ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງທະຫານແຂວງວຽງຈັນ ມອບເງິນອຸດໜູນໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2019-10-21 09:30:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ໃນວັນທີ 10 ຕຸລາ 2019 ນີ້, ຫ້ອງການເມືອງກອງບັນຊາ ການທະຫານ ແຂວງວຽງຈັນ ໄດ້ຈັດພິທີມອບເງິນອຸດໜູນໃຫ້ ຄອບຄົວຜູ້ເສຍຊີວິດລວມມູນຄ່າ 181.510.390 ກີບ, ໃຫ້ກຽດ ມອບເງິນຈຳນວນດັ່ງກ່າວໂດຍ ສະຫາຍ ພັນໂທ ສົມພັນ ເຮືອງພະ ຈັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ວຽງຈັນ, ມີພະແນກການກ່ຽວ ຂ້ອງ ແລະ ຄອບຄົວຜູ້ເສຍຊີວິດ ເຂົ້າຮ່ວມ. ໂດຍປະຕິບັດຕາມຄຳສັ່ງແນະ ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍປະກັນສັງຄົມ ແລະ ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດ ດີການ-ສັງຄົມ ວ່າດ້ວຍ ການຈັດ ຕັ້ງປະຕິບັດວຽກງານປະກັນສັງ ຄົມຢູ່ກະຊວງປ້ອງກັນປະເທດ, ໄດ້ຕົກລົງອະນຸມັດມອບເງິນອຸດ ໜູນໃຫ້ຄອບຄົວຜູ້ເສຍຊີວິດ ຢູ່ກອງບັນຊາການທະຫານ ແຂວງວຽງຈັນ ຈຳນວນ 6 ຄອບ ຄົວຄື: ຄອບຄົວ ສະຫາຍ ພັນໂທ ຄໍາຕັນ ວົງລັດຕະນະ, ຄອບຄົວ ສະຫາຍ ພັນຕີ ບຸນເຮັງ ສໍປະເສີດ, ຄອບຄົວ ສະຫາຍ ຮ້ອຍໂທ ທອງ ແດງ ຄໍາພັງ, ຄອບຄົວ ສະຫາຍ ຮ້ອຍຕີ ທອງສີ ສຸກຊຽງມາດ, ຄອບຄົວ ສະຫາຍ ຄໍາດີ ວິຍາສອນ ແລະ ຄອບຄົວ ຊັ້ນ I ໄພລິນ ມະທຸ ຈັນ. ທັງນີ້ກໍເພື່ອເປັນການປະຕິ ບັດນະໂຍບາຍ ທັງເປັນຂວັນກໍາ ລັງໃຈໃຫ້ຄອບຄົວພະນັກງານທີ່ ເສຍຊີວິດ ເຊິ່ງຜ່ານມາໄດ້ປະ ກອບສ່ວນສ້າງຜົນງານໃຫ້ກົມ ກອງ ນັບແຕ່ມື້ເຂົ້າເຮັດການປະ ຕິວັດຈົນຮອດວາລະສຸດທ້າຍຢ່າງ ສົມກຽດ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ