ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາຢູ່ເມືອງວັງວຽງ
ເວລາອອກຂ່າວ: 2019-08-09 09:55:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ໃນວັນທີ 8 ສິງຫາ 2019 ນີ້, ທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ, ພ້ອມດ້ວຍລັດ ຖະມົນຕີ, ຮອງລັດຖະມົນຕີກະ ຊວງກ່ຽວຂ້ອງ ແລະ ເຈົ້າແຂວງໆ ວຽງຈັນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເສດຖະກິດ- ສັງຄົມຢູ່ເມືອງວັງວຽງ ໂດຍມີ ທ່ານ ຄຳຜອງ ດວງວິໄລ ເຈົ້າ ເມືອງໆວັງວຽງ, ພ້ອມດ້ວຍຄະ ນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມ ເບິ່ງຈຸດກໍ່ສ້າງສະຖານີລົດໄຟວັງວຽງ, ເຫັນວ່າ: ເສັ້ນທາງລົດໄຟ ລາວ-ຈີນ ຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145 ກິໂລ ແມັດ, ຜ່ານ 4 ເມືອງ, 60 ບ້ານ, ມີຜູ້ໄດ້ຮັບຜົນກະທົບ 1.589 ຄອບຄົວ, ມາຮອດປັດຈຸບັນໄດ້ໄກ່ ເກ່ຍທີ່ດິນ ແລະ ສິ່ງກີດຂວາງການກໍ່ສ້າງທາງລົດໄຟສໍາເລັດ 99% ແລະ ສືບຕໍ່ດຳເນີນການ ຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໂຄງການດັ່ງ ກ່າວ. ສຳລັບສະຖານີລົດໄຟວັງ ວຽງແມ່ນຕັ້ງຢູ່ບ້ານຫ້ວຍສະ ເຫງົ້າ-ພູດິນແດງ, ຫ່າງຈາກເທ ສະບານເມືອງວັງວຽງປະມານ 2 ກິໂລແມັດ, ຫ່າງຈາກເສັ້ນທາງ ເລກທີ 13 ເໜືອ 300 ແມັດ, ມີ ເນື້ອທີ່ທັງໝົດ 144 ກວ່າເຮັກ ຕາ, ສະເພາະເນື້ອທີ່ອາຄານສະ ຖານີ ມີ 5.000 ຕາແມັດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ. ປັດຈຸບັນໄດ້ສຳເລັດ ການອອກແບບ, ສຳເລັດການບຸກ ເບີກພື້ນທີ່ ແລະ ກະກຽມເພື່ອດຳ ເນີນການກໍ່ສ້າງ ເຊິ່ງຄາດວ່າຈະ ສໍາເລັດການກໍ່ສ້າງພາຍໃນປີ 2021. ໃນໂອກາດນີ້, ທ່ານນາ ຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ ຜູ້ພັດທະນາໂຄງການເອົາໃຈໃສ່ ປະຕິບັດວຽກງານສຳເລັດຕາມ ແຜນການທີ່ວາງໄວ້ ແລະ ໃຫ້ມີ ຄຸນນະພາບ, ການກໍ່ສ້າງໃຫ້ເປັນ ໄປຕາມການອອກແບບທີ່ໄດ້ຮັບ ຮອງ, ສິ່ງສຳຄັນໂຄງສ້າງຕ່າງໆ ຕ້ອງໃຫ້ກົມກຽວກັບທຳມະຊາດ ກໍຄືແຫຼ່ງທ່ອງທ່ຽວຂອງເມືອງ ວັງວຽງ. ຫຼັງຈາກນັ້ນ, ທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນບໍລິການເຕັກ ນິກກະສິກຳ ແລະ ໄດ້ຊີ້ນຳໃຫ້ສູນ ດັ່ງກ່າວເອົາໃຈໃສ່ການປູກພືດ ປອດສານພິດ, ພືດລົ້ມລຸກ ໂດຍ ໃຫ້ຕິດພັນກັບການສົ່ງເສີມການ ທ່ອງທ່ຽວ. ພ້ອມນີ້, ໄດ້ຢ້ຽມຢາມ ສະຖານທີ່ທ່ອງທ່ຽວທຳມະຊາດ ຖໍ້ານາງຟ້າ ແລະ ຖໍ້ານອນ ໂດຍ ໄດ້ເນັ້ນໃຫ້ຜູ້ພັດທະນາເອົາໃຈໃສ່ ການອະນຸລັກທຳມະຊາດ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງ ທ່ຽວ. ໃນຕອນບ່າຍຂອງວັນດຽວ ກັນ, ທ່ານນາຍົກລັດຖະມົນຕີໄດ້ ໃຫ້ກຽດໂອ້ລົມຕໍ່ພະນັກງານຫັຼກ ແຫຼ່ງຂອງເມືອງວັງວຽງ, ພະນັກ ງານອະວຸໂສບຳນານ ແລະ ນັກ ທຸລະກິດຈຳນວນໜຶ່ງທີ່ສະໂມ ສອນຂອງເມືອງວັງວຽງ. ກ່ອນ ອື່ນແມ່ນໄດ້ຮັບຟັງການລາຍງານ ສະພາບການພັດທະນາເສດຖະ ກິດ-ສັງຄົມຂອງເມືອງໃນໄລຍະ 6 ເດືອນຜ່ານມາຈາກທ່ານເຈົ້າ ເມືອງໆວັງວຽງ, ເຊິ່ງທົ່ວເມືອງ ຍັງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ດ້ານການສຶກສາ ແລະ ວັດທະນະທຳ ຕິດພັນກັບ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນກໍນັບມື້ດີຂຶ້ນເປັນກ້າວໆ. ຫຼັງຈາກນັ້ນ, ທ່ານນາຍົກລັດ ຖະມົນຕີ ໄດ້ສະເໜີໃຫ້ບັນດາທ່ານ ລັດຖະມົນຕີກະຊວງກ່ຽວຂ້ອງ ຊີ້ແຈງຕໍ່ບາງບັນຫາທີ່ທາງເມືອງ ສະເໜີ ແລະ ບາງບັນຫາພົ້ນເດັ່ນ ເປັນຕົ້ນການປ້ອງກັນ ແລະ ແກ້ ໄຂການລະບາດຂອງພະຍາດໄຂ້ ເລືອດອອກ; ການສົ່ງເສີມການຜະ ລິດກະສິກຳອິນຊີ, ການປູກພືດ ປອດສານພິດ ຕິດພັນກັບການຊຸກ ຍູ້ສົ່ງເສີມການທ່ອງທ່ຽວ, ການ ຕິດຕາມເຝົ້າລະວັງການລະບາດ ຂອງພະຍາດອາຫິວາໝູອາຟຣິ ກາ; ການສ້າງ ແລະ ປັບປຸງເສັ້ນ ທາງເຂົ້າແຫຼ່ງທ່ອງທ່ຽວ ແລະ ການຊົດເຊີຍໃຫ້ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກທາງລົດໄຟ. ຕໍ່ການພັດທະນາຂອງເມືອງ ວັງວຽງໃນປັດຈຸບັນ, ທ່ານນາຍົກ ລັດຖະມົນຕີ ໄດ້ມີຄຳເຫັນວ່າ ເມືອງວັງວຽງໄດ້ຮັບການພັດທະ ນາ ແລະ ມີຫຼາຍອັນປ່ຽນແປງໃໝ່, ແຕ່ເຖິງຢ່າງໃດກໍຕາມຍັງມີບາງ ບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບ ປຸງແກ້ໄຂ ເປັນຕົ້ນການພັດທະ ນາເມືອງວັງວຽງຍັງບໍ່ທັນໄປ ຕາມຜັງເມືອງຢ່າງເຄັ່ງຄັດ, ຂາດ ການວາງແຜນພັດທະນາການ ທ່ອງທ່ຽວທີ່ດີ ແລະ ຍືນຍົງ, ບັນ ຫາລາຄາສິນຄ້າ ແລະ ຄ່າບໍລິ ການແພງ, ບັນຫາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ບັນຫາການຄຸ້ມຄອງການປ່ອຍ ນໍ້າເສຍລົງແມ່ນໍ້າ... ສະນັ້ນເພື່ອ ສືບຕໍ່ພັດທະນາເມືອງວັງວຽງ ໃຫ້ເປັນເມືອງທ່ອງທ່ຽວຢ່າງ ແທ້ຈິງ, ທ່ານນາຍົກລັດຖະມົນ ຕີໃຫ້ທິດຊີ້ນຳແກ່ການນຳຫຼັກ ແຫຼ່ງ ແລະ ພະນັກງານຂອງ ເມືອງວັງວຽງໃຫ້ເອົາໃຈໃສ່ຕື່ມ ເປັນຕົ້ນໃຫ້ເມືອງວັງວຽງກໍຄື ແຂວງວຽງຈັນຊອກໃຫ້ເຫັນທ່າ ແຮງແທ້ຈິງຂອງເມືອງວັງວຽງ ແລະ ນຳໃຊ້ທ່າແຮງດັ່ງກ່າວຢ່າງ ຖືກຕ້ອງ, ຍືນຍົງ ແລະ ມີປະສິດທິ ຜົນສູງ; ໃຫ້ກະຊວງກ່ຽວຂ້ອງ ສົມທົບກັບແຂວງວຽງຈັນສ້າງ ແຜນຜັງ ແລະ ຍຸດທະສາດການ ພັດທະນາເມືອງວັງວຽງ ເພື່ອເປັນ ບ່ອນອີງໃນການພັດທະນາ ແລະ ພິຈາລະນາອະນຸມັດໂຄງການ ຫຼື ທຸລະກິດຕ່າງໆ; ເອົາໃຈໃສ່ຕິດ ຕາມ, ກວດກາ, ຄຸ້ມຄອງລາຄາ ສິນຄ້າ, ຄ່າທີ່ພັກ, ລາຄາອາຫານ ໃຫ້ຖືກຕ້ອງເໝາະສົມ, ບໍ່ໃຫ້ສູງ ເກີນຄວາມເປັນຈິງ; ສົ່ງເສີມການ ຜະລິດກະສິກຳສະອາດ ແລະ ປູກ ພືດປອດສານພິດ; ຕ້ອງເຂັ້ມງວດ ຕໍ່ການປົກປັກຮັກສາສິ່ງແວດ ລ້ອມ, ການປ່ອຍນໍ້າເປື້ອນ, ການ ຖິ້ມຂີ້ເຫຍື້ອຊະຊາຍ, ຕະຫຼອດ ຮອດການສ້າງຮ້ານບັນເທິງທີ່ ບໍ່ຖືກຕ້ອງ, ບໍ່ແທດເໝາະກັບ ເງື່ອນໄຂຕົວຈິງ ແລະ ບໍ່ສອດຄ່ອງ ກັບລະບຽບການ; ສົ່ງເສີມການ ທ່ອງທ່ຽວ ຕິດພັນກັບການຊຸກຍູ້ ການຜະລິດ ແລະ ສ້າງວຽກເຮັດ ງານທຳໃຫ້ປະຊາຊົນ; ໃຫ້ເອົາ ໃຈໃສ່ແກ້ໄຂບັນຫາທີ່ບໍ່ດີ ແລະ ເກີດຂຶ້ນຢູ່ເມືອງວັງວຽງໃນໄລ ຍະຜ່ານມາໃຫ້ຕົກໄປເປັນກ້າວໆ; ເອົາໃຈໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ຕ່າງໆທີ່ເປັນສິ່ງທ້າທາຍຕໍ່ການ ປົກປັກຮັກສາ ແລະ ພັດທະນາ ເມືອງວັງວຽງໃຫ້ໄດ້ຢ່າງຂາດ ຕົວ; ເອົາໃຈໃສ່ພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານການ ທ່ອງທ່ຽວ, ປັບປຸງຍົກລະດັບຂີດ ຄວາມສາມາດດ້ານການບໍລິ ຫານ-ບໍລິການການທ່ອງທ່ຽວ ໃຫ້ດີຂຶ້ນເພື່ອໃຫ້ນັກທ່ອງທ່ຽວ ເຂົ້າມາປະທັບໃຈ ແລະ ສາມາດ ດຶງດູດນັກທ່ອງທ່ຽວຫຼາຍລະດັບ ດ້ວຍການໄປຖອດຖອນບົດຮຽນ ກັບປະເທດທີ່ມີຊື່ສຽງດ້ານການທ່ອງທ່ຽວ. ເພີ່ມປະສິດທິພາບ ແລະ ເພີ່ມທະວີການຄຸ້ມຄອງ ເມືອງວັງວຽງໃຫ້ເປັນເມືອງທຳ ມະຊາດ ແລະ ວັດທະນະທຳຢ່າງ ແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ