ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

32 ປີການເຕີບໃຫຍ່ຂະຫຍາຍຕົວຂອງກອງພັນໃຫຍ່ 643
ເວລາອອກຂ່າວ: 2018-11-25 12:57:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ພາຍຫຼັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນແລ້ວ, ມາຮອດວັນທີ 3/1/1986 ກະ ຊວງປ້ອງກັນປະເທດໄດ້ອານຸ ມັດຈັດຕັ້ງເປັນກອງພັນນ້ອຍ 975 ຂຶ້ນ ແລະ ປະກາດຈັດຕັ້ງ ເປັນທາງການໃນວັນທີ 1/4/ 1986 ຢູ່ພູສັນກຽນ. ທົ່ງໄຫຫີນ ຊຽງຂວາງ ໂດຍສືບທອດມາຈາກ ກອງຮ້ອຍປ້ອງກັນອາກາດ 975 ທີ່ໄດ້ສ້າງຕັ້ງຂຶ້ນໃນວັນທີ 15/9/1975, ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດກໍຄື ການປັບປຸງກໍ່ສ້າງກອງທັບໃຫ້ ເຕີບໃຫຍ່ຂະຫຍາຍຕົວທາງດ້ານ ປະລິມານ ແລະ ຄຸນະພາບມີແບບ ແຜນທັນສະໄໝເທື່ອລະກ້າວນັ້ນ, ກອງພັນນ້ອຍປ້ອງກັນອາກາດ 975 ເຊິ່ງແມ່ນເປັນກອງທຳອິດ ສືບທອດພາລະກິດຂອງເຫຼົ່າຮົບ ປ້ອງກັນອາກາດພາຍຫຼັງປະ ເທດຊາດໄດ້ຮັບການປົກປ່ອຍປະ ຈຳຢູ່ແຂວງຊຽງຂວາງ ກ່ອນຈະ ເຕີບໃຫຍ່ກ້າວຂຶ້ນເປັນກອງພັນ ໃຫຍ່ປ້ອງກັນອາກາດ 643, ທີ່ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການໂດຍແມ່ນສະຫາຍພັນ ຕີພີມພາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຊຽງຂວາງເປັນຫົວໜ້າຊີ້ນຳການ ປະກາດສ້າງຕັ້ງກອງພັນນ້ອຍ ປ້ອງກັນອາກາດ 975 ຂຶ້ນທຳ ອິດປະກອບມີ: 3 ກອງຮ້ອຍ ແລະ 1 ໜ່ວຍປ້ອງກັນທີ່ຕັ້ງສຳນັກ ກອງພັນ, ເຊິ່ງປະກອບຈຳນວນ ພົນ 121 ສະຫາຍ, ມີສະມາຊິກ ພັກ 15 ສະຫາຍ, ສະມາຊິກຊາວ ໜຸ່ມ 37 ສະຫາຍ, ຂັ້ນເທິງໄດ້ ປະກອບລົດລຳລຽງຂົນສົ່ງໃຫ້ 2 ຄັນ, ລົດກາດ 66 ມີ 1 ຄັນ, ລົດຢີ້ນ 131 ມີ 1 ຄັນ, ປະກອບ ມີປືນ 37 ມມ 12 ກະບອກ, ປືນ 23-2 ມີ 4 ກະບອກ, ໃນການ ສ້າງຕັ້ງກອງພັນນ້ອຍປ້ອງກັນ ອາກາດດັ່ງກ່າວມີໜ້າທີ່ປ້ອງກັນ ນ່ານຟ້າພູພຽງເມືອງພວນ, ປົກ ປັກຮັກສາພື້ນຖານຍຸດທະສາດ ທາງດ້ານການທະຫານເວົ້າລວມ ເວົ້າສະເພາະປ້ອງກັນເດີ່ນບິນ ທົ່ງໄຫຫີນຊຽງຂວາງ ແລະ ເຮັດ ໜ້າທີ່ກຽມພ້ອມຊ່ວຍໜູນກຳລັງ ທ້ອງຖິ່ນເພື່ອເຂົ້າກວາດລ້າງກຸ່ມ ຄົນທີ່ບໍ່ຫວັງດີຂອງແຂວງຊຽງ ຂວາງ ແມ່ນເຫດການ ການເມືອງ ທີ່ສຳຄັນໃນປະຫວັດສາດ ແລະ ຄວາມໝາຍທີ່ສະແດງໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບປ້ອງກັນອາກາດ, ກົມກອງນັບແຕ່ມື້ສ້າງຕັ້ງຂຶ້ນມາ ໂດຍໄດ້ຮັບການຊີ້ນຳດ້ານວິຊາ ສະເພາະແມ່ນຂຶ້ນກັບກົມປ້ອງ ກັນອາກາດ, ສ່ວນດ້ານຊີວິດ ການເມືອງ, ການກິນຢູ່ແມ່ນຂຶ້ນ ກັບກອງບັນຊາການທະຫານ ແຂວງຊຽງຂວາງ. 32 ປີຜ່ານມາຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງນຳ ພາແນວຄິດເປັນບັນຫາສຳຄັນ ໃຫ້ແກ່ພະນັກງານ-ນັກຮົບຂອງ ຕົນກຳແໜ້ນຕໍ່ແນວທາງນະໂຍ ບາຍຂອງພັກ-ລັດໃນແຕ່ລະໄລ ຍະ, ຮັບຮູ້ເຊື່ອມຊຶມຕໍ່ໜ້າທີ່ການ ເມືອງຂອງກອງທັບ, ຂອງກົມ ກອງ, ຕັ້ງໜ້າເຝິກແອບຮໍ່າຮຽນ ສິນລະປະຍຸດ-ຍຸດທະວິທີ, ຍົກລະ ດັບທາງດ້ານວິຊາການທະຫານ ຂອງເຫຼົ່າຮົບປ້ອງກັນອາກາດ ໃຫ້ແກ່ນາຍ ແລະ ພົນທະຫານ ຕົນມີຄວາມສາມາດປ້ອງກັນທີ່ ຕັ້ງສູງຂຶ້ນຕໍ່ເນື່ອງ, ມາຮອດປັດ ຈຸບັນມີບັນດາພະນັກງານບັນຊາ- ນຳພາໝູ່, ໝວດ, ກອງຮ້ອຍໃນ ທົ່ວກອງພັນ ສ່ວນຫຼາຍແມ່ນໄດ້ ຮັບການບຳລຸງກໍ່ສ້າງຢູ່ກົມກອງ, ຈຳນວນ 60% ຂອງພະນັກງານ ແມ່ນໄດ້ໄປຍົກລະດັບຈາກໂຮງ ຮຽນ, ວິທະຍາຄານພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການກໍ່ ສ້າງພະນັກງານ-ນັກຮົບ, ໃນແຕ່ ລະກອງໄດ້ແຂ່ງຂັນກໍ່ສ້າງກົມ ກອງຕົນເປັນກອງຕົວແບບ, ກອງ ຮາກຖານປອດໃສ,ເຂັ້ມແຂງ, ໜັກແໜ້ນ ປັດຈຸບັນກົມກອງມີ 1 ຄະນະພັກຮາກຖານມີ 3 ໜ່ວຍ ພັກຂຶ້ນກັບ, ໃນນີ້ກົມກອງໄດ້ຮັບ ໃບຢັ້ງຢືນເປັນກອງແຂງ 1 ໃບ, ໄດ້ຮັບຮອງເປັນກອງແຂງໜ່ວຍ ພັກຮູ້ນຳພາຮອບດ້ານ 8 ສະໄໝ ຈາກຄະນະພັກກະຊວງປ້ອງກັນ ປະເທດ. ຕະຫຼອດໄລຍະແຫ່ງການກໍ່ໍ່ ສ້າງ ແລະ ປັບປຸງກໍ່ສ້າງກຳລັງ ໃນການປະຕິບັດໜ້າທີ່ຂອງກົມ ກອງ, ໃນການປ້ອງກັນນ່ານຟ້າ ຊຽງຂວາງເປັນຈຸດໜັກ ແລະ ກໍ ຍັງໄດ້ປະກອບສ່ວນຮ່ວມກັບກຳ ລັງທ້ອງຖິ່ນປົກປັກຮັກສາແຂວງ ຊຽງຂວາງ ແລະ ປົກປັກຮັກສາ ປະຊາຊົນ, ພິເສດຄື: ເດືອນ 8/ 1986 ກອງພັນໄດ້ຮັບຄຳສັ່ງ ຂອງກະຊວງປ້ອງກັນປະເທດ ກໍຄືກອງບັນຊາການທະຫານ ແຂວງຊຽງຂວາງເອົາພະນັກ ງານ 9 ສະຫາຍ ສົມທົບກັບພະ ນັກງານແຂວງລົງພື້ນຖານລະ ດົມຊາວໜຸ່ມຢູ່ 6 ເມືອງ ຂອງ ແຂວງໄດ້ຈຳນວນ 460 ຄົນ, ປີ 1987 ກອງພັນໄດ້ປະຕິບັດຄຳ ສັ່ງຂອງຂັ້ນເທິງສົມທົບກັບກອງ ເພື່ອນກອງຮ້ອຍ 125, 128 ກອງພັນ 258 ທະຫານແຂວງ ຊຽງຂວາງ ລົງກວາດລ້າງພວກ ກຸ່ມຄົນບໍ່ຫວັງດີທີ່ເຂົ້າມາເຄື່ອນ ໄຫວກໍ່ຄວາມບໍ່ສະຫງົບພື້ນຖານ ປະຊາຊົນຢູ່ທ່າວຽງ, ຊຽງຄົງ, ເດືອນ 9 ປີ 1989 ປະສານສົມ ທົບກັບກຳລັງຂອງກອງບັນຊາ ການທະຫານແຂວງຊຽງຂວາງ ເຂົ້າບຸກຕີພວກທີ່ບໍ່ຫວັງດີກໍ່ ຄວາມວຸ້ນວາຍສ້າງຄວາມບໍ່ສະ ຫງົບຢູ່ພູຜາໄຊ, ຕາດເສີຍ, ນໍ້າຄໍ້ ໃຕ້, ນໍ້າຄໍ້ເໜືອ, ນໍ້າສຽມເມືອງ ຜາໄຊ ແລະ ເຮັດໜ້າທີ່ປົກປັກ ຮັກສາຄວາມສະຫງົບໃນຂອບ ເຂດຮັບຜິດຊອບຂອງຕົນຄຽງຄູ່ ກັບການສ້າງຕັ້ງຄ້າຍຄູໃຫ້ເຂົ້າສູ່ ລະບົບແໜ້ນໜາຖາວອນຕາມ ເງື່ອນໄຂທຶນຮອນຄື: ສ້າງ ຫ້ອງການ, ສະໂມສອນ, ເຮືອນ ຄົວ, ເຮືອນກິນ, ເຮືອນນອນ, ສະ ໜາມປືນ, ເສັ້ນທາງ ອ້ອມຄ້າຍ, ປະຕູໂຂງ, ປ້ອມຍາມໂຮງປັ້ນ ດິນບ໋ອກ, ອ່າງເກັບນໍ້າ ແລະ ອື່ນໆ ໂດຍໃຊ້ທຶນຂອງກົມກອງສົມ ທົບກັບທຶນຂອງກະຊວງປ້ອງ ກັນປະເທດອະນຸມັດໃຫ້ເປັນມູນ ຄ່າທັງໝົດ 245.000.000 ກວ່າລ້ານກີບ. ນອກນັ້ນກົມກອງຍັງໄດ້ລ້ຽງ ງົວ, ລ້ຽງແບ້ ແລະ ສັດປີກຈຳ ນວນໜຶ່ງ, ມີໜອງປາ 3 ໜອງ ສາມາດປ່ອຍປາໄດ້ 2.600 ກວ່າໂຕ, ປູກພັກທຸກຊະນິດແຕ່ ລະປີເກັບກູ້ໄດ້ 17.440 ກວ່າກິ ໂລ, ປູກຕົ້ນໄມ້ປະດັບ, ໄມ້ບິກ, ຕົ້ນກັນຖິ່ນ ແລະ ອື່ນໆໄດ້ 2.000 ກວ່າຕົ້ນ, ຈາກຜົນງານທີ່ຍາດ ມາໄດ້ດັ່ງກ່າວມານັ້ນພັກ-ລັດ ກະ ຊວງປ້ອງກັນປະເທດໄດ້ຍ້ອງຍໍ ກົມກອງເຊິ່ງມີ: ໄດ້ຮັບຫຼຽນໄຊ ພິລາດອາດຫານຊັ້ນ III ລວມໝູ່ 3 ໜ່ວຍ, ໄດ້ຮັບຫຼຽນໄຊແຮງ ງານຊັ້ນ III ລວມໝູ່ 4 ໜ່ວຍ, ໄດ້ຮັບຫຼຽນໄຊ, ຫຼຽນກາ, ໃບ ຍ້ອງຍໍປະເພດຕ່າງໆບຸກຄົນເປັນ ຈຳນວນຫຼວງຫຼາຍຢ່າງສົມ ກຽດ. ໂດຍ: ສໍ ໄຫຫີນ ເມືອງພວນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ