ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອະດີດປະທານປະເທດ ລົງຕິດຕາມກວດກາໂຄງການກໍ່ສ້າງຮູບປັ້ນຫຼໍ່ ເຈົ້າໄຊເສດຖາທິລາດ
ເວລາອອກຂ່າວ: 2019-10-01 09:01:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 30 ກັນຍາ 2019 ນີ້, ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປ ລາວ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງຮູບປັ້ນຫໍ່ຼ ເຈົ້າໄຊເສດຖາທິລາດ ຢູ່ ທີ່ບໍລິສັດຜະລິດຕະພັນວັດທະນະທຳລາວ, ບ້ານຈອມມະນີ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື,ທ່ານ ບູນເລິງ ເວີ່ນ ວີລະວົງ ອຳ ນວຍການບໍລິສັດຜະລິດຕະພັນ ວັດທະນະທຳລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ. ທ່ານ ອຸ່ນ ຫຼ້າໄຊຍະສິດ ຮອງ ເຈົ້າແຂວງໆອັດຕະປື ໄດ້ໃຫ້ຮູ້ ວ່າ: ເພື່ອເປັນການເຊີດຊູ ແລະ ຍົກຍ້ອງ ຄຸນງາມຄວາມດີຂອງ ເຈົ້າໄຊເສດຖາທິລາດ, ເຊິ່ງເປັນ ເຈົ້າຊີວິດລາວອີກອົງໜຶ່ງທີ່ມີ ຄຸນງາມຄວາມດີຕໍ່ປະເທດຊາດ ແລະ ໃນຄັ້ງໜຶ່ງເພິ່ນເອງກໍເຄີຍມາ ຢ້ຽມຢາມ ແລະ ດຳລົງຊີວິດຢູ່ ທີ່ແຂວງອັດຕະປືຈົນຮອດເວລາ ສຸດທ້າຍຂອງຊີວິດ. ສະນັ້ນ ເພື່ອເປັນການສັນລະ ເສີນຄຸນງາມຄວາມດີຂອງພະອົງ ທີ່ມີຕໍ່ຊາວລາວ, ໂດຍສະເພາະ ກໍຄືຊາວແຂວງອັດຕະປື ການນຳ ພັກ-ລັດ ແລະ ພໍ່ແມ່ປະຊາຊົນ ຊາວແຂວງອັດຕະປືຈິ່ງເປັນເອ ກະພາບກັນຕົກລົງກໍ່ສ້າງສວນອະ ນຸສາວະລີເຈົ້າໄຊເສດຖາຂຶ້ນຢູ່ທີ່ ບ້ານຫາດຊາຍຂາວ, ເມືອງໄຊ ເສດຖາ ແຂວງອັດປື ( ຈຸດທີ່ເພິ່ນ ສິ້ນພະຊົນ ) ໃນເນື້ອທີ່ທັງໝົດ 1,5 ເຮັກຕາ, ໂດຍລວມມີສວນ ດອກໄມ້, ຫໍວາງສະແດງ, ຮູບ ປັ້ນເຈົ້າໄຊເສດຖາ, ຂີ່ຫຼັງຊ້າງ ແລະ ປະດັບປະດາຕົບແຕ່ງໃຫ້ ສວຍງາມ ກາຍເປັນສວນອະນຸສາ ວະລີ ຕັ້ງຢູ່ຈຸດໃຈກາງຂອງ ເມືອງໄຊເສດຖາ ເຊິ່ງງົບປະມານ ໃນການກໍ່ສ້າງທັງໝົດປະມານ 10 ຕື້ກີບ. ສຳລັບຮູບປັ້ນຫຼໍ່ຂອງເຈົ້າໄຊ ເສດຖາ, ຂີ່ຫຼັງຊ້າງແມ່ນຈະຫຼໍ່ ດ້ວຍທອງສຳເລັດ, ເຊິ່ງມີນໍ້າ ໜັກປະມານ 18 ໂຕນ, ມີມູນຄ່າ 3 ຕື້ກວ່າກີບ ແລະ ສູງຈາກໜ້າ ດິນຂຶ້ນໄປເຖິງຈອມໝວກຂອງ ເພິ່ນປະມານ 9 ແມັດ ເປັນຮູບຂີ່ ຊ້າງທີ່ສະຫງ່າອົງອາດ ແລະ ສວຍງາມທີ່ສຸດ, ຄາດວ່າຈະໃຫ້ ສຳເລັດໃນທ້າຍປີ 2020 ນີ້. ພາຍຫຼັງສ້າງສຳເລັດຈະ ກາຍເປັນສັນຍາລັກ ແລະ ໃບໜ້າ ອັນໃໝ່ໃຫ້ແກ່ຊາວລາວກໍຄືພີ່ ນ້ອງຊາວແຂວງອັດຕະປື ທັງ ເປັນສະຖານທີ່ສຶກສາຮຽນຮູ້ຂອງ ຄົນຮຸ່ນສືບທອດ ແລະ ກາຍເປັນ ບ່ອນທ່ອງທ່ຽວອີກດ້ວຍ. ໃນຕອນທ້າຍ ທ່ານ ຮອງເຈົ້າ ແຂວງໆອັດຕະປືໄດ້ເຊີນຊວນພີ່ ນ້ອງຊາວລາວ, ແຂກທັງພາຍໃນ ແລະ ຕ່າງປະເທດຈົ່ງໄດ້ຮ່ວມ ເປັນເຈົ້າພາບ ແລະ ໂມທະນາ ທາງດ້ານວັດຖຸເງິນຄຳ ຊ່ວຍກັນ ເພື່ອເຮັດໃຫ້ການກໍ່ສ້າງອະນຸສາ ວະລີເຈົ້າໄຊເສດຖາ ສຳເລັດຕາມ ແຜນການ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ