ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຮ່ວມປະຈຳປີ 2018 ລະຫວ່າງສະມາຄົມລາວ - ໄທ ແລະ ໄທ - ລາວ ເພື່ອມິດຕະພາບ
ເວລາອອກຂ່າວ: 2018-11-25 13:02:29 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 239846831 | ຄວາມນິຍົມ:



ກອງປະຊຸມຮ່ວມລະຫວ່າງ ສອງສະມາຄົມລາວ-ໄທ ແລະ ໄທ-ລາວເພື່ອມິດຕະພາບ, ໄດ້ ຈັດຂຶ້ນໃນວັນທີ 17 ພະຈິກ 2018 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງໄຊຍະບູລີ ສປປ ລາວ, ພາຍໃຕ້ການເປັນປະທານຮ່ວມ ຝ່າຍລາວນຳໂດຍທ່ານ ຫຽມ ພົມມະຈັນ ປະທານສະມາຄົມ ລາວ-ໄທເພື່ອມິດຕະພາບ, ຝ່າຍ ໄທນຳໂດຍ ທ່ານ ສຸວິດ ສິມະ ສະກຸນ ນາຍົກສະມາຄົມໄທ-ລາວ ເພື່ອມິດຕະພາບ, ມີທ່ານ ຍັນຍົງ ສີປະເສີດ ຮອງເຈົ້າ ແຂວງໄຊຍະບູລີ, ມີເອກອັກຄະ ລັດຖະທູດລາວປະຈຳປະເທດໄທ ແລະ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ມີບັນດານັກ ທຸລະກິດທັງພາກລັດ ແລະ ເອກະ ຊົນພ້ອມດ້ວຍຜູ້ຕາງໜ້າພາກ ສ່ວນກ່ຽວຂ້ອງທັງສອງຝ່າຍ ແລະ ແຂວງໃກ້ຄຽງເຂົ້າຮ່ວມ ເຊັ່ນ: ແຂວງອຸດົມໄຊ, ຫຼວງນ້ຳ ທາ ແລະ ແຂວງຫຼວງພະບາງ. ໃນວາລະກອງປະຊຸມທັງສອງ ຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດບົດບັນ ທຶກຮ່ວມກັນລະຫວ່າງສອງສະ ມາຄົມທີ່ໄດ້ຕົກລົງກັນໃນກອງ ປະຊຸມປະຈຳປີຄັ້ງທີ່ຜ່ານມາທີ່ ຈັງຫວັດເພັດບູລີຣາຊະອານາ ຈັກໄທ, ໃນວັນທີ 28 ມີຖຸນາ 2017 ທັງສອງຝ່າຍມີຄວາມພໍ ໃຈຕໍ່ຜົນສຳເລັດໃນການຮ່ວມມື ກັນຈັດກິດຈະກຳໃນດ້ານຕ່າງໆ ເພື່ອພັດທະນາ ແລະ ສົ່ງເສີມ ຄວາມເຂົ້າໃຈ, ອັນດີລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນ ໄທ, ເຊິ່ງໃນນັ້ນໄດ້ມີການຈັດພິທີ ຖວາຍຜ້າກິນຖິ່ນພະຣາຊາທານ, ການຈັດຊຸດສຳມະນາຫົວຂໍ້ຕ່າງໆ ເພື່ອສົ່ງເສີມສາຍພົວພັນມິດຕະ ພາບອັນດີ ແລະ ຮ່ວມມືລະ ຫວ່າງລາວ-ໄທ, ໃນດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການແລກປ່ຽນສີລະປະວັດທະ ນະທຳ, ການສຶກສາກິລາ, ການ ທ່ອງທ່ຽວ ແລະ ດ້ານອື່ນໆ ໄດ້ ຂະຫຍາຍຕົວ ແລະ ມີປະສິດທິ ຜົນດີຂຶ້ນ, ສາຍພົວພັນລະຫວ່າງ ສອງສະມາຄົມລາວ-ໄທ, ໄທ- ລາວເພື່ອມິດຕະພາບ, ໄດ້ມີການ ພັດທະນາຢ່າງຕໍ່ເນື່ອງຈົນກ້າວ ເຂົ້າສູ່ປີທີ 25 ຂອງການຮ່ວມ ມືຂອງສອງສະມາຄົມໂດຍໄດ້ ດຳເນີນໄປດ້ວຍໄມຕີຈິດມິດຕະ ພາບທີ່ແໜ້ນແຟ້ນ ແລະ ມີການ ພັດທະນາຢ່າງຕໍ່ເນື່ອງໃນທຸກ ດ້ານທັງພາກລັດ, ພາກເອກະຊົນ ແລະ ປະຊາຊົນທັງສອງປະເທດ, ທີ່ມີຄວາມເຂົ້າໃຈດີຕໍ່ກັນ, ຮັກ ແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພື່ອຜົນປະໂຫຍດຮ່ວມ ກັນ, ໃນໜຶ່ງປີຜ່ານມາສອງສະ ມາຄົມລາວໄທ-ໄທລາວ ເພື່ອ ມິດຕະພາບ ໄດ້ເປັນປະທານຮ່ວມ ໃນພິທີຖວາຍຜ້າກັນຖິ່ນພະຣາຊາທານຂອງເຈົ້າຊີວິດແຫ່ງຣາຊາ ອານາຈັກໄທ, ທີ່ວັດພະເຈົ້າສິງ ຄຳ ເມືອງຫຼາ, ແຂວງອຸດົມໄຊ, ປູກະໂລອ້ອມເດີນວັດພະເຈົ້າສິງ ຄຳ ໄຊຍະລາມ, ຈັດວາງສະແດງ ສີນຄ້າລາວ-ໄທ-ຫວຽດນາມ, ເຝິກອົບຮົມກີລາບານເຕະໃຫ້ ແກ່ຊາວໜຸ່ມເຍົາວະຊົນ, ກວດສຸ ຂະພາບໂດຍບໍ່ເສຍຄ່າແກ່ພໍ່ແມ່ ປະຊາຊົນແຂວງອຸດົມໄຊ, ເປີດ ໂຄງການກໍ່ສ້າງອາຄານໂຮງ ຮຽນ ພ້ອມດ້ວຍຫ້ອງນໍ້າມູນຄ່າ 2 ລ້ານບາດ, ເຊິ່ງແມ່ນທຶນຊ່ວຍ ເຫຼືອງົບປະມານຈາກກົມອາຊີຕາ ເວັນອອກ ແລະ ໄດ້ຊ່ວຍເຫຼືອກໍ່ ສ້າງຫ້ອງການຄູໂຮງຮຽນມັດ ທະຍົມຕົ້ນຕາດມ່ວນ ເມືອງຫຼາ ແຂວງອຸດົມໄຊມູນຄ່າ 4 ແສນ ບາດ ໂດຍແມ່ນທຶນງົບປະມານ ຈາກບໍລິສັດໂຕໂຍຕາມໍເຕີປະ ເທດໄທມອບທຶນກໍ່ສ້າງອາຄານ ສະໂມສອນໂຮງຮຽນມັດທະຍົມ ສົມບູນວຽງໄຊເມືອງວຽງໄຊ ແຂວງຫົວພັນ ຈາກບໍລິສັດໂຕ ໂຍຕາມໍເຕິປະເທດໄທມູນຄ່າ 2 ລ້ານ 1 ແສນບາດ. ພິທີເປີດ ໂຄງການກໍ່ສ້າງໂຮງຮຽນມັດ ທະຍົມຕອນຕົ້ນນາຊອນເມືອງ ສົບເບົາແຂວງຫົວພັນມູນຄ່າ 4 ລ້ານ 5 ແສນກວ່າບາດສະໜັບ ສະໜູນຈາກພາກເອກະຊົນລາວ ແລະ ໄທ, ພ້ອມນີ້ຍັງໄດ້ຈັດຊຸດ ສຳມະນາກ່ຽວກັບການເສີມຂະ ຫຍາຍການບຳບັດນໍ້າເສຍເຂດ ຊຸມຊົນຕາມແນວທາງພະລາຊະ ດຳຣິທີ່ເມືອງວັງວຽງ, ນອກຈາກ ນັ້ນສອງສະມາຄົມລາວ-ໄທ, ໄທ-ລາວ ເພື່ອມິດຕະພາບຍັງໄດ້ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸກທົກກະໄພທີ່ເມືອງສະໜາມໄຊແຂວງອັດຕະປື ຈາກພາກລັດ ແລະ ເອກະຊົນໄດ້ມອບໃຫ້ເອກອັກຄະລັດຖະທູດແຫ່ງສປປລາວປະຈຳບາງກອກປະເທດໄທມີມູນຄ່າ 5 ລ້ານກວ່າບາດ ແລະ ບໍລິສັດເບບເວີເຣັດຈຳກັດມອບຜ້າຫົ່ມ 1.100 ຜືນມູນຄ່າ 12.000 ບາດ ໃນກອງປະຊຸມສອງຝ່າຍໄດ້ກຳນົດກິດຈະກຳຕ່າງໆໃນການເຄື່ອນໄຫວຮ່ວມກັນເຊັ່ນ: ການນຳເອົາກະຖິນພະຣາຊະທານຂອງເຈົ້າຊີວິດຣາຊະອານາຈັກໄທປະຈຳປີ 2019 ໄປຖອດຖວາຍວັດໃດວັດໜຶ່ງ ຂອງ ສປປ ລາວ, ຈັດຊຸດເຝິກ ອົບຮົມໃຫ້ຜູ້ປະກອບການທຸລະ ກິດໂຮງແຮມ ເຮືອນພັກ ແລະ ຮ້ານອາຫານ, ກໍ່ສ້າງໂຮງຮຽນ ປະຖົມບ້ານຫ້ວຍແສນຄຳເມືອງ ໄຊຍະບູລີ, ສະໜັບສະໜູນຈັດກິດ ຈະກຳແຂ່ງຂັນກີລາມິດຕະພາບ ເພື່ອສົ່ງເສີມການຮ່ວມມືທັງ ພາກລັດ ແລະ ເອກະຊົນ, ຈັດໃຫ້ ມີແລກປ່ຽນສະແດງສີລະປະ-ວັນ ນະຄະດີໃນໂອກາດງານສຳຄັນ ຕ່າງໆ, ສະໜັບສະໜູນການຈັດ ຄາລາວານລົດເພື່ອມິດຕະພາບ ເປັນການສົ່ງເສີມການທ່ອງ ທ່ຽວ, ດ້ານສຶກສາກ່ຽວກັບດ້ານ ການຄ້າ, ການລົງທຶນໃນ ສປປ ລາວ ແລະ ກອງປະຊຸມຮ່ວມລະ ຫວ່າງສະມາຄົມລາວ-ໄທ, ໄທ-ລາວ ເພື່ອມິດຕະພາບປະ ຈຳປີ 2019 ແມ່ນຈະຈັດຂຶ້ນທີ່ ປະເທດໄທ, ເປັນເຈົ້າພາບສ່ວນ ວັນເວລາສະຖານທີ່ແມ່ນຈະແຈ້ງ ໃຫ້ກັນຊາບຕາມພາຍຫຼັງ. ໂດຍ: ບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ