ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ງານແຂ່ງຂັນກິລາທະຫານໂລກ ຄັ້ງທີ 7 ຈະຈັດຢູ່ນະຄອນອູຮ້ານປະເທດຈີນ
ເວລາອອກຂ່າວ: 2019-10-16 10:16:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ງານແຂ່ງຂັນກີລາທະຫານ ໂລກ ຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນ ອູຮ້ານຂອງຈີນໃນວັນທີ 18 ຕຸ ລານີ້, ເຊິ່ງຈະດຳເນີນໄປເປັນເວ ລາ 10 ວັນ ເພື່ອສະແດງໃຫ້ເຫັນ ເຖິງສະເໜ່ຂອງງານກີລາທະ ຫານແບບພິເສດ ແລະ ນ້ຳໃຈໂອ ລິມປິກທີ່ມີ “ສູງກວ່າເກົ່າ, ໄວ ກວ່າເກົ່າ, ແຮງກວ່າເກົ່າ” ເປັນ ການສ້າງເວທີແລກປ່ຽນໃຫ້ແກ່ ທະຫານປະເທດຕ່າງໆ. ໃນການແຂ່ງຂັນກີລາທະຫານ ໂລກ ຄັ້ງທີ 7 ນີ້ມີ 27 ປະເພດ ເຊັ່ນ: ຍິງປືນ, ລອຍນໍ້າ, ແລ່ນ ແລະ ແລ່ນລານ ແລະ ບານສົ່ງເປັນ ຕົ້ນ ລວມທັງໝົດມີ 329 ລາຍ ການ. ໃນນັ້ນ, 5 ລາຍການຄື: ກີລາຂອງທະຫານອາກາດ, ກີລາການທະຫານ, ກີລາ ຂອງທະຫານເຮືອ, Orien teering ແລະ ໂດດຈ້ອງແມ່ນ ລາຍການແຂ່ງຂັນພິເສດ. ນອກນັ້ນ ທາງຄະນະໄດ້ຈັດ ບ້ານພັກນັກກີລາທະຫານທີ່ຕັ້ງ ຢູ່ເມືອງຈ່ຽງເຊ້ຍ ນະຄອນອູຮ້ານ ແຂວງຮູເປີຍຂອງຈີນແມ່ນບ້ານ ພັກນັກກີລາທະຫານແຫ່ງທຳ ອິດທີ່ຫາກໍ່ສ້າງໃໝ່ໃນປະຫວັດ ສາດຂອງງານກີລາທະຫານ ໂລກ, ລວມມີເຮືອນພັກ 1.958 ຊຸດ. ນັບແຕ່ວັນທີ 15 ຕຸລານີ້ເປັນ ຕົ້ນໄປ, ບ້ານພັກນັກກີລາທະຫານ ດັ່ງກ່າວຈະຮັບປະກັນໃຫ້ການບໍລິ ການດ້ານການເຂົ້າພັກ, ການກິນ ດື່ມ, ການຄົມມະນາຄົມ ແລະ ອື່ນໆໃຫ້ນັກກີລາເກືອບ 1 ໝື່ນຄົນ ຂອງຄະນະຜູ້ແທນທີ່ມາຈາກ ຮ້ອຍກວ່າປະເທດ. ໃນບ້ານພັກ ຍັງມີສູນບໍລິການການປິ່ນປົວ, ສູນອາສາສະໝັກ, ສູນອອກກຳ ລັງກາຍ, ຖະໜົນການຄ້າ ແລະ ອື່ນໆ, ເຊິ່ງຈະອຳນວຍການບໍລິ ການຮອບດ້ານໃຫ້ນັກກີລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ