ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 642 ປິດຂະບວນການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2019-09-19 09:26:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນວັນທີ 13 ກັນຍາ 2019 ທີ່ຜ່ານມາ ນີ້, ກອງພັນໃຫຍ່ 642 ໄດ້ປິດຂະບວນການແຂ່ງຂັນກີ ລາມວນຊົນໃນໂອກາດຕ້ອນຮັບ ວັນສ້າງຕັ້ງກອງພັນໃຫຍ່ 642 ຄົບຮອບ 27 ປີ (7/9/1992- 7/9/2019) ໂດຍການເຂົ້າຮ່ວມ ຂອງສະຫາຍ ພັນເອກ ແສງມະນີ ວອນ ຄໍາມະນີ ຫົວໜ້າການເມືອງ ກອງພັນໃຫຍ່, ມີສະຫາຍພັນໂທ ແສງທອງ ດວງວິໄລ ຫົວໜ້າການ ທະຫານ, ມີຄະນະພັກ-ຄະນະບັນ ຊາກົມກອງອ້ອມຂ້າງຕະຫຼອດ ຮອດນັກກີລາເຂົ້າຮ່ວມ. ລາຍການກີລາທີ່ນໍາມາແຂ່ງ ຂັນໃນຄັ້ງນີ້ມີ 3 ປະເພດຄື: ບານ ເຕະຊາວໜຸ່ມຊາຍ, ບານສົ່ງຊາວ ໜຸ່ມຊາຍ-ຍິງ, ເປຕັງການນໍາທົ່ວ ໄປ ແລະ ເປຕັງຊາວໜຸ່ມຊາຍ-ຍິງ ຜ່ານການແຂ່ງຂັນຕົວຈິງ ສາ ມາດສະຫຼຸບໄດ້ດັ່ງນີ້: ປະເພດ ບານເຕະຊາວໜຸ່ມຊາຍ ທີ 1 ກອງ ພັນ 290, ທີ 2 ກອງພັນ 291, ປະເພດບານສົ່ງຊາຍ ທີ 1 ໄດ້ແກ່ ກອງພັນ 603, ທີ 2 ໄດ້ແກ່ ຊາວໜຸ່ມອົງການກອງພັນໃຫຍ່, ບານສົ່ງຍິງ ທີ 1 ໄດ້ແກ່ແມ່ຍິງ ອົງການກອງພັນໃຫຍ່, ທີ 2 ໄດ້ ແກ່ ໂຮງໝໍ 10 ຕຽງ, ເປຕັງຄູ່ ຊາຍທົ່ວໄປ. ທີ1 ໄດ້ແກ່ພະແນກ ພະລາ, ທີ 2 ພະແນກເຕັກນິກ, ເປຕັງຄູ່ຍິງທົ່ວໄປທີ 1 ໄດ້ແກ່ພະ ແນກເສນາ, ທີ 2 ກອງພັນ 603, ເປຕັງການນໍາທົ່ວໄປທີ 1 ໄດ້ແກ່ ໂຮງໝໍ 10 ຕຽງ, ທີ 2 ໄດ້ແກ່ ກອງພັນ 603, ເປຕັງການນໍາ ທີມປະສົມຊາຍ 2 ຍິງ 1 ທີ 1 ໄດ້ ແກ່ພະແນກບໍລິຫານ, ທີ 2 ໄດ້ ແກ່ ພະແນກເສນາ. ນອກຈາກ ຈະເປັນການສ້າງຂະບວນການ ຕ້ອນຮັບວັນສ້າງຕັ້ງກອງພັນ ໃຫຍ່ 642 ຄົບຮອບ 27 ປີ ແລ້ວຍັງເປັນການຮັດແໜ້ນ ຄວາມສາມັກຄີລະຫວ່າງຂັ້ນລຸ່ມ ແລະ ຂັ້ນເທິງ, ພະນັກງານກັບນັກ ຮົບໃຫ້ມີຄວາມແໜ້ນແຟ້ນຂຶ້ນ ເລື້ອຍໆ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ