ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄລຍະແຕ່ປີ 2011-2020 ລັດຖະບານນີວຊີແລນ ຈະຊ່ວຍເຫຼືອແຂວງຊຽງຂວາງເປັນຈຳນວນຫຼາຍ
ເວລາອອກຂ່າວ: 2018-11-20 09:34:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 399297370 | ຄວາມນິຍົມ:



ທ່ານ ທາຮາ ແມັກຟໍຊັນ ເອກອັກຄະລັດຖະທູດນີວຊີແລນ ປະຈຳ ສປປ ລາວ ພ້ອມດ້ວຍຄະ ນະໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງ ຂວາງ ພ້ອມດ້ວຍຄະນະໃນຕອນ ຄໍ່າວັນທີ 13 ພະຈິກ 2018 ຢູ່ທີ່ ໂຮງແຮມອານຸລັກແຄນລາວ. ໃນໂອກາດນີ້,ເອກອັກຄະລັດຖະ ທູດ ນີວຊີແລນ ປະຈຳ ສປປ ລາວ ກໍໄດ້ລາຍງານຈຸດປະສົງທີ່ມາ ຢ້ຽມຢາມແຂວງຊຽງຂວາງ, ເພື່ອຕິດຕາມໂຄງການຕ່າງໆທີ່ ກຳລັງຈັດຕັ້ງປະຕິບັດ ທີ່ໄດ້ຮັບ ການຊ່ວຍເຫຼືອຈາກລັດຖະບານ ນີວຊີແລນ, ອີກຢ່າງໜຶ່ງກໍເພື່ອ ລາຍງານໂຕທີ່ໄດ້ມາຮັບໜ້າທີ່ ເປັນເອກອັກຄະລັດຖະທູດນີວຊີ ແລນປະຈຳ ສປປ ລາວ ເພື່ອຂະ ຫຍາຍການຮ່ວມມື, ຊ່ວຍເຫຼືອ ຊຸກຍູ້ການລົງທຶນຈາກຕ່າງປະ ເທດເຂົ້າມາລົງທຶນຢູ່ແຂວງຊຽງ ຂວາງໃຫ້ຫຼາຍຂຶ້ນ. ເຈົ້າແຂວງໆຊຽງຂວາງໄດ້ສະ ແດງຄວາມດີໃຈ ແລະ ຂອບໃຈ ມາຍັງປະຊາຊົນກໍຄືລັດຖະ ບານນີວຊີແລນ ໄດ້ໃຫ້ການ ຊ່ວຍເຫຼືອແຂວງຊຽງຂວາງ ເຊິ່ງໄລຍະປີ 2011-2020 ໄດ້ໃຫ້ທຶນຊ່ວຍເຫຼືອຂົງເຂດ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະໜັບສະໜູນ ກິດຈະກຳສົ່ງເສີມການທ່ອງ ທ່ຽວຈຳນວນ 1.236.817 ໂດ ລາສະຫະລັດ, ຂົງເຂດເກັບກູ້ລະ ເບີດ ໃຫ້ອົງການເກັບກູ້ລະເບີດ ແຫ່ງຊາດຢູໂຊລາວ (UXO LAO) ມູນຄ່າ 10.540.472 ໂດລາສະຫະລັດ, ຂົງເຂດກະ ສິກຳ ແລະ ປ່າໄມ້ ໂຄງການ ຄວບຄຸມພະຍາດປາກເປື່ອຍລົງ ເລັບຂອງສັດລ້ຽງຈຳນວນ 596.125 ໂດລາສະຫະລັດ, ເຊິ່ງແຕ່ລະຂົງເຂດທີ່ລັດຖະບານ ນີວຊີແລນຊ່ວຍເຫຼືອລ້ວນແຕ່ມີ ຄວາມຈຳເປັນຫຼາຍຖືກກັບເປົ້າ ໝາຍຂອງແຂວງວາງອອກ ໂດຍສະເພາະຕົວຊີ້ວັດຄາດ ໝາຍສະຫະສະວັດການພັດທະ ນາໜຶ່ງໃນນັ້ນແຂວງຊຽງຂວາງ ຍັງປະຕິບັດບໍ່ທັນສຳເລັດແມ່ນ ຍັງມີລະເບີດຕົກຄ້າງຕາມພື້ນທີ່ ຕ່າງໆ, ການທ່ອງທ່ຽວແຂວງ ໄດ້ກຳນົດໃຫ້ເປັນບູລິມາສິດທີ່ ສອງຂອງແຂວງ ແລະ ການ ລ້ຽງສັດໃຫຍ່ເປັນບູລິມາສິດທີ ໜຶ່ງໃນການພັດທະນາແຂວງ ໄດ້ສຸມໃສ່ການແກ້ໄຂຄວາມທຸກ ຍາກ ໂດຍການລ້ຽງສັດໃຫຍ່ ເປັນສິນຄ້າຫວັງວ່າຈະໄດ້ຮັບ ການຮ່ວມມືຊ່ວຍເຫຼືອຈາກລັດ ຖະບານນີວຊີແລນຕື່ມອີກໃນໄລ ຍະຕໍ່ໄປ. ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ