ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບປິດການແຂ່ງຂັນກີລາມວນຊົນປະຈຳປີ 2018
ເວລາອອກຂ່າວ: 2018-11-22 10:43:49 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ການແຂ່ງຂັນກີລາມວນຊົນ ເພື່ອສ້າງຂະບວນການຂໍ່ານັບ ຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນຄ້າຍວັນ ເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີຂອງກົມໃຫຍ່ເສນາ ທິການກອງທັບປະຊາຊົນລາວໄດ້ ປິດລົງໃນວັນທີ 19 ພະຈິກ 2018 ນີ້, ໂດຍການເປັນປະທານຂອງ ທ່ານພົນຈັດຕະວາ ປະສິດ ທ່ຽງ ທຳ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຫົວໜ້າກົມ, ຮອງກົມ, ພະແນກການ, ຫ້ອງ ການ ແລະ ຄະນະພັກ-ຄະນະບັນ ຊາ, ຄະນະນຳນັກກີລາເຂົ້າຮ່ວມ ຢ່າງພ້ອມພຽງ. ພັນໂທ ນາງ ພົມມາ ສິງເທບ ຫົວໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ເສນາທິການໄດ້ຂຶ້ນສະ ຫຼຸບລາຍງານຜົນການແຂ່ງຂັນກີ ລາໃນໄລຍະ 15 ວັນເຕັມ ເຊິ່ງມີ 7 ລາຍການຄື: ກີລາເປຕັງຊາວ ໜຸ່ມຮຸ່ນທົ່ວໄປ, ເປຕັງຮຸ່ນອາ ວຸດໂສ, ບານສົ່ງຊາຍ, ບານສົ່ງ ຍິງ, ກີລາກະຕໍ້, ກີລາການທະ ຫານແລ່ນມ້າງປະກອບອາວຸດ ແລະ ກີລາການທະຫານນັກ ຮົບແຂງແຮງ, ໃນນີ້ເປຕັງປະ ສົມຊາຍ-ຍິງຮຸ່ນທົ່ວໄປມີ 55 ທີມ, ເປຕັງຮຸ່ນອາວຸດໂສ 54 ທີມ, ບານສົ່ງຊາຍ 18 ທີມ, ບານສົ່ງຍິງ 9 ທີມ, ກີລາກະຕໍ້ ມີ 16 ທີມ, ກີລາການທະຫານ ແລ່ນມ້າງປະກອບອາວຸດມີ 13 ທີມ ແລະ ກີລາການທະຫານນັກ ຮົບແຂງແຮງມີ 7 ທີມ. ຜົນຂອງການແຂ່ງຂັນບານສົ່ງ ຊາຍຊະນະເລີດໄດ້ແກ່ກອງພັນ 587 ໄດ້ຮັບເງິນສົດ 1500.000 ກີບ, ພ້ອມຂັນ 1 ໜ່ວຍ, ຮອງຊະ ນະເລີດໄດ້ແກ່ກອງຮ້ອຍ 58 ໄດ້ຮັບເງິນສົດ 1000.000 ກີບ, ທີ 3 ໄດ້ແກ່ກອງພັນ 704 ໄດ້ຮັບເງິນສົດຈຳນວນ 800.000 ກີບ, ແລະ ທີ 4: ໄດ້ແກ່ສູນລະຫັດເຕັກນິກກົດລັບ, ໄດ້ຮັບເງິນສົດ 500.000 ກີບ, ບານສົ່ງຍິງຊະນະເລີດກອງພັນ 587 ໄດ້ຮັບເງິນສົດ 1500.000 ກີບພ້ອມຂັນ 1 ໜ່ວຍ, ຮອງຊະ ນະເລີດໄດ້ແກ່ໂຮງຮຽນ 307 ໄດ້ຮັບເງິນສົດ1000.000 ກີບ ທີ 3 ໂຮງຮຽນ 303 ໄດ້ຮັບເງິນ ສົດ 800.000 ກີບ ແລະ ທີ 4: ກອງພັນ 214 ໄດ້ຮັບເງິນສົດ 500,000 ກີບ, ເປຕັງຮຸ່ນອາວຸ ໂສຊະນະເລີດໄດ້ແກ່ຫ້ອງການ ເມືອງກົມໃຫຍ່ເສນາທິການກອງ ທັບໄດ້ຮັບເງິນສົດ 1000.000 ກີບ, ຮອງຊະນະເລີດໂຮງຮຽນ 303 ໄດ້ຮັບເງິນສົດ700.000 ກີບ ທີ 3 ກອງພັນ 986 ໄດ້ຮັບ ເງິນສົດ 400.000 ກີບ ແລະ ທີ 4 ກົມແຜນທີ່ກອງທັບໄດ້ຮັບເງິນ ສົດ 300,000 ກີບ, ເປຕັງຊາວ ໜຸ່ມທົ່ວໄປຊະນະເລີດໄດ້ແກ່ ສູນວິໄຈເຄມີໄດ້ຮັບເງິນສົດ 1000.000 ກີບ ຮອງຊະນະ ເລີດກອງພັນ 704 ໄດ້ຮັບເງິນ ສົດ 700.000 ກີບ ທີ 3 ກອງພັນ 588 ໄດ້ຮັບເງິນສົດ 400.000 ກີບ ແລະ ທີ 4: ກອງພັນ 579 ໄດ້ຮັບເງິນສົດ 300,000 ກີບ, ກະຕໍ້ຊະນະເລີດກອງພັນ 704 ໄດ້ຮັບເງິນສົດ 1000.000 ກີບ, ຮອງຊະນະເລີດກອງກິລາກອງ ທັບໄດ້ຮັບເງິນສົດ 700.000 ກີບ ທີ 3 ໂຮງຮຽນ 712 ໄດ້ຮັບ ເງິນສົດ 400.000 ກີບ, ທີ 4 ກອງພັນ 15 ເຄມີໄດ້ຮັບເງິນສົດ 300,000 ກີບ, ແລ່ນມ້າງປະ ກອບອາວຸດຊະນະເລີດກອງພັນ 587 ໄດ້ຮັບເງິນສົດ 1000.000 ພ້ອມຂັນ 1 ໜ່ວຍ, ທີ 2 ກອງພັນ 588 ໄດ້ຮັບເງິນສົດ 800.000 ກີບ, ທີ 3 ໂຮງຮຽນ 307 ໄດ້ ຮັບເງິນສົດ 600.000 ກີບ, ທີ 4, ໂຮງຮຽນທະຫານຊາຍແດນ 712 ໄດ້ຮັບເງິນສົດ 400.000 ກີບ ແລະ ກີລາການທະຫານນັກ ຮົບແຂງແຮງຊະນະເລີດໂຮງ ຮຽນຊ່າງແສງໄດ້ຮັບເງິນສົດ 1.000.000 ກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດກອງພັນ 425 ໄດ້ເງິນສົດ 800.000 ກີບ, ທີ 3 ໂຮງຮຽນ 303 ໄດ້ ຮັບເງິນສົດ 600.000 ກີບ ແລະ ທີ 4 ໂຮງຮຽນ 307 ໄດ້ເງິນສົດ 400.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ