ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງເຊກອງ ເປີດຊຸດອົບຮົມວຽກງານການສ້າງບ້ານປ້ອງກັນຊາດ ຢູ່ເຂດຈຸດສຸມຊຽງຫຼວງ
ເວລາອອກຂ່າວ: 2019-07-23 08:58:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ວັນທີ 18 ກໍລະກົດ 2019 ນີ້, ທະຫານແຂວງເຊກອງ ໄດ້ຈັດ ຕັ້ງເປີດບັ້ນເຝິກອົບຮົມການສ້າງ ບ້ານປ້ອງກັນຊາດ ຕິດພັນກັບ ການສ້າງກຸ່ມບ້ານພັດທະນາຂຶ້ນຢູ່ ເຂດຈຸດສຸມບ້ານຊຽງຫຼວງ ເມືອງ ດາກຈຶງ ແຂວງເຊກອງ ໂດຍການ ເຂົ້າຮ່ວມຂອງສະຫາຍ ພົນຈັດ ຕະວາ ສົມທອງ ດອນກັນນ້ອຍ ກຳມະການຄະນະປະຈໍາພັກ ແຂວງ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະຫານແຂວງເຊກອງ, ມີບັນດາ ກໍາມະການພັກແຂວງ, ເຈົ້າ ເມືອງ, ຄະນະພັກກອງບັນຊາ ການ ປກຊ-ປກສ, ກົມກອງຫຼອນ, ພະແນກການກ່ຽວຂ້ອງ, ອໍາ ນາດການປົກຄອງອ້ອມຂ້າງ, ແຂກທີ່ຖືກເຊື້ອເຊີນ ພ້ອມດ້ວຍ ຄູ-ອາຈານ ແລະ ສໍາມະນາກອນ ເຂົ້າຮ່ວມ 200 ກວ່າສະຫາຍ. ພິທີດັ່ງກ່າວ ສະຫາຍ ພັນໂທ ຫຼອດ ນັນທະວົງ ກຳມະການ ຄະນະພັກກອງບັນຊາການ, ຫົວ ໜ້າຫ້ອງເສນາທິການທະຫານ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງສະບັບ ເລກທີ 129 ວ່າດ້ວຍການຈັດ ຕັ້ງປະຕິບັດເປີດຊຸດອົບຮົມວຽກ ງານການສ້າງບ້ານປ້ອງກັນຊາດ ຕິດພັນກັບການສ້າງກຸ່ມບ້ານ ພັດທະນາເຂດຈຸດສຸມບ້ານ ຊຽງ ຫຼວງ ໄດ້ຮັບຮູ້ ແລະ ເຊື່ອມຊຶມ ກ່ຽວກັບວິຊາການທະຫານ ເຊັ່ນ: ສິລະປະຍຸດ-ຍຸດທະວີທີ, ກອງ ຫຼອນປ້ອງກັນບ້ານຕິດພັນກັບ ການພັດທະນາບ້ານນ້ອຍໃຫ້ ກາຍເປັນບ້ານໃຫຍ່ ແລະ ກາຍ ເປັນຕົວເມືອງນ້ອຍໃນຊົນນະ ບົດ. ຈຸດປະສົງໃນການອົບຮົມຄັ້ງນີ້ແມ່ນເພື່ອແນໃສ່ປັບປຸງກໍ່ ສ້າງກໍາລັງປະກອບອາວຸດໃນຂັ້ນ ຮາກຖານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮູ້ສ້າງແຜນການສູ້ຮົບ ປ້ອງກັນບ້ານ ສາມາດເຊື່ອມຊຶມ ແລະ ກຳແໜ້ນກ່ຽວກັບວຽກງານ ສ້າງບ້ານປ້ອງກັນຊາດ ເພື່ອນໍາ ໄປຈັດຕັ້ງຜັນຂະຫຍາຍຢູ່ຮາກ ຖານບ້ານໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ. ການອົບຮົມຄັ້ງນີ້ ມີສໍາມະນາກອນເຂົ້າຮ່ວມອົບຮົມ 191 ສະຫາຍເຊິ່ງມາຈາກ 10 ບ້ານທົ່ວເມືອງດາກຈຶງເຂົ້າຮ່ວມ. ໂອກາດເຂົ້າຮ່ວມເປີດຊຸດ ອົບຮົມດັ່ງກ່າວ ສະຫາຍ ພົນຈັດ ຕະວາ ສົມທອງ ດອນກັນນ້ອຍ ໄດ້ຮຽກຮ້ອງໃຫ້ບັນດາພະນັກ ງານຄູ-ອາຈານ ແລະ ສຳມະ ນາກອນ ຈົ່ງພ້ອມກັນເອົາໃຈໃສ່ ໃນການຮຽນ-ການສອນແນໃສ່ ຄຸນນະພາບເປັນບັນຫາສຳຄັນ ເພື່່ອພ້ອມກັນເຮັດສຳເລັດໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນຢູ່ໃນຂອບເຂດຮາກຖານທ້ອງຖິ່ນ ບ້ານໃຫ້ມີຄວາມສະຫງົບ, ສືບຕໍ່ ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສໍາມະນາກອນ, ເອົາ ໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໃນການຮໍ່າຮຽນໃຫ້ສູງ, ສຳລັບຄູ-ອາຈານກໍຕ້ອງເປັນເຈົ້າ ການໃນການສິດສອນໃຫ້ສໍາມະນາກອນສາມາດເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະ ຕິບັດໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນ ຂອບເຂດທ້ອງຖິ່ນຮາກຖານບ້ານ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ຮູ້ຈັກເຄື່ອນໄຫວຕາມພາລະບົດ ບາດ, ສິດ, ໜ້າທີ່, ຄວາມຮັບຜິດ ຊອບຂອງຕົນໃຫ້ສູງຂຶ້ນກວ່າ ເກົ່າ, ສາມາດສ້າງບ້ານປ້ອງກັນ ຊາດ ແລະ ສ້າງກຸ່ມບ້ານພັດທະນາ ໃຫ້ສອດຄ່ອງ ແລະ ພັດທະນາ ຮອບດ້ານ ຕິດພັນກັບວຽກງານ 3 ສ້າງໃນຂັ້ນຮາກຖານບ້ານໃຫ້ປະກົດຜົນເປັນຈິງ. ການອົບຮົບຄັ້ງນີ້ຈະດໍາເນີນໄປເປັນເວລາ 15 ວັນຈຶ່ງຈະສໍາເລັດລົງ. ໂດຍ: ວທ ກອງຄຳ ຈິງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ