ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຖອດຖອນບົດຮຽນການກໍ່ສ້າງພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ວິຖະຍາຄານການແພດກອງທັບ
ເວລາອອກຂ່າວ: 2019-08-15 13:05:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ໃນວັນທີ 12 ສິງຫາ 2019 ນີ້, ວິທະຍາຄານການແພດກອງ ທັບ ໄດ້ສະຫຼຸບຖອດຖອນບົດຮຽນ ການນຳພາກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກ ກະຊວງ, ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບມີຄະນະ ພັກ, ຄະນະອຳນວຍການ, ຄະນະ ພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານ-ສະມາຊິກ ພັກເຂົ້າຮ່ວມ. ສະຫາຍ ພັນໂທ ດຣ ສຸລິວົງ ລັດວິໄລ ເລຂາຄະນະພັກ ຫົວໜ້າ ການເມືອງວິທະຍາຄານການ ແພດກອງທັບໄດ້ຜ່ານບົດສະຫຼຸບ ການນຳພາກໍ່ສ້າງ ໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ປະຈຳ ສົກ 2018-2019 ຍົກໃຫ້ເຫັນ ວຽກງານດ້ານຕ່າງໆຂອງກົມ ກອງໃນໄລຍະຜ່ານມາ, ຈຸດດີ- ຈຸດອ່ອນຂໍ້ຄົງຄ້າງ, ວຽກງານ ການເມືອງ-ນຳພາແນວຄິດຕິດ ພັນແໜ້ນກັບວຽກງານວິຊາ ສະເພາະ, ສະພາບພະນັກງານ- ສະມາຊິກພັກມີແນວຄິດອຸ່ນອຽນ ທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ດຳເນີນສຳຫຼວດກວດ ກາໜ່ວຍພັກຄະນະພັກຮາກຖານ ສ່ອງແສງລາຍງານປະຈຳອາທິດ ປະຈຳເດືອນ ແລະ ໄຕມາດເສຍ ເງິນສະຕິບຳລຸງພັກເປັນປະຈຳ ໂດຍຖືເອົາ 5 ຫຼັກການ 3 ທິດ ນຳຂອງພັກມາເປັນໄມ້ຫຼາວັດ ແທກຄຸນນະພາບການເມືອງຂອງ ຕົນ, ເອົາໃຈໃສ່ວຽກງານຂະ ບວນການຕ່າງໆ ວຽກງານວິຊາ ສະເພາະຮັບປະກັນດ້ານການ ຮຽນ-ການສອນໃຫ້ແກ່ນັກຮຽນ- ນັກສຶກສາ, ວຽກງານເພີ່ມພູນຜະ ລິດຜົນ ແກ້ໄຂຊີວິດການເປັນຢູ່ ບຸກເບີກສວນປູກກ້ວຍ ຈຳນວນ 4 ເຮັກຕາ, ປ່ອຍປາໃສ່ໜອງ 6.000 ໂຕ, ສ້າງກອງທຶນຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ມີເງິນກອງທຶນ 997.066.000 ກີບ, ວຽກງານ ກີລາສິລະປະ-ວັນນະຄະດີໄດ້ປະ ກອບສ່ວນເຂົ້າຮ່ວມຢ່າງເປັນຂະ ບວນການຟົດຟື້ນກວ້າງຂວາງ ແລະ ຕໍ່ເນື່ອງບໍ່ວ່າຂັ້ນເທິງກໍຄືກົມ ກອງຈັດຂຶ້ນສ້າງໃຫ້ກົມກອງມີ ບັນຍາກາດຟົດຟື້ນມ່ວນຊື່ນ, ວຽກ ງານກໍ່ສ້າງພັກຜ່ານມາຄະນະພັກ ວິທະຍາຄານໄດ້ຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ 9 ສະໄໝຕິດຕໍ່ກັນ, ພະນັກ ງານ-ສະມາຊິກພັກໄດ້ຮັບການ ຍ້ອງຍໍປະເພດຕ່າງໆຫຼຽນໄຊ ອິດສະຫຼະຊັ້ນ II ຈຳນວນ 2 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 4 ໜ່ວຍ, ຫຼຽນໄຊພິລາດອາດຫານ ຊັ້ນ III ຈຳນວນ 11 ໜ່ວຍ, ຫຼຽນ ໄຊແຮງງານ ຊັ້ນ III ຈຳນວນ20 ໜ່ວຍ, ຫຼຽນກາທີ່ລະນຶກ 70 ປີ 143 ໜ່ວຍ, ໃບຍ້ອງຍໍລັດຖະບານ 99 ໃບ, ໃບຍ້ອງຍໍກະຊວງປ້ອງ ກັນປະເທດ 90 ໃບ, ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 197 ໃບ, ໃບຍ້ອງຍໍວິທະຍາຄານ ການແພດກອງທັບ 5 ໃບ. ພ້ອມ ກັນນັ້ນໃນທີ່ປະຊຸມຍັງໄດ້ວາງ ຄາດໝາຍສູ້ຊົນ ແລະ ຜ່ານທິດ ທາງແຜນການຕໍ່ໜ້າອີກດ້ວຍ. ໂອກາດນີ້ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ໂອ້ລົມ ຕໍ່ທີ່ປະຊຸມຍົກໃຫ້ເຫັນສະພາບ ການຕ່າງໆຂອງໂລກ ແລະ ພາຍ ໃນປະເທດ, ການໂຄສະນາຊວນ ເຊື່ອທຸກຮູບແບບໃນໂລກອອນ ລາຍພ້ອມທັງຮຽກຮ້ອງໃຫ້ເພີ່ມ ທະວີວຽກງານການເມືອງນຳພາ ແນວຄິດ ເປັນສຳຄັນ ເປັນຕົ້ນ ການສຶກສາອົບຮົມພະນັກງານ- ສະມາຊິກພັກ, ນັກຮົບ ເພີ່ມທະວີ ຄວາມສາມັກຄີພາຍໃນເປັນປຶກ ແຜ່ນ, ເຮັດວຽກເປັນໝູ່ຄະນະ ບຸກ ຄົນຮັບຜິດຊອບເອົາໃຈໃສ່ວຽກ ງານວິຊາສະເພາະ ພ້ອມກັນເຮັດ ສຳເລັດໜ້າທີ່ຂອງຕົນດ້ວຍ ຄວາມຮັບຜິດຊອບສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ