ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນຖານທັບເຮືອຮຽມ ແຫ່ງ ຣາຊາອານາຈັກກຳປູເຈຍ ເຂົ້າຢ້ຽມຂ່ຳນັບ
ເວລາອອກຂ່າວ: 2019-07-24 09:26:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2019 ນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນ ຕ່າງປະເທດກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ, ທ່ານ ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ ນັບຂອງຄະນະຜູ້ແທນຖານທັບ ເຮືອຮຽມ ແຫ່ງຣາຊະອານາຈັກ ກຳປູເຈຍ ນຳໂດຍທ່ານ ພົນຕີ ເມິ່ຍ ດີນາ ຮອງຜູ້ບັນຊາການ ຖານທັບເຮືອຮຽມ ເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ສປປ ລາວ. ທ່ານ ພົນຕີ ປະສິດ ທ່ຽງທໍາໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມຂອງ ທ່ານ ພົນຕີ ເມິ່ຍ ດີນາ ພ້ອມ ດ້ວຍຄະນະໃນຄັ້ງນີ້ເຊິ່ງຈະເປັນ ການປະກອບສ່ວນເສີມສ້າງ ສາຍພົວພັນຄວາມສາມັກມິດຕະ ພາບຂອງສອງຊາດ, ສອງກອງ ທັບ ລາວ-ກຳປູເຈຍ ທີ່ມີມາແຕ່ ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມທັງອວຍພອນໃຫ້ຄະ ນະຈົ່ງປະສົບຜົນສຳເລັດໃນການ ເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ໂອກາດດັ່ງກ່າວທ່ານ ພົນຕີ ເມິ່ຍ ດີນາ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວ ພ້ອມດ້ວຍຄະນະທີ່ໄດ້ ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມ ທັງໄດ້ຍົກໃຫ້ເຫັນປະຫວັດມູນ ເຊື້ອແຫ່ງການພົວພັນອັນດີງາມ ຂອງສອງຊາດລາວ ແລະ ກຳປູ ເຈຍ ທີ່ມີມາແຕ່ຍາວນານໃນໄລ ຍະຜ່ານມາ ທັງນີ້ກໍເພື່ອເປັນການ ສືບຕໍ່ປະກອບສ່ວນເຂົ້າໃນການ ສ້າງສາຍພົວພັນ ແລະ ການຮ່ວມ ມືລະຫວ່າງຣາຊະອານາຈັກກຳ ປູເຈຍ ແລະ ສປປ ລາວ ໃຫ້ນັບມື້ ຂະຫຍາຍຕົວ ແລະ ກວ້າງຂວາງ ຂຶ້ນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ