ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນຂ້າມຜ່ານ 588 ຈັດຕັ້ງຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ປະຈຳປີ 2018
ເວລາອອກຂ່າວ: 2018-11-22 10:00:49 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນວັນທີ 15 ພະຈິກ 2018 ນີ້, ຄະນະພັກ-ຄະນະບັນຊາກອງ ພັນຂ້າມຜ່ານ 588 ໄດ້ຈັດຕັ້ງ ອົບຮົມ-ຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ປະຈຳປີ 2018 ຂຶ້ນຢູ່ທີ່ສະໜາມກີລາຍິງປືນອາ ຊຽນ 199 ໂດຍການເຂົ້າຮ່ວມ ຂອງພັນໂທ ສຳລານ ພົນຢ້ຽມ ຫົວໜ້າພະແນກສິລະປະຍຸດ ກົມອົບຮົມກົມໃຫຍ່ເສນາທິການ ກອງທັບ, ມີຕາງໜ້າກົມຊ່າງ ແສງ ແລະ ຄະນະພັກ-ຄະນະບັນ ຊາພະນັກງານ-ນັກຮົບເຂົ້າຮ່ວມ ພັນໂທ ສີວຽງໄຊ ບົວລະສິມ ມາ ຜູ້ຮັບຜິດຊອບວຽກງານອົບ ຮົມ-ຫັດແອບກອງພັນຂ້າມຜ່ານ 588 ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງ ປະຕິບັດອົບຮົມ-ຫັດແອບເຝິກ ຝົນກຳລັງແຮງກາຍໃນຄັ້ງນີ້ ກໍ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮູ້, ຄວາມສາມາດທາງ ດ້ານທິດສະດີ-ຫຼັກການດ້ານວິ ຊາສະເພາະ, ເຕັກນິກວິທະຍາ ສາດ, ດ້ານສິນລະປະຍຸດ-ຍຸດ ທະວິທີ, ດ້ານການຈັດຕັ້ງປະຕິ ບັດຂໍ້ກຳນົດກົດລະບຽບຂອງ ກອງທັບໃຫ້ເຂັ້ມງວດ, ຍົກສູງ ຄວາມຮູ້, ຄວາມສາມາດໃນການ ຊີ້ນຳ-ນຳພາຈັດຕັ້ງປະຕິບັດໜ້າ ທີ່ການເມືອງຂອງຕົນຮັບຜິດ ຊອບໃຫ້ມີຄວາມໜັກແໜ້ນດີຂຶ້ນ ເປັນກ້າວໆ ແລະ ເພື່ອເປັນບ່ອນ ອີງໃຫ້ແກ່ຄະນະພັກ-ຄະນະບັນ ຊາໃນການຕິດຕາມກວດກາ ແລະ ຕີລາຄາຄຸນະພາບຂອງພະ ນັກງານ-ນັກຮົບພາຍໃນກົມ ກອງ, ບັ້ນເຝິກອົບຮົມໃນຄັ້ງນີ້ມີ ຜູ້ເຂົ້າຮ່ວມທັງໝົດ 86 ສະຫາຍ ແລະ ຜ່ານການຈັດຕັ້ງຕົວຈິງສາ ມາດບັນລຸໄດ້ຕາມຄາດໝາຍທີ່ ວາງໄວ້, ການຈັດຕັ້ງອົບຮົມໃນ ຄັ້ງນີ້ກໍເພື່ອເປັນການປະຕິບັດ ຕາມແຜນການອົບຮົມ-ຫັດແອບ ເຝິກຝົນກຳລັງແຮງກາຍປະຈຳ ປີ 2018 ຂອງກົມອົບຮົມກົມ ໃຫຍ່ເສນາທິການກອງທັບວາງ ອອກ ວ່າດ້ວຍການຈັດຕັ້ງອົບ ຮົມ-ຫັດແອບປະຈຳປີ ໃຫ້ປະກົດ ຜົນເປັນຈິງ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ