ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນຮົບປົດປ່ອຍ ສາລາພູຄູນ ກາສີວັງວຽງ
ເວລາອອກຂ່າວ: 2018-11-20 09:30:29 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ ) ເວລາ 16 ໂມງວັນທີ 20 ກຸມ ພາ 1973 ສັດຕູໃຊ້ກຳລັງ 1 ກອງຮ້ອຍຂອງກອງພັນ ຈົງອາງ ຄຳ ທີ່ຫາກໍເຝິກອົບຮົມວິຊາສູ້ ຮົບມາໂຢດພົນດ້ວຍຍົນສີນຸກ ຈຳນວນ 4 ລຳ ຂົນກຳລັງ 8 ຖ້ຽວ ດ້ວຍການຄຸ້ມກັນຂອງຍົນ ເຕ 28, ເມື່ອໂຢດພົນບໍ່ພໍເທົ່າໃດກໍ ຖືກອ້າຍນ້ອງປ້ອງກັນພະລາທິ ການ ແລະ ກອງຫຼອນກຳລັງ ທ້ອງຖິ່ນດັບສູນ ຍ້ອນກຳລັງຂອງ ສັດຕູມີຫຼາຍເທົ່າ ສະນັ້ນ, ດ້ານຮົບ ຈຶ່ງສັ່ງໃຫ້ກອງພັນ 15 ຢູ່ກິ່ວລັນ, ກອງພັນ 46 ຢູ່ພູຢາງເຂົ້າມາສົມ ທົບກັບກຳລັງໄຟ 769 ແລະ ລົດ ຕັງ 4 ຄັນ ຕ່າວໂຈມຕີໃນເວລາ 5 ໂມງເຊົ້າວັນທີ 21 ກຸມພາ 1973 ພວກເຮົາໃຊ້ກຳລັງໄຟຍິງຄອບ ງວຳຈຸດເຕົ້າໂຮມຂອງສັດຕູ ພວກ ເຂົາບໍ່ສາມາດຢູ່ໄດ້ຈຳຕ້ອງປົບ ແລ່ນອອກມາເຕົ້າໂຮມຢູ່ຫ້ວຍນໍ້າ ຟືດ ກອງພັນ 15 ບຸກຕີໃນເວລາ ທີ່ພວກເຂົາຫາກໍມາເຕົ້າໂຮມ ບັງ ຄັບພວກເຂົາຕ້ອງແຕກທະລຸພຸ ພ່າຍໄປທິດນໍ້າຮ້າງແຕ່ກໍຖືກວົງ ສະກັດຂອງກອງພັນ 46 ພວກ ເຮົາດັບສູນສັດຕູຕາຍຄາທີ່ 23 ຄົນ ການສູ້ຮົບເປັນເວລາ 6 ຊົ່ວ ໂມງ, ພວກເຮົາສາມາດດັບສູນ ສັດຕູໄດ້ 54 ຄົນ, ບາດເຈັບ 15 ຄົນ, ຈັບໄດ້ 14 ຄົນ, ທຳ ລາຍປືນກົນໃຫຍ່ 6 ກະບອກ, ປືນ ໃຫຍ່ 70 ກະບອກ. 12 ໂມງ ວັນທີ 21​ ກຸມພາ 1973 ສັນຍາຢຸດຍິງເລີ່ມມີຜົນ ບັງຄັບໃຊ້ກ່ອນໜ້ານີ້ 4 ຊົ່ວໂມງ ພວກສັດຕູພະຍາຍາມລອດເລິກ ເຂົ້າຕາມຊ່ອງຫວ່າງຕ່າງໆເພື່ອ ປັກຫຼັກໝາຍຢູ່ຂອບເຂດພູວຽງ, ຈອມຖົ່ວ ແຕ່ກໍຖືກອ້າຍນ້ອງເຮົາ ປົດເຂ່ຍອອກໄປ. ເວລາໃກ້ຈະຢຸດ ຮົບພວກເຮົາຮັກສາໄດ້ຂະໜານ ແຕ່ພູທາດ, ພູວຽງ ຈົນຮອດເມືອງ ສຸ້ຍ ສະນັ້ນ, ເມື່ອຮອດເວລາຢຸດ ຮົບເຂດປັກຫຼັກໝາຍກຳນົດເອົາ ພູສູງ. ສະຫຼຸບລວມຜ່ານການສູ້ຮົບ ສາມາດປັດເຂ່ຍສັດຕູອອກຈາກ ວົງສູ້ຮົບ 409 ຄົນ, ຂ້າຕາຍ 232 ຄົນ, ບາດເຈັບ 40 ຄົນ,​ຈັບໄດ້ 67 ຄົນ, ທຳລາຍລົດຫຸ້ມເກາະ 3 ຄັນ, ລົດຂົນສົ່ງ 4 ຄັນ, ປືນໃຫຍ່ 3 ກະບອກ, ເດກາ 75 ມມ 8 ກະ ບອກ, ປືນຄົກ 106,7 ເທົ່າ 3 ກະ ບອກ, ປືນກົນໜັກ 10 ກະບອກ, ຍຶດປືນລາບ 200 ກວ່າກະບອກ, ຈັກສື່ສານ 10 ເຄື່ອງ ແລະ ວັດຖຸ ສິ່ງຂອງຈຳນວນຫຼວງຫຼາຍ. ຕະຫຼອດໄລຍະແຫ່ງການປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດ ເພື່ອຈາລຶກຄຸນງາມ ຄວາມດີຂອງພະນັກງານ-ນັກຮົບ ທີ່ໄດ້ເສຍສະຫຼະຊີວິດໃນພາລະ ກິດຕໍ່ສູ້ປົດປ່ອຍຊາດຢູ່ສະໜາມ ຮົບສາລາພູຄູນ ສະນັ້ນ, ພັກ-ລັດ ຖະບານ ກໍຄືກະຊວງປ້ອງກັນປະ ເທດຈຶ່ງໄດ້ຕົກລົງເຫັນດີເປັນເອ ກະພາບສ້າງອານຸສາວະລີນັກ ຮົບນິລະນາມຢູ່ບໍລິເວນສາມແຍກ ສາລາພູຄູນຂຶ້ນ (ລວມມູນຄ່າທັງ ໝົດ 3 ຕື້ 62 ລ້ານກວ່າກີບ ເລີ່ມ ລົງມືກໍ່ສ້າງວັນທີ 2 ພຶດສະພາ 2007 ສ້າງສຳເລັດວັນທີ 15 ມີ ນາ 2008 ເປີດນຳໃຊ້ໃນວັນທີ 22 ມີນາ 2008 ເປັນຕົ້ນມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ