
ກະຊວງປ້ອງກັນປະເທດສະຫະລັດສັ່ງຜະລິດເຮືອບິນຮົບ F-35 ອີກ 255 ລຳ
ເວລາອອກຂ່າວ: 2018-11-22 10:20:47 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 139583141 | ຄວາມນິຍົມ:
ອີງຕາມຖະແຫຼງການຂອງກະຊວງປ້ອງກັນປະເທດສະຫະ ລັດ (ເພນຕາກອນ) ເປີດເຜີຍວ່າ: ເຮືອບິນຮົບ F-35 ທີ່ຈ້າງຜະລິດຊຸດໃໝ່ 106 ລຳຈະຈັດສັນໃຫ້ກອງທັບບົກ, F-35 ເອ ຈຳນວນ 64 ລຳສົ່ງໃຫ້ກອງທັບອາກາດ, F-35 ບີ ຈຳນວນ 26 ລຳໃຫ້ເຫຼົ່ານາວິກະໂຍທິນ ແລະ F-35 ຊີ ຈຳນວນ 16 ລຳໃຫ້ກອງທັບເຮືອ, ສ່ວນທີ່ເຫຼືອຈະຂາຍໃຫ້ລູກຄ້າຕ່າງປະເທດ.
ໂດຍບໍລິສັດລ໊ອກຮີດມາຕິນ ຜູ້ຜະລິດອາວຸດຍຸດໂທປະກອນໃຫ້ກະຊວງປ້ອງກັນປະເທດລາຍໃຫຍ່ ຈະໄດ້ຮັບເງິນມັດຈຳລ່ວງໜ້າ 6 ຕື້ໂດລາ ການຜະລິດ ແລະ ສົ່ງມອບຕາມກຳນົດໃຫ້ແລ້ວສຳ
ເລັດພາຍໃນເດືອນ ມີນາ 2023 ງານຜະລິດເກືອບທັງໝົດຈະຢູ່ໃນສະຫະລັດແຕ່ບາງສ່ວນຈະຢູ່ໃນຫຼາຍປະເທດລວມເຖິງອັງກິດ ແລະ ອີຕາລີ. ສ່ວນໂຄງການຜະລິດຍົນຮົບ ເອຟ-35 ເຊິ່ງເລີ່ມຕັ້ງແຕ່ຊຸມປີ 1990 ນັບ
ເປັນລະບົບອາວຸດທີ່ລາຄາແພງທີ່ສຸດໃນປະຫວັດສາດຂອງອາເມຣິກາ ມູນຄ່າໂຄງການໂດຍປະເມີນຢູ່ທີ່ 400.000 ລ້ານໂດລາສະຫະລັດ ສຳລັບການຜະລິດ ເອຟ-35 ຈຳນວນ 2.500 ລຳໃນໄລຍະເວລາຫຼາຍປີຂ້າງໜ້າເມື່ອຖືກນຳເຂົ້າປະຈຳການ ແລະ ຄ່າໃຊ້ຈ່າຍໃນການບຳລຸງຮັກສາຕະຫຼອດອາຍຸການໃຊ້ງານຂອງ ເອຟ-35 ຈົນເຖິງປີ 2070 ຄາດວ່າຄ່າໃຊ້ຈ່າຍທັງໝົດໃນໂຄງການຈະສູງເຖິງ 1,5 ລ້ານລ້ານໂດລາ.
ຕາມຂໍ້ມູນຂອງກະຊວງປ້ອງກັນປະເທດ ເອຟ-35 ຖືກສົ່ງ ມອບໃຫ້ລູກຄ້າທົ່ວໂລກແລ້ວ 320 ລຳ ໂດຍ 245 ລຳ ໃນຈຳ
ນວນນີ້ຢູ່ໃນສະຫະລັດ ແລະ ໃນມື້ດຽວກັນນີ້ ກະຊວງປ້ອງກັນປະເທດ ຍັງໄດ້ປະກາດສັ່ງຊື້ເຮລີ
ກົບແຕຮຸ່ນ ເອັມເອຊ-60 ອາຣຈຳ
ນວນ 8 ລຳຈາກລ໊ອກຮີດມາຕິນ ລວມມູນຄ່າ 682 ລ້ານໂດລາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ