ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄົບຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງຄັ້ງທີ 4 ສະໄໝທີ X
ເວລາອອກຂ່າວ: 2019-10-08 09:08:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ກອງປະຊຸມຄົບຄະນະປະຈຳ ສູນກາງແນວລາວສ້າງຊາດ ເປີດ ກວ້າງ ຄັ້ງທີ 4 ສະໄໝທີ X ໄດ້ ໄຂຂຶ້ນຢ່າງເປັນທາງການ, ໃນ ວັນທີ 7 ຕຸລາ ນີ້, ທີ່ສຳນັກງານ ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງ ຊາດ, ພ້ອມດ້ວຍບັນດາທ່ານໃນ ຄະນະປະຈຳສູນກາງແນວລາວ ສ້າງຊາດ, ກຳມະການສູນກາງ ແນວລາວສ້າງຊາດ, ປະທານ ແນວລາວສ້າງຊາດແຂວງ, ນະ ຄອນຫຼວງ ແລະ ເມືອງ ໃນຂອບ ເຂດທົ່ວປະເທດຕະຫຼອດເຖິງພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານປະທານສູນກາງແນວ ລາວສ້າງຊາດໄດ້ມີຄຳເຫັນກ່າວ ເປີດກອງປະຊຸມວ່າ: ກອງປະຊຸມ ເປີດກວ້າງຂອງຄະນະປະຈຳສູນ ກາງແນວລາວສ້າງຊາດຄັ້ງທີ 4 ສະໄໝທີ X ນີ້, ໄຂຂຶ້ນເພື່ອຄົ້ນ ຄວ້າປຶກສາຫາລື ແລະ ຕົກລົງ ຫຼາຍບັນຫາສຳຄັນຄື: ຮັບຟັງ ການຜ່ານບົດລາຍງານການ ເຄື່ອນໄຫວຂອງຄະນະປະຈຳສູນ ກາງແນວລາວສ້າງຊາດ ໃນ 1 ປີ ຜ່ານມາ ແລະ ທິດທາງແຜນການ ໃນປີຕໍ່ໜ້າ, ຮ່າງຄຳຄິດຄຳເຫັນ ທີ່ຈະປະກອບຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ VIII ເຊິ່ງຈະໄຂ ຂຶ້ນໃນມໍ່ໆນີ້, ບົດລາຍງານສະ ພາບການຄຸ້ມຄອງພະນັກງານ-ລັດຖະກອນ ແລະ ກົງຈັກການ ຈັດຕັ້ງຂອງແນວລາວສ້າງຊາດ, ໂຄງການ ການລາຍງານການ ເມືອງຂອງກອງປະຊຸມໃຫຍ່ແນວ ລາວສ້າງຊາດຂັ້ນແຂວງ, ເມືອງ ໃນຂອບເຂດທົ່ວປະເທດ, ບົດ ແນະນຳການສ້າງຂະບວນການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 70 ປີ ໃນປີ 2020. ນອກນັ້ນກອງປະຊຸມຍັງຈະໄດ້ ຮັບຟັງການປະກອບຄຳຄິດຄຳ ເຫັນໃນຫົວຂໍ້ຕ່າງໆ ຈາກແນວ ລາວສ້າງຊາດ, ນະຄອນຫຼວງ ວຽງຈັນ, ແຂວງໄຊຍະບູລີ, ອັດ ຕະປື, ເມືອງວຽງໄຊແຂວງຫົວ ພັນ, ຮັບຟັງການປະກອບຄຳເຫັນ ຈາກທະນາຄານພົງສະຫວັນ ໃນ ການຮ່ວມມືກັບສູນກາງແນວ ລາວສ້າງຊາດ, ການລົງຊຸກຍູ້ຂະ ບວນການຜະລິດກະສິກຳເປັນສິນ ຄ້າ ໂດຍຕິດພັນກັບການສ້າງບ້ານ ສາມັກຄີປອງດອງ ແລະ ແກ້ໄຂ ຄວາມທຸກຍາກຢູ່ເມືອງລ່ອງ ຊານ, ແຂວງໄຊສົມບູນ ແລະ ບັນ ຫາສຳຄັນອື່ນໆຜູ້ເຂົ້າຮ່ວມຍັງ ຈະໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນໃສ່ແຕ່ລະຫົວຂໍ້ຢ່າງກົງ ໄປກົງມາຍົກໃຫ້ເຫັນຫຼາຍດ້ານ ທີ່ເປັນບັນຫາຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ ເພື່ອນຳໄປ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ກອງປະຊຸມດັ່ງກ່າວຈະດຳ ເນີນໄປເປັນເວລາ 3 ວັນ ຈຶ່ງຈະ ສຳເລັດ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ