ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດສະຫະລັດສັ່ງຜະລິດເຮືອບິນຮົບ F-35 ອີກ 255 ລຳ
ເວລາອອກຂ່າວ: 2018-11-22 10:20:47 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 139590313 | ຄວາມນິຍົມ:



ອີງ​ຕາມ​ຖະແຫຼງການ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ສະຫະ ລັດ (ເພນ​ຕາ​ກອນ) ເປີດເຜີຍ​ວ່າ: ເຮືອບິນຮົບ F-35 ທີ່​ຈ້າງ​ຜະລິດ​ຊຸດ​ໃໝ່ 106 ລຳ​ຈະ​ຈັດ​ສັນ​ໃຫ້​ກອງທັບ​ບົກ, F-35 ເອ ຈຳນວນ 64 ລຳ​ສົ່ງ​ໃຫ້​ກອງທັບ​ອາກາດ, F-35 ບີ ຈຳນວນ 26 ລຳ​ໃຫ້​ເຫຼົ່າ​ນາວິກະໂຍທິນ ແລະ F-35 ຊີ ຈຳນວນ 16 ລຳ​ໃຫ້​ກອງທັບ​ເຮືອ, ສ່ວນ​ທີ່​ເຫຼືອ​ຈະ​ຂາຍ​ໃຫ້​ລູກ​ຄ້າ​ຕ່າງປະເທດ. ໂດຍ​ບໍລິສັດລ໊ອກ​ຮີດມາ​ຕິນ ຜູ້​ຜະລິດ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດລາຍ​ໃຫຍ່ ຈະ​ໄດ້​ຮັບ​ເງິນ​ມັດ​ຈຳ​ລ່ວງ​ໜ້າ 6 ຕື້​ໂດ​ລາ ການ​ຜະລິດ ແລະ ສົ່ງ​ມອບ​ຕາມ​ກຳນົດ​ໃຫ້​ແລ້ວ​ສຳ ເລັດ​ພາຍໃນ​ເດືອນ ມີນາ 2023 ງານ​ຜະລິດ​ເກືອບ​ທັງ​ໝົດ​ຈະ​ຢູ່​ໃນ​ສະຫະລັດແຕ່​ບາງ​ສ່ວນ​ຈະ​ຢູ່​ໃນ​ຫຼາຍ​ປະເທດລວມ​ເຖິງ​ອັງກິດ ແລະ ອີ​ຕາ​ລີ. ສ່ວນ​ໂຄງການ​ຜະລິດ​ຍົນ​ຮົບ ເອ​ຟ-35 ເຊິ່ງ​ເລີ່ມ​ຕັ້ງແຕ່​ຊຸມ​ປີ 1990 ນັບ ເປັນ​ລະບົບ​ອາວຸດ​ທີ່​ລາຄາ​ແພງ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ອາ​ເມ​ຣິ​ກາ ມູນ​ຄ່າ​ໂຄງການ​ໂດຍ​ປະ​ເມີນ​ຢູ່​ທີ່ 400.000 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ການ​ຜະລິດ ເອ​ຟ-35 ຈຳນວນ 2.500 ລຳ​ໃນ​ໄລຍະ​ເວລາ​ຫຼາຍ​ປີ​ຂ້າງ​ໜ້າເມື່ອ​ຖືກ​ນຳ​ເຂົ້າ​ປະຈຳການ ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ບຳລຸງ​ຮັກສາຕະຫຼອດ​ອາຍຸ​ການ​ໃຊ້​ງານ​ຂອງ ເອ​ຟ-35 ຈົນ​ເຖິງ​ປີ 2070 ຄາດ​ວ່າ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ໂຄງການຈະ​ສູງ​ເຖິງ 1,5 ລ້ານ​ລ້ານໂດ​ລາ. ຕາມຂໍ້​ມູນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ເອ​ຟ-35 ຖືກ​ສົ່ງ ມອບ​ໃຫ້​ລູກ​ຄ້າ​ທົ່ວ​ໂລກ​ແລ້ວ 320 ລຳ ໂດຍ 245 ລຳ​ ໃນ​ຈຳ ນວນ​ນີ້​ຢູ່​ໃນ​ສະຫະລັດ ແລະ ໃນ​ມື້​ດຽວ​ກັນນີ້ ກະຊວງ​ປ້ອງ​ກັນ​ປະເທດ ຍັງ​ໄດ້​ປະກາດ​ສັ່ງ​ຊື້ເຮລີ ກົບ​ແຕ​ຮຸ່ນ ເອັມ​ເອ​ຊ-60 ອາ​ຣຈຳ ນວນ 8 ລຳຈາກ​ລ໊ອກ​ຮີດມາ​ຕິນ ລວມ​ມູນ​ຄ່າ 682 ລ້ານ​ໂດ​ລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ