ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງໄຊສົມບູນ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-11-22 10:06:34 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວປວງຊົນລາວບັນດາ ເຜົ່າກຳລັງອອກແຮງແຂ່ງຂັນ ກັນສ້າງຂະບວນການຕ່າງໆເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ໃນວັນທີ 20 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນຂອງເມືອງອະນຸ ວົງ ແຂວງໄຊສົມບູນ ຄູ-ອາຈານ, ຊາວໜຸ່ມ-ເຍົາວະຊົນນ້ອງນ້ອຍ ນັກຮຽນ ມ ສ ໄຊສົມບູນ ໄດ້ເຂົ້າ ຮ່ວມຮັບຟັງປາຖະກະຖາຫວນ ຄືນມູນເຊື້ອ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການໃຫ້ກຽດປາຖະກະ ຖາຂອງ ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ເຊິ່ງທ່ານໄດ້ຍົກ ໃຫ້ເຫັນເຖິງມູນເຊື້ອອັນພິລາດ ອາດຫານ ແລະ ທາດແທ້ຂອງ ກອງທັບປະຊາຊົນລາວໃນແຕ່ລະ ໄລຍະທີ່ນັກຮົບຮຸ່ນກ່ອນ ໄດ້ດຳ ເນີນການຕໍ່ສູ້ກູ້ຊາດຕ້ານກັບ ພວກຈັກກະພັດຕ່າງດ້າວທີ່ມາ ຮຸກ ຮານປະເທດລາວຂອງພວກ ເຮົາຢ່າງຍືດເຍື້ອຍາວນານ ແລະ ໄດ້ສ້າງຕັ້ງກອງທັບປະຊາຊົນ ລາວຂຶ້ນໃນວັນທີ 20 ມັງກອນ ປີ 1949 ນັບແຕ່ນັ້ນມາກອງ ທັບປະຊາຊົນລາວໄດ້ເຕີບໃຫຍ່ ເຂັ້ມແຂງພາຍໃຕ້ການຊີ້ນຳ-ນຳ ພາຂອງພັກປະຊາຊົນລາວນຳພາ ຕໍ່ສູ້ກູ້ຊາດຈົນຍາດໄດ້ໄຊຊະນະ ຢ່າງລຽນຕິດສາມາດຊີ້ນຳ-ນຳ ພາປວງຊົນລາວບັນດາເຜົ່າ ທັງ ຊາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາ 1975 ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍກອງທັບປະຊາ ຊົນລາວໄດ້ປະກອບສ່ວນເຮັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບປົກປັກຮັກສາຜືນແຜ່ນ ດິນອັນຄົບຖ້ວນຂອງຊາດໄວ້ ໄດ້ຢ່າງໝັ້ນຄົງ. ການປາຖະກະຖາໃນຄັ້ງນີ້ ເປັນການ ສຶກສາອົບຮົມໃຫ້ແກ່ຖັນ ແຖວພະນັກງານ, ຊາວໜຸ່ມ-ໄວ ໜຸ່ມໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ທາດ ແທ້ມູນເຊື້ອຂອງກອງທັບປະຊາ ຊົນລາວ ເພື່ອເປັນບ່ອນອີງແກ່ ການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັດສະນະຫຼັກໝັ້ນມີມານະ ຈິດປະຕິບັດຕັ້ງໜ້າເສີມຂະ ຫຍາຍທາດແທ້ມູນເຊື້ອອັນດີ ງາມຂອງພະນັກງານຮຸ່ນກ່ອນ ທີ່ໄດ້ເສຍສະຫຼະເຫື່ືອແຮງຂອງ ຕົນໃນການຮັບໃຊ້ຊາດ. ພ້ອມ ນັ້ນກໍນຳເອົາບົດຮຽນອັນລໍ້າຄ່າ ໄປໝູນໃຊ້ເຂົ້າໃນວຽກງານຂອງ ກົມກອງຕົນໃຫ້ປາກົດຜົນເປັນ ຈິງ. ໂດຍ: ແກ້ວ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ