ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມເອກະພາບເຕັກນິກການແຂ່ງຂັນກີລາ ຍິງປືນການທະຫານ,​ ກີລາການທະຫານ ແລະ ກີລາມວນຊົນ
ເວລາອອກຂ່າວ: 2018-11-22 10:03:57 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ກົມອົບຮົມກົມໃຫຍ່ເສນາທິ ການກອງທັບໄດ້ຈັດກອງປະຊຸມ ເອກະພາບເຕັກນິກການແຂ່ງຂັນກີລາຍິງປືນທະຫານ, ກີລາການ ທະຫານ ແລະ ກີລາມວນຊົນ ເພື່ອເຂົ້າຮ່ວມແຂ່ງຂັນກີລາກາ ຍະກຳທົ່ວກອງທັບ ຄັ້ງທີ 2 ປີ 2019 ຢູ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 20 ພະຈິກ 2018 ນີ້, ໂດຍການເປັນປະທານຂອງ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມ ກົມໃຫຍ່ເສ ນາທິການກອງທັບ, ມີບັນດາ ອົງການກົມໃຫຍ່, ກອງບັນຊາ ການທະຫານແຂວງ, ນະຄອນ ຫຼວງ, ກອງພົນ, ກອງພັນ ໃຫຍ່, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ໂຮງງານ ແລະ ກົມ ກອງທຽບເທົ່າໃນທົ່ວປະເທດ ເຂົ້າຮ່ວມ. ພັນເອກ ສີປະເສີດ ບຸນປະ ກອບ ຮອງຫົວໜ້າກົມອົບຮົມ ໄດ້ຂຶ້ນຜ່ານກົດລະບຽບການ ແຂ່ງຂັນກີລາການທະຫານ, ກີ ລາມວນຊົນ ເຊິ່ງໄດ້ກຳນົດເງື່ອນ ໄຂຂອງນັກກີລາທີ່ຈະເຂົ້າຮ່ວມ ແຂ່ງຂັນ, ກຳນົດການສະໝັກ ເຂົ້າຮ່ວມແຂ່ງຂັນ, ຮູບແບບຈັດ ການແຂ່ງຂັນກີລາການທະຫານ, ກີລາມວນຊົນ, ກຳນົດການແຂ່ງ ຂັນກີລາມວນຊົນ ແລະ ກີລາ ການທະຫານ, ກຳນົດລະບຽບ ແລະ ກະຕິກາການຫຼິ້ນກີລາ ແລະ ຂອງຂວັນລາງວັນແຕ່ລະປະເພດໃນງານແຂ່ງຂັນກີລາກາຍະກຳ ທົ່ວກອງທັບ ຄັ້ງທີ II ຈາກນັ້ນ ຄະນະກຳມະການ, ຄະນະຮັບຜິດ ຊອບກໍໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນໃສ່ກົດລະບຽບດັ່ງ ກ່າວ ເພື່ອປັບປຸງແກ້ໄຂຂອດທີ່ ຍັງບໍ່ທັນເໝາະສົມໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບ ທາງດ້ານເຕັກນິກ ເພື່ອຮັບປະ ກັນເຮັດໃຫ້ງານແຂ່ງຂັນກີລາ ກາຍະກຳທົ່ວກອງທັບ ຄັ້ງທີ 2 ທີ່ ຈະຈັດຂຶ້ນໃນປີ 2019 ເນື່ອງໃນ ໂອກາດຂໍ່ານັບຮັບຕ້ອນສະເຫຼີມ ສະຫຼອງວັນສ້າງຕັ້ງກອງ ທັບປະ ຊາຊົນລາວ ຄົບຮອບ 70 ປີໃຫ້ ໄດ້ຮັບໝາກຜົນສູງກວ່າເກົ່າ. ສຳລັບປະເພດກີລາທີ່ຈະນຳ ມາແຂ່ງຂັນມີກີລາມວນຊົນປະ ກອບມີ: ກີລາເຕະບານ, ບານສົ່ງ ຍິງ-ຊາຍ, ກີລາກະຕໍ້, ກີລາເປ ຕັງ ແລະ ກີລາການທະຫານປະ ກອບມີກີລານັກຮົບແຂງແຮງ ແລະ ການມ້າງປະກອບອາວຸດ ປືນ AK, ພ້ອມນີ້ຕາງໜ້າຄະນະ ຮັບຜິດຊອບກໍໄດ້ຈົກສະຫຼາກ ແບ່ງສາຍກີລາແຕ່ລະປະເພດ ອີກດ້ວຍ. ໂດຍ: ນາງ ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ