ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ສະເໜີໃຫ້ຮີບຮ້ອນກວດກາ ຄືນບັນດາເຂື່ອນໄຟຟ້າເພື່ອຮັບປະກັນຄວາມປອດໄພ
ເວລາອອກຂ່າວ: 2018-11-22 10:51:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະ ພາແຫ່ງຊາດຊຸດທີ VIII ໃນວັນທີ 21 ພະຈິກ 2018 ນີ້, ໂດຍການ ເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະ ທານສະພາແຫ່ງຊາດ ມີບັນດາ ທ່ານ ຄະນະລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດໃນແຕ່ ລະເຂດເລືອກຕັ້ງເຂົ້າຮ່ວມ. ບັນ ດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງ ຕ່າງໆໄດ້ສຸມໃສ່ປະກອບຄຳຄິດ ຄຳເຫັນໃສ່ບົດລາຍງານຂອງລັດ ຖະບານໃນຫຼາຍບັນຫາທີ່ພົ້ນ ເດັ່ນ ໂດຍສະເພາະໄດ້ສະເໜີໃຫ້ ພາກສ່ວນກ່ຽວຂ້ອງ ຖ້າເຫັນວ່າ ຍັງບໍ່ທັນໄດ້ຕາມມາດຖານ-ເຕັກ ນິກ ແລະ ການບໍລິຫານຈັດການ ນໍ້າໃຫ້ຮີບຮ້ອນກວດກາຄືນບັນ ດາໂຄງການເຂື່ອນໄຟຟ້າທີ່ສ້າງ ສຳເລັດ ແລະ ດຳເນີນການຜະລິດ ໄຟຟ້າແລ້ວ ແນໃສ່ຮັບປະກັນ ທາງດ້ານຄຸນະພາບ ແລະ ຄວາມ ປອດໄພ. ການປະກອບຄຳຄິດ ຄຳເຫັນ ຂອງບັນດາ ສສຊ ໂດຍລວມແມ່ນ ເຫັນດີເປັນເອກະພາບຕໍ່ບົດລາຍ ງານດັ່ງກ່າວ ແຕ່ຍັງມີ ສສຊ ຫຼາຍ ເຂດເລືອກຕັ້ງໄດ້ສະເໜີໃຫ້ມີການ ປັບປຸງແກ້ໄຂບາງບັນຫາທີ່ເຫັນ ວ່າຍັງບໍ່ທັນສອດຄ່ອງ ໂດຍສະ ເພາະແມ່ນບັນຫາການກໍ່ສ້າງ ເຂື່ອນໄຟຟ້າ ສສຊ ຫລາຍເຂດ ສະເໜີໃຫ້ລັດຖະບານກໍຄືພາກ ສ່ວນກ່ຽວຂ້ອງຮີບຮ້ອນດຳເນີນ ການກວດກາຄືນບັນດາເຂື່ອນ ໄຟຟ້າທີ່ສ້າງສຳເລັດ ແລ້ວຮີບ ຮ້ອນແກ້ໄຂ ແນໃສ່ຮັບປະກັນ ທາງດ້ານຄຸນະພາບ ແລະ ຄວາມ ປອດໄພ ພ້ອມທັງໃຫ້ປະເມີນ ຄືນກ່ຽວກັບຜົນກະທົບຂອງ ການສ້າງເຂື່ອນໄຟຟ້າ ແລະ ສະ ເໜີໃຫ້ມີການສົ່ງເສີມວິຊາຊີບໃຫ້ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ການສ້າງເຂື່ອນໃນແຕ່ລະ ແຫ່ງ ແນໃສ່ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອ ລະກ້າວສຳຄັນ ແມ່ນເພື່ອຫລີກ ເວັ້ນຈາກຜົນກະທົບຕໍ່ສິ່ງແວດ ລ້ອມ ຊີວິດ ແລະ ຊັບສິນຂອງພໍ່ ແມ່ປະຊາຊົນບັນດາເຜົ່າ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ