ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດຈັດພິທີປະດັບຫຼຽນກາລະນຶກ 70 ປີຂອງກອງທັບ
ເວລາອອກຂ່າວ: 2018-11-25 13:03:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 22 ພະຈິກ 2018 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດໄດ້ຈັດ ພິທີປະດັບຫຼຽນກາລະນຶກ 70 ປີ ຂອງກອງທັບ ປະຊາຊົນລາວ ໃຫ້ແກ່ນາຍທະຫານ ຫ້ອງວ່າ ການກະຊວງປ້ອງກັນປະເທດ, ໂດຍໃຫ້ກຽດເປັນປະທານຂອງ ທ່ານພົນຕີ ຄຳສີ ວົງຄຳຊາວ ຄະນະປະຈຳພັກກະຊວງ, ຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ, ມີບັນດາຫົວໜ້າ ກົມ, ຫ້ອງການ, ລັດວິສາຫະ ກິດພ້ອມນາຍທະຫານທີ່ຖືກເຊີນ ເຂົ້າຮ່ວມ. ໂອກາດນີ້ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ ຫ້ອງວ່າ ການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 2035/ກປທ ວ່າ ດ້ວຍການປະດັບຫຼຽນກາລະນຶກ 70 ປີ ຂອງກອງທັບປະຊາຊົນ ລາວ ໃຫ້ແກ່ນາຍ ແລະ ພົນທະ ຫານ, ຫ້ອງວ່າການກະຊວງ ປ້ອງກັນປະເທດເນື່ອງໃນໂອ ກາດສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ( 20/1/1949- 20/1/2019 ) ເພື່ອຕອບສະ ໜອງຜົນງານ, ຄຸນງາມຄວາມດີ ຂອງນາຍ ແລະ ພົນທະຫານກອງ ທັບປະຊາຊົນລາວທີ່ໄດ້ອຸທິດຕົນ ປະກອບສ່ວນເຂົ້າໃນພາລະກິດຕໍ່ ສູ້ປົດປ່ອຍຊາດ ແລະ ປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະເວລາທີ່ຜ່ານມາ, ດັ່ງນັ້ນກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງມອບຫຼຽນກາລະ ນຶກ 70 ປີໃຫ້ແກ່ນາຍ ແລະ ພົນທະຫານຫ້ອງວ່າການ ຈຳນວນ 443 ສະຫາຍ. ໂອກາດດຽວກັນ ທ່ານພົນຕີ ຄຳສີ ວົງຄຳຊາວ ຄະນະປະຈຳ ພັກກະຊວງ, ຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາ ໃຫ້ແກ່ພະນັກງານ-ນັກຮົບທີ່ມີ ເງື່ອນໄຂໄດ້ຮັບ ພ້ອມທັງໂອ້ລົມ ໃຫ້ພະນັກງານ-ນັກຮົບທຸກສະ ຫາຍຈົ່ງສືບຕໍ່ຮັກສາມູນເຊື້ອ, ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ, ສ້າງສາພັດທະ ນາປະເທດຊາດຕາມພັນທະ ແລະ ໜ້າທີ່ຂອງຕົນຢ່າງມີຜົນສຳເລັດ ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ