ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອຸດົມໄຊປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດ
ເວລາອອກຂ່າວ: 2018-11-22 09:59:34 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 16 ພະຈິກ 2018 ນີ້, ກອງບັນຊາການທະຫານ ແຂວງອຸດົມໄຊ ໄດ້ຈັດພິທີປາ ຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນ ມະຫາເດືອນຕຸລາລັດເຊຍ ຄົບ ຮອບ 101 ປີ ແລະ ວັນຄ້າຍວັນ ເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 98 ປີ. ຂຶ້ນຢູ່ທີ່ ສະໂມສອນ ກອງບັນຊາການ ທະຫານແຂວງອຸດົມໄຊ ໂດຍ ການເຂົ້າຮ່ວມຂອງ ພັນໂທ ທອງພັນ ໄຕພົນສະຫວັນ ຄະນະ ພັກກອງບັນຊາການ ຮອງຫົວ ໜ້າຫ້ອງການເມືອງ ກອງບັນ ຊາການ ທະຫານແຂວງອຸດົມ ໄຊ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກົມກອງເອກະລາດຕະ ຫຼອດຮອດພະນັກງານ-ນັກຮົບ ອ້ອມຂ້າງເຂົ້າຮ່ວມ. ໃນການປາຖະກະຖາໃນຄັ້ງ ນີ້ແມ່ນໄດ້ຍົກໃຫ້ເຫັນມູນເຊື້ອ ຄວາມສາມັກຄີຮັກແພງ, ແຫ່ງ ການຕໍ່ສູ້ປົກປັກຮັກສາຜືນແຜ່ນ ດິນຢ່າງເດັດດ່ຽວອົງອາດກ້າ ຫານ, ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ ສາມັກຄີກັນຕໍ່ສູ້ຢ່າງພິລາດອາດ ຫານ, ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດ ລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງມີໄຊ ແລະ ສ້າງຕັ້ງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ 1975, ເຊີ່ງແມ່ນວັນ ໄຊຊະນະອັນຍິ່ງໃຫຍ່ໃນປະ ຫວັດສາດແຫ່ງການຕໍ່ສູ້ຂອງ ຊາດລາວເຮົາ, ແມ່ນວັນທີ່ປະຊາ ຊົນລາວບັນດາເຜົ່າໄດ້ມີອິດສະ ຫຼະພາບ, ມີເອກະລາດຢ່າງສົມ ບູນ, ມີອະທິປະໄຕຢ່າງຄົບຖ້ວນ ແລະ ໄດ້ເປັນເຈົ້າຂອງປະເທດ ຊາດຢ່າງແທ້ຈີງ ແລະ ເອກະ ສານມູນເຊື້ອວັນມະຫາເດືອນ ຕຸລາລັດເຊຍຄົບຮອບ 101 ປີ (7/11/1917-7/11/2018) ກໍແມ່ນວັນທີ່ມີຄວາມໝາຍ ຄວາມສຳຄັນອັນຍິ່ງໃຫຍ່,ເຊິ່ງ ມັນເປັນການໄຂສັງກາດໃໝ່ ໃຫ້ແກ່ມວນມະນຸດໃນການຂ້າມ ຜ່ານໄປສູ່ລະບອບໃໝ່, ລະບອບ ສັງຄົມນິຍົມໄດ້ເກີດມີລັດຂອງ ຊົນຊັ້ນກຳມະກອນ ແລະ ຊາວ ນາຜູ້ອອກແຮງງານເປັນຄັ້ງ ທຳອິດໃນໂລກ, ແມ່ນລັດຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ລະ ບອບກົດຂີ່ຂູດຮີດຄົນໄດ້ຖືກລົບ ລ້າງຢ່າງເປັນທາງການ, ປະຊາ ຊົນທຸກຊົນຊັ້ນໄດ້ມີສິດເສລີພາບ, ສະເໝີພາບ ມີສ່ວນຮ່ວມໃນການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງຕົນ. ນອກຈາກນັ້ນຍັງໄດ້ຮັບຟັງມູນ ເຊື້ອຊີວິດ ແລະ ການເຄື່ອນໄຫວ ຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ຕື່ມອີກ. ໂດຍ: ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ