ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈີນ - ບຣູໄນ ຮັດແໜ້ນຄວາມຮ່ວມມືທາງຍຸດທະສາດ
ເວລາອອກຂ່າວ: 2018-11-22 10:36:28 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 11249 | ຄວາມນິຍົມ:



ສໍານັກຂ່າວຊີນຮວາລາຍ ງານຈາກນະຄອນຫຼວງບັນດາ ເຊີຣີເບກາວັນ ປະເທດບຣູໄນ ເມື່ອວັນທີ 20 ພະຈິກ 2018 ວ່າ: ໃນວັນທີ 19-20 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ເດີນທາງໄປຢ້ຽມຢາມ ບຣູໄນທາງລັດຖະກິດ ແລະ ໄດ້ ເຂົ້າພົບປະກັບ ຊຸນຕານຮາຈີ ຮາ ຊານານ ໂບເກຍ ປະທານາທິບໍດີ ຂອງບຣູໄນໂດຍຜູ້ນຳທັງສອງ ໄດ້ເປັນເອກະພາບກັນຕົກລົງ ວ່າ: ຈະຍົກລະດັບການພົວພັນ ຂອງສອງປະເທດ ໃຫ້ສູງຂຶ້ນ ເປັນການພົວພັນຄູ່ຮ່ວມມືຍຸດທະ ສາດ. ການຕົກລົງດັ່ງກ່າວສອດ ຄ່ອງກັບທ່ວງທ່າຂະຫຍາຍຕົວ ທີ່ດີຂອງການພົວພັນສອງປະ ເທດໃນໄລຍະ 5 ປີຜ່ານມາ ແລະ ຊຸກຍູ້ການພົວພັນສອງຝ່າຍໃຫ້ ສູງຂຶ້ນສູ່ລະດັບໃໝ່. ນອກຈາກນີ້ ຜູ້ນໍາຂອງສອງ ປະເທດຍັງໄດ້ເປັນສັກຂີພະຍານ ຮ່ວມກັນໃນການລົງນາມບົດ ບັນທຶກຂໍ້ຕົກລົງຮ່ວມມື ວ່າດ້ວຍ ການສົ່ງເສີມຄວາມສໍາພັນ ແລະ ຄວາມຮ່ວມມືລະດັບທະວີພາຄີ ໃນຫຼາຍດ້ານ ເຊິ່ງຮວມເຖິງ ການທີ່ລັດຖະບານບຣູໄນຈະໃຫ້ ຄວາມສະໜັບສະໜູນ ແລະ ຮ່ວມ ປະຊາສໍາພັນແຜນຍຸດທະສາດ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼື “ເສັ້ນທາງສາຍໄໝແຫ່ງສະຕະ ວັດທີ 21”. ຂະນະດຽວກັນຜູ້ນໍາຈີນ ກ່າວ ວ່າ: ລັດຖະບານຈີນມີຄວາມ ພ້ອມຢ່າງຍິ່ງໃນການຍົກລະດັບ ຄວາມຮ່ວມມືຕາມແນວທາງໃນ MOU ເພື່ອການພັດທະນາລະ ບົບໂຄງສ້າງພື້ນຖານໂຄງລ່າງ ແລະ ອຸດສາຫະກໍາຫຼາຍດ້ານ ຂອງບຣູໄນ ໂດຍສະເພາະໃນ ດ້ານໂຄງການສໍາຫຼວດ ແລະ ແປຮູບແຫຼ່ງພະລັງງານ ຕະຫຼອດ ຈົນການຂະຫຍາຍກອບຄວາມ ຮ່ວມມື “ລະບຽບເສດຖະກິດບຣູ ໄນ-ກວາງຊີ” ເພື່ອພັດທະນາ ດ້ານກະສິກໍາການຜະລິດອາ ຫານຮາລາລ ແລະ ການລ້ຽງ ສັດນໍ້າ. ທັງນີ້ການຢ້ຽມຢາມນະຄອນ ຫຼວງບັນດາເຊີຣີເບກາວັນ ຂອງ ທ່ານ ສີຈິ້ນຜິງ ຖືເປັນປະທານ ປະເທດຂອງຈີນຄົນທໍາອິດໃນ ຮອບ 13 ປີ ຕໍ່ຈາກປະທານປະ ເທດຫູຈິ່ນເທົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ