,5 ເຮັກຕາ.ມາຮອດວັນທີ 28 ມິຖຸນາ 2019, ມີ 15 ບ້ານ, 216 ຄອບ ຄົວ, 1.075 ຄົນ, ຍິງ 487 ຄົນ, ເນື້ອທີ່ໄດ້ຮັບຜົນກະທົບ 496,8 ເຮັກຕາ, ເສຍຫາຍ 129,6 ເຮັກ ຕາ, ຜົນເສຍຫາຍສ່ວນຫຼາຍແມ່ນ ເຂົ້າໄຮ່. ສະນັ້ນທາງອົງການປົກຄອງ ເມືອງໂດຍສະເພາະແມ່ນຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ວຽງຄໍາ ໄດ້ສົມທົບກັບຄະນະກໍາ ມະການຄວບຄຸມໄພພິບັດຂັ້ນ ເມືອງ ແລະ ແຕ່ງຕັ້ງທີມງານວິ ຊາການສົມທົບອົງການຈັດຕັ້ງ ບ້ານແຕ່ລະບ້ານ ແລະ ປະຊາຊົນ ສຸມໃສ່ລະດົມໃຫ້ເປັນຂະບວນ ປາບປາມຢ່າງກ້ວາງຂວາງ ເພື່ອ ສະກັດກັ້ນການລະບາດຂອງຕັກ ແຕນ ແລະ ແມງບົ້ງດັ່ງກ່າວ ແລະ ລະດົມຜູ້ທີ່ມີເງື່ອນໄຂ, ຢູ່ໃກ້ແຫຼ່ງ ນໍ້າ ໂດຍໃຊ້ນໍ້າຫົດຜົນລະປູກຂອງ ຕົນ ເພື່ອບໍ່ໃຫ້ຫ່ຽວແຫ້ງ ແລະ ເສຍ ຫາຍ ໂດຍສະເພາະແມ່ນພື້ນທີ່ປູກ ຕົ້ນໄມ້ອຸດສາຫະກໍາ ແລະ ໄມ້ໃຫ້ ໝາກປະມານ 17 ເຮັກຕາ, ສ່ວນ ພື້ນທີ່ມີການກະທົບໄພແຫ້ງແລ້ງ ແລະ ການລະບາດຂອງຕັກແຕນ, ກໍໄດ້ແກ້ໄຂໂດຍການແນະນໍາຊຸກ ຍູ້ໃຫ້ປະຊາຊົນປູກຫຍ້າອາຫານ ສັດ, ໝາກແໜ່ງ, ໝາກງາ ແລະ ພືດຊະນິດອື່ນໆຕາມເງື່ອນໄຂ ຂອງຄອບຄົວ ເພື່ອສ້ອມແຊມທົດ ແທນເນື້ອທີ່ເປົ່າວ່າງທີ່ໄດ້ຮັບຜົນ ເສຍຫາຍ ໃນແຕ່ລະບ້ານມີທັງໝົດ 635 ຄອບຄົວ, ເນື້ອທີ່ 1.130 ເຮັກ ຕາ. ຕໍ່ກັບຜົນກະທົບຈາກໄພແຫ້ງ ແລ້ງ ແລະ ການແຜ່ລະບາດຂອງ ແມງ ໄມ້ດັ່ງກ່າວທາງອົງການປົກ ຄອງເມືອງ ກໍໄດ້ຊຸກຍູ້ໃຫ້ປະຊາ ຊົນແກ້ໄຂ ໂດຍແນະນໍາໃຫ້ປະຊາ ຊົນປູກພືດທົດແທນໃນພື້ນທີ່ມີ ການລະບາດຈໍານວນໜຶ່ງເຊັ່ນ: ປູກໝາກງາ 2 ຄອບຄົວ, ເນື້ອທີ່ 6 ເຮັກຕາ, ປູກສາລີ 5 ຄອບຄົວ, ເນື້ອທີ່ 10 ເຮັກຕາ, ໝາກເດືອຍ 6 ຄອບຄົວ, ເນື້ອທີ່ 10 ເຮັກຕາ, ຖົ່ວດິນ 3 ຄອບຄົວ,ເນື້ອທີ່ 3 ເຮັກ ຕາ,ມັນຕົ້ນ 2 ຄອບຄົວ, ເນື້ອທີ່ 6 ເຮັກຕາ,ພືດຜັກ 2 ຄອບຄົວ 0,5 ເຮັກຕາ, ພືດຊະນິດອື່ນໆ 7 ຄອບ ຄົວ 7,5 ເຮັກຕາ, ສະໜອງແນວ ພັນເຂົ້ານາ, ຈາກກອງທຶນເຂົ້າພະ ແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ປະຊາຊົນໃນບ້ານທີ່ມີນາ ຈໍາ ນວນ 500 ກິໂລຕື່ມອີກ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຢູ່ ເມືອງຄຳ, ເມືອງໜອງແຮດ ແລະ ເມືອງພູກູດ ແຂວງຊຽງຂວາງ ມີບົ້ງຝູງສາລີລະບາດຢ່າງໜັກ ເຮັດໃຫ້ການປູກສາລີປີນີ້ໄດ້ຮັບ ຄວາມເສຍຫາຍຫຼາຍສົມຄວນ ເປັນຕົ້ນແມ່ນຢູ່ເມືອງຄຳ, ເມືອງ ໜອງແຮດ ແລະ ເມືອງພູກູດການ ລະບາດຂອງບົ້ງຝູງສາລີຢູ່ 3 ເມືອງດັ່ງກ່າວໄດ້ເຮັດໃຫ້ໄຮ່ສາລີ ຂອງປະຊາຊົນຖືກທຳລາຍເປັນ ບໍລິເວນກວ້າງບັນດາເມືອງ ອື່ນໆຂອງ ແຂວງຊຽງຂວາງກໍ ລະບາດເຊັ່ນກັນແຕ່ຍັງບໍ່ທັນ ກວ້າງຂວາງ ສ່ວນລາຍລະອຽດ ຜົນເສຍຫາຍ ພາກສ່ວນທີ່ກ່ຽວ ຂ້ອງກຳລັງເກັບກຳຂໍ້ມູນການ ລົງກວດກາຄັ້ງນີ້ວິຊາການພະ ແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ເມືອງ ກໍໄດ້ອະທິບາຍຜົນ ຮ້າຍຂອງບົ້ງຝູງສາລີ, ວົງຈອນ ຊີວິດແນະນຳສາທິດການສິດຢາ ຂ້າບົ້ງ ໃຫ້ກັບພໍ່ແມ່ປະຊາຊົນຢູ່3 ເມືອງດັ່ງກ່າວ ພ້ອມທັງມອບອຸ ປະກອນສີດຢາຂ້າບົ້ງໃຫ້ບ້ານ ແລະ ຢາຂ້າບົ້ງໃຫ້ຄອບຄົວທຸກ ຍາກອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ