ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ເປີດຊຸດອົບຮົມວິຊາຄູໄລຍະສັ້ນ
ເວລາອອກຂ່າວ: 2019-08-06 08:31:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດຊຸດເຝິກອົບຮົມວິຊາຄູໄລ ຍະສັ້ນໃຫ້ພະນັກງານຄູ-ອາຈານ ທັງເກົ່າ ແລະ ໃໝ່ທົ່ວ ວປກ ຂຶ້ນ ໃນວັນທີ 1 ສິງຫາ 2019 ນີ້, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ປອ ແກ້ວສຸ ວັນ ອີນທະວົງສາ ຫົວໜ້າການທະຫານ ວປກ. ມີຄະນະກົມອົບ ຮົມ,ຄະນະວິຊາຄູ. ພ້ອມດ້ວຍບັນ ດາຄູ - ອາຈານ ຈຳນວນ 94 ສະ ຫາຍເຂົ້າຮ່ວມ. ຊຸດເຝິກອົບຮົມໃນຄັ້ງນີ້ຈະໄດ້ ດຳເນີນໄປເປັນເວລາ 23 ວັນ (1-23/08/2019). ສຳມະນາ ກອນຈະໄດ້ເພີ່ມທະວີທາງດ້ານ ການຍົກລະດັບຄວາມຮູ້, ຄວາມ ສາມາດດ້ານທິດສະດີ, ຫຼັກການ ຂອງການຮຽນ-ການສອນ ແນ ໃສ່ເຮັດໃຫ້ບັນດາຄູ-ອາຈານຮູ້ ໝູນໃຊ້ວິທີການສິດສອນເຂົ້າໃນ ສະພາບຕົວຈິງໃຫ້ມີໝາກຜົນສູງ ກວ່າເກົ່າ ທັງເປັນການເຊື່ອມ ຊຶມ, ກວດກາຄືນທາງດ້ານຄວາມ ຮູ້, ຄວາມເຂົ້າໃຈ, ກ່ຽວກັບພື້ນ ຖານຕົວຈິງຂອງການຮຽນ- ການສອນ, ການສົນທະນາ, ການ ບັນລະຍາຍ, ການແຕ່ງບົດສອນ, ການຫັດແອບພາຍໃນຫ້ອງກໍຄືຢູ່ ພາກສະໜາມຕົວຈິງ. ການຈັດຊຸດເຝິກອົບຮົມຄັ້ງນີ້ມີຄວາມສຳຄັນຫຼາຍເປັນການຍົກສູງຄຸນນະພາບ, ຍົກສູງບົດບາດ ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ນັກ ຮຽນນັກສຶກສາ, ທັງແມ່ນຄວາມ ຮຽກຮ້ອງຕ້ອງການໃນການກໍ່ ສ້າງ ແລະ ພັດທະນາກ້ອນກຳລັງ ຂອງກອງທັບປະຊາຊົນລາວ ໃນໄລຍະໃໝ່ໃຫ້ທັນສະໄໝເປັນ ກ້າວໆ. ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອີນທະວົງສາ ຍັງ ໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມ ຈົ່ງຍົກສູງຄວາມຮັບຜິດຊອບ, ຄວາມຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ຄວາມໝາຍ, ຄວາມສຳຄັນ ໃນຖານະໜ້າທີ່ ແລະ ຄວາມ ຕ້ອງການໃນສະພາບການຕົວຈິງ, ເຂົ້າຮ່ວມອົບຮົມຢ່າງເຕັມເມັດ ເຕັມໜ່ວຍ, ເອົາໃຈໃສ່ປະຕິບັດຂໍ້ ກຳນົດກົດລະບຽບໃນການອົບ ຮົມຢ່າງເຂັ້ມງວດ, ຮັກສາໄດ້ ຄວາມສາມັກຄີ, ຖືຄວາມເປັນ ເອກະພາບເປັນຫຼັກ, ເພີ່ມທະວີ ໃນການພົວພັນປະສານງານ ເຊິ່ງ ກັນ ແລະ ກັນ ໃຫ້ລະອຽດຊັດເຈນ, ເອົາໃຈໃສ່ຮັກສາຈຳນວນພົນໃນ ໄລຍະແຫ່ງການເຝິກອົບຮົມໃຫ້ ໄດ້ 100% ແລະ ຍາດແຍ່ງເອົາ ຄວາມຮູ້, ບົດຮຽນ, ປະສົບການ ຄັ້ງນີ້ນຳໄປໝູນໃຊ້ເຂົ້າໃນການ ຮຽນ-ການສອນຕົວຈິງໃຫ້ມີ ໝາກຜົນສູງບັນລຸໄດ້ຕາມຄາດ ໝາຍສູ້ຊົນທີ່ວິທະຍາຄານວາງ ອອກ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ