ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໄຂກອງປະຊຸມສະໄໝສາມັນ ປະຈຳປີ 2019 ລະຫວ່າງ 11 ກົມກອງທະຫານພາກເໜືອຂອງລາວ ກັບ ກອງບັນຊາການທະຫານເຂດ II ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2019-07-12 09:20:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ປະຈຳປີ 2019 ລະຫວ່າງ 11 ກົມກອງທະຫານພາກເໜືອຂອງ ລາວ ກັບ ກອງບັນຊາການທະ ເຂດ II ກອງທັບປະຊາຊົນຫວຽດ ນາມ ເຊິ່ງປະກອບມີ: ກອງພົນທີ 2, ກອງພົນທີ 3, ໂຮງຮຽນນາຍ ສິບເລກ 1 ແລະ ກອງບັນຊາການ ທະຫານແຂວງ 8 ແຂວງພາກ ເໜືອລາວ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 10 ກໍລະກົດ 2019 ນີ້, ຢູ່ ທີ່ຫ້ອງປະຊຸມກອງບັນຊາການ ທະຫານແຂວງຫົວພັນ ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ປອ ສີພອນ ແກ້ວສະໄໝ ຫົວໜ້າການ ເມືອງ ກອງພົນທີ 2 ເປັນຫົວໜ້າ ຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຮວ່າງ ຫງັອກຢຸ້ງ ຮອງຫົວໜ້າກອງບັນ ຊາການທະຫານເຂດ II ກອງທັບປະຊາຊົນຫວຽດນາມ ເປັນຫົວ ໜ້າຄະນະ ພ້ອມທັງຄະນະສອງ ຝ່າຍເຂົ້າຮ່ວມນຳ. ໂອກາດນີ້, ຫົວໜ້າຄະນະທັງ ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນ ລາຍງານຈຸດພິເສດສະພາບການ ດ້ານຕ່າງໆຂອງໂລກ, ພາກພື້ນ, ສະພາບພົ້ນເດັ່ນຢູ່ພາຍໃນປະເທດ ແລະ ບັນດາກົມກອງຂອງຕົນ ເປັນຕົ້ນແມ່ນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການສ້າງເສດຖະກິດ, ວັດທະນະ ນຳ-ສັງຄົມ, ການພັດທະນາພື້ນ ຖານໂຄງລ່າງ, ການສະກັດກັ້ນ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ບັນຫາອື່ນໆທີ່ຈະຕ້ອງໄດ້ເສີມຂະ ຫຍາຍ ແລະ ປັບປຸງແກ້ໄຂໃນຕໍ່ ໜ້າ, ສຳລັບການຈັດຕັ້ງປະຕິບັດ ພົວພັນຮ່ວມມືທັງສອງຝ່າຍໄດ້ ປະຕິບັດຕາມບົດບັນທຶກສັນຍາທີ່ ໄດ້ລົງນາມນຳກັນໃນຄັ້ງວັນທີ 14 ສິງຫາ 2018 ທີ່ນະຄອນ ຫວຽດຈີ ແຂວງຟູເຖາະ ສສ ຫວຽດນາມ ໂດຍບັນດາກົມກອງ ຂອງລາວ - ຫວຽດນາມ ຕ້ອງ ຈັດຕັ້ງແຮກສ່ຽວນຳກັນ, ໂດຍສະ ເພາະບັນດາກອງບັນຊາການທະ ຫານແຂວງ ແລະ ກົມກອງທີ່ມີ ຊາຍແດນຕິດຈອດກັນ, ຕ້ອງໄດ້ ມີການເຄື່ອນໄຫວພົບປະແລກ ປ່ຽນຖອດຖອນບົດຮຽນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຢ່າງເປັນ ປົກກະຕິ, ເດັດດ່ຽວປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງ ຄວາມສາມັກຄີພິເສດ, ການພົວ ພັນຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ເວົ້າລວມ, ເວົ້າສະ ເພາະກອງບັນຊາການທະຫານ ເຂດ II ກອງທັບປະຊາຊົນຫວຽດ ນາມກັບບັນດາກົມກອງທະຫານ ພາກເໜືອລາວ ໃຫ້ໝັ້ນຄົງຄະນົງ ແກ່ນຕະຫຼອດໄປ. ໂອກາດນີ້, ຄະນະທັງສອງຝ່າຍ ໄດ້ເປັນເອກະພາບກັນລົງນາມ ເຊັນບົດບັນທຶກຊ່ວຍຈຳນຳກັນ ແລະ ຜັດປ່ຽນກັນມອບຂອງຂວັນ ທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນຕື່ມ ອີກ. ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ