ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານກອງພັນ 299 ທະຫານແຂວງຄຳມ່ວນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V
ເວລາອອກຂ່າວ: 2018-11-22 10:03:20 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ຜ່ານມານີ້, ຄະນະພັກຮາກຖານ ກອງພັນ 299 ທະຫານແຂວງ ຄຳມ່ວນ ໄດ້ສຳເລັດກອງປະຊຸມ ໃຫຍ່ ຄັ້ງທີ V ຂອງຕົນ ໂດຍ ການເປັນປະທານຂອງ ພັນໂທ ຄຳສາຍ ເພັດນວນສີ ຄະນະພັກ ກອງບັນຊາການ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຄຳມ່ວນ, ມີຄະນະພັກ- ຄະ ນະບັນຊາ, ພະນັກງານສະມາຊິກ ພັກສົມບູນ-ສຳຮອງເຂົ້າຮ່ວມ. ພັນໂທ ບຸນກອງ ໄຊຍະລາດ ເລຂາຄະນະພັກຮາກຖານກອງ ພັນ 299 ໄດ້ຕີລາຄາຄືນບົດ ບາດການນຳພາຂອງຄະນະພັກ ຮາກຖານຕໍ່ຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ໜ່ວຍພັກມີພາລະບົດ ບາດເປັນເສນາທິການໃຫ້ແກ່ ຄະນະພັກກອງບັນຊາການທະ ຫານແຂວງ ແລະ ຍົກໃຫ້ເຫັນ ຜົນງານຫຼາຍດ້ານທີ່ຍາດມາໄດ້ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ຖືເອົາການສຶກສາອົບຮົມການ ເມືອງ,​ ນຳພາແນວຄິດເຮັດໃຫ້ ສະມາຊິກພັກ,​ ພະນັກງານ-ນັກ ຮົບ ພາຍໃນກົມກອງມີແນວຄິດ ຫຼັກໝັ້ນເຊື່ອໝັ້ນຕໍ່ການນຳພາ ຂອງພັກລັດ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປະຕິບັດໜ້າ ທີ່ວຽກງານວິຊາສະເພາະຂອງ ຕົນ ໂດຍສະເພາະແມ່ນວຽກ ງານເຮັດໃຫ້ສະພາບມີຄວາມສະ ຫງົບ ເຊິ່ງຄະນະພັກຮາກຖານ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ຫັນເອົາພະນັກງານລົງກໍ່ສ້າງ ຮາກຖານການເມືອງຢູ່ບັນດາ ກຸ່ມບ້ານ ແລະ ອຳນາດການປົກ ຄອງແຕ່ລະຂັ້ນ ເພື່ອເກັບກຳສະ ພາບເປັນປົກກະຕິ, ຈັດຕັ້ງກຳລັງ ອອກເຄື່ອນໄຫວຮ່ວມກັບກຳລັງ ກອງຫຼອນ, ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງເພື່ອສະ ກັດກັ້ນກຸ່ມຄົນທີ່ກໍ່ຄວາມສະ ຫງົບ ໄປຄຽງຄູ່ກັນນັ້ນຍັງໄດ້ຖື ເອົາການອົບຮົມຫັດແອບເປັນ ສຳຄັນເປີດຮຽນການເມືອງ-ການ ທະຫານ ແລະ ວິຊາສະເພາະ ປະຈຳປີ, ເອົາໃຈໃສ່ຄຸ້ມຄອງ ກວດກາ, ບົດລະບັດຜັດເຊັດສ້ອມ ແປງພາຫະນະເຕັກນິກ ເພື່ອຮັບ ປະກັນໃຫ້ແກ່ວຽກງານກຽມ ພ້ອມສູ້ຮົບໄດ້ເປັນຢ່າງດີ, ດ້ານ ວຽກງານກໍ່ສ້າງເຄຫາສະຖານ ຄ້າຍຄູ ໄດ້ສ້ອມແປງເຮືອນນອນ ພະນັກງານ-ນັກຮົບ ຈຳນວນ 3 ຫຼັງ ລວມມູນຄ່າການກໍ່ສ້າງ 126 ລ້ານກວ່າກີບ ໂດຍແມ່ນ ທຶນຂອງກົມກອງ 100%, ໄດ້ຊີ້ ນຳອົງການຈັດຕັ້ງມະຫາຊົນໃນ ການເຮັດວຽກງານເພີ່ມພູນຜະ ລິດຜົນປູກຝັງ-ລ້ຽງສັດຕາມ ເນື້ອໃນຄຳຂວັນ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງສາມາດຮັບປະກັນໄດ້ ຊີວິດການເປັນຢູ່ດີຂຶ້ນ, ກະຕຸກ ຊຸກຍູ້ຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ ຂະບວນການແຂ່ງຂັນກີລາ, ສິ ລະປະ-ວັນນະຄະດີທີ່ຂັ້ນເທິງ ຈັດຂຶ້ນ ກໍຄືກົມກອງ. ຕໍ່ຜົນງານ ທີ່ກ່າວມານັ້ນແມ່ນຕິດພັນກັບ ການປັບປຸງກໍ່ສ້າງພັກໃຫ້ປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ເຊິ່ງສາມາດຕີລາຄາສະມາຊິກ ແຂງໄດ້ 61 ສະຫາຍ, ກາງ 51 ສະຫາຍ, ມອບບັດແດງໃຫ້ສະ ມາຊິກພັກ 41 ສະຫາຍ, ມີ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 1 ໜ່ວຍພັກ, ແຂງ 2 ໜ່ວຍພັກ ແລະ ມີສະມາຊິກພັກ, ພະນັກງານ-ນັກຮົບໄດ້ຮັບການ ຍ້ອງຍໍປະເພດຕ່າງໆເຊັ່ນ: ຫຼຽນ ໄຊແຮງງານຊັ້ນ II ຈຳນວນ 11 ໜ່ວຍ, ຊັ້ນ III ຈຳນວນ 19 ໜ່ວຍ, ຫຼຽນໄຊພິລາດອາດຫານຊັ້ນ II ຈຳນວນ 7 ໜ່ວຍ, ຊັ້ນ III ຈຳ ນວນ 13 ໜ່ວຍ, ຫຼຽນໄຊອິດສະ ຫຼະຊັ້ນ III ຈຳນວນ 2 ໜ່ວຍ, ຫຼຽນກາແຮງງານ 18 ໜ່ວຍ, ໃບ ຍ້ອງຍໍລັດຖະບານ 23 ໃບ, ໃບ ຍ້ອງຍໍສະພາແຫ່ງຊາດ 3 ໃບ, ໃບຍ້ອງຍໍກົມໃຫຍ່ການເມືືອງ ກອງທັບ 34 ໃບ ແລະ ໃບຍ້ອງ ຍໍ ເຈົ້າແຂວງ 45 ໃບ. ກອງປະຊຸມຍັງ ໄດ້ປ່ອນບັດ ຄັດເລືອກເອົາຄະນະພັກຊຸດໃໝ່ ໄດ້ຕາມຄາດໝາຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໜ່ວຍພັກກອງຮ້ອຍ 25 ກອງບັນ ຊາການທະຫານແຂວງຄຳມ່ວນ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງ ທີ VIII ຂອງຕົນ, ເຊິ່ງໄລຍະຜ່ານ ມາໄດ້ຖືສຳຄັນວຽກງານສຶກສາ ອົບຮົມການເມືອງ, ນຳພາແນວ ຄິດ ຕິດພັນກັບໜ້າທີ່ວຽກງານ ວິຊາສະເພາະຂອງຕົນເຮັດໃຫ້ ສະພາບມີຄວາມສະຫງົບປອດ ໄພ 100%, ຖືເອົາວຽກງານກໍ່ ສ້າງພັກ-ພະນັກງານ ຕາມ 5 ຫຼັກການ 3 ທິດນຳຂອງພັກເປັນ ໄມ້ຫຼາວັດແທກຄຸນທາດການ ເມືອງຂອງສະມາຊິກພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ