ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານຮອງນາຍົກລັດຖະມົນຕີຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະລະວັນ
ເວລາອອກຂ່າວ: 2019-09-23 10:20:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ວັນທີ 19 ກັນຍາ ນີ້, ທ່ານ ປອ ບຸນທອງ ຈິດມະນີ ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ປະທານຄະ ນະກວດກາສູນກາງພັກ, ປະທານ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫຼວງ ພ້ອມຄະນະໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສາລະວັນ. ໂອກາດດັ່ງກ່າວ, ທ່ານ ບົວ ທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ສາລະວັນ ກໍໄດ້ລາຍສະພາບ ການໂດຍຫຍໍ້ກ່ຽວກັບວຽກ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ວຽກງານເສດຖະກິດ- ສັງຄົມ, ວຽກງານການກະກຽມ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເຊິ່ງມາຮອດປັດຈຸບັນນີ້ແຂວງ ສາລະວັນສາມາດເປີດກອງປະ ຊຸມໃຫຍ່ສຳເລັດໄປແລ້ວ 2 ເມືອງ ຄື: ເມືອງສະໝວຍ ແລະ ເມືອງຕະ ໂອ້ຍ, ພ້ອມດຽວກັນນີ້ທ່ານຮອງ ເຈົ້າແຂວງໆສາລະວັນກໍໄດ້ລາຍ ງານໂດຍຫຍໍ້ກ່ຽວກັບສະພາບນໍ້າ ຖ້ວມໃນຕົ້ນເດືອນທີ່ຜ່ານມາ ເຊິ່ງທົ່ວແຂວງສາລະວັນ ມີທັງ ໝົດ 579 ບ້ານ ໄດ້ຮັບຄວາມ ເສຍຫາຍ 219 ບ້ານ, ມີ 35.698 ຄົນ ແລະ ມີພົນລະເມືອງ 139.221 ຄົນ, ມີເນື້ອທີ່ນ້ຳຖ້ວມ 45.994 ເຮັກຕາ, ເນື້ອທີ່ນາ 25.490 ເຮັກຕາ. ໂອກາດນີ້, ທ່ານ ຮອງນາຍົກ ລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງແຂວງທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາເຮັດ ໃຫ້ທົ່ວແຂວງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ພ້ອມທັງເນັ້ນໃຫ້ ສືບຕໍ່ເຮັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໃຫ້ ເຂັ້ມແຂງບົນພື້ນຖານອຳນວຍ ຄວາມສະດວກ ແລະ ປັບປຸງ ກຳລັງຕ່າງໆນັບແຕ່ຂັ້ນຮາກ ຖານທ້ອງຖິ່ນຂຶ້ນໄປ, ໃຫ້ມີຄວາມ ເຂັ້ນແຂງໂດຍສະເພາະແມ່ນ ການກໍ່ສ້າງບ້ານປ້ອງກັນຊາດ ເຂັ້ມແຂງໃຫ້ເພີ່ມຂຶ້ນທາງດ້ານ ຈຳນວນ ແລະ ຄຸນນະພາບ, ເອົາໃຈໃສ່ໃນການຈັດເກັບລາຍ ຮັບ, ການຟື້ນຟູໄພນໍ້າຖ້ວມ ແລະ ອື່ນໆ ແນໃສ່ຮັບປະກັນໃຫ້ທົ່ວ ແຂວງສາລະວັນ ເປີດສົກຮຽນ ແລະ ໃຫ້ເດັກນ້ອຍໄດ້ເຂົ້າຮຽນ ຢ່າງເປັນປົກກະຕິ, ນອກຈາກ ນັ້ນກໍບັນຫາເຂົ້າກິນ, ນໍ້າດື່ມ, ທີ່ຢູ່ອາໄສຢາປົວພະຍາດຄົນ ແລະ ສັດອື່ນໆຂອງຄອບຄົວຜູ້ທີ່ໄດ້ ຮັບຜົນກະທົບຈາກໄຟທຳມະ ຊາດ, ເພາະວ່າມັນເປັນສິ່ງຈຳ ເປັັນທີ່ສຸດໃນໄລຍະນີ້, ວຽກງານ ພື້ນຖານໂຄງລ່າງຕ້ອງໄດ້ມີການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂ ແລະ ເອົາ ໃຈໃສ່ສົ່ງເສີມວິສາຫາກິດຂະ ໜາດນ້ອຍ ແລະ ຂະໜາດກາງ, ສຳລັບວຽກງານກະກຽມກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ ເອົາໃຈໃສ່ໃນການສ້າງຂະບວນ ການຕ່າງໆເປັນຕົ້ນຊຸກຍູ້ຂະບວນ ການຕິດພັນກັບການຟື້ນຟູໄພພິ ບັດ, ຕິດພັນກັບຂະບວນການຮັກ ຊາດພັດທະນາ, ເອົາໃຈໃສ່ໃນ ການກະກຽມເນື້ອໃນຕ່າງໆໂດຍ ສະເພາະກໍ່ແມ່ນບົດລາຍງານ ການເມືອງ, ແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ການກະ ກຽມບຸກຄະລາກອນຕ່າງໆທີ່ ຈະເຂົ້າໃນໂຄງປະກອບ, ສຳລັບ ເມືອງທີ່ສຳເລັດກອງປະຊຸມໃຫຍ່ ແລ້ວກໍ່ແມ່ນໃຫ້ຜັນຂະຫຍາຍ ມະຕິເນື້ອໃນຕ່າງໆ, ຜົນສຳເລັດ ຂອງກອງປະຊຸມລົງສູ່ຂັ້ນຮາກຖານເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ຮັບຮູ້. ໂອກາດລົງຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ທ່ານ ຮອງ ນາຍົກລັດຖະມົນຕີ ກໍໄດ້ມອບ ເງິນຈຳນວນໜຶ່ງເພື່ອນຳເອົາໄປ ໃຊ້ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນຂອງແຂວງ. ໂດຍ: ສິດຕາ ເພັດວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ