ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານຫ້ອງເສນາທິການ ທະຫານແຂວງສາລະວັນ ເປີດກອງປະຊຸມໃຫຍ່ຄັ້ງທີ III
ເວລາອອກຂ່າວ: 2019-10-23 09:54:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ວັນທີ 11 ຕຸລາ 2019 ນີ້, ຄະນະພັກຮາກຖານຫ້ອງເສນາ ທິການທະຫານແຂວງສາລະວັນ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂຶ້ນ ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ພູວັນ ພິມມະຈັນ ຮອງເລຂາຄະ ນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກຮາກຖານ ຫ້ອງ, ເລຂາໜ່ວຍພັກພ້ອມດ້ວຍ ແຂກຖືກເຊີນ ແລະ ສະມາຊິກ ພັກສົມບູນ-ສຳຮອງເຂົ້າຮວ່ມ. ສະຫາຍ ພັນໂທ ສຳລີ ແກ້ວ ວົງສອງ ຄະນະພັກກອງບັນຊາ ການທະຫານແຂວງ, ເລຂາຄະນະ ພັກຮາກຖານ, ຫົວໜ້າຫ້ອງເສນາ ທິການທະຫານແຂວງສາລະວັນ, ໄດ້ຂຶ້ນຜ່ານບົດລາຍງານການ ເມືອງທັງສອງພາກ, ເຊິ່ງໃນໄລ ຍະ 5 ປີ ຜ່ານມາ ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ ໄດ້ ເອົາໃຈໃສ່ ກໍ່ສ້າງພັກຕາມ 3 ທິດນຳ 5 ຫຼັກການຂອງພັກວາງອອກ, ຕິດ ພັນກັບການກໍ່ສ້າງພະນັກງານ ໃຫ້ມີຄວາມໜັກແໜ້ນທັງ 4 ດ້ານໄປພ້ອມກັນເຊັ່ນ: ດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ໃນນີ້ ໄດ້ຖືເອົາການກໍ່ສ້າງພັກທາງ ດ້ານການເມືອງແນວຄິດເປັນກົກ, ແນໃສ່ເຮັດໃຫ້ສະມາຊິກພັກທຸກ ສະຫາຍເຊື່ອມຊຶມກຳແໜ້ນແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ຂໍ້ກຳນົດກົດລະ ບຽບຂອງກອງທັບ,ປະຕິບັດລະ ບຽບວິໄນຂອງພັກຢ່າງເຂັ້ມ ງວດ. ພ້ອມກັນນັ້ນຄະນະພັກ-ຄະນະບັນຊາ ໄດ້ຊີ້ນຳພະແນກ ການ, ກົມກອງຫັນເອົາພະນັກ ງານລົງກໍ່ສ້າງຮາກຖານການ ເມືອງ ໃນຂອບເຂດກົມກອງຮັບ ຜິດຊອບ, ປັບປຸງກຳລັງກອງ ຫຼອນ, ສຶກສາອົບຮົມ ແລະ ນຳພາ ພໍ່ແມ່ປະຊາຊົນປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃຫ້ກາຍເປັນ ຂອງທົ່ວປວງຊົນຮອບດ້ານ, ໄດ້ ເຄື່ອນໄຫວສາລະເວລຽບຕາມ ຊາຍແດນ, ເປົ້າໝາຍຍຸດທະ ສາດໄດ້ທັງໝົດ 825 ຄັ້ງ, ຊີ້ ນຳບັນດາກົມກອງເຄື່ອນໄຫວ ປ້ອງກັນວັນບຸນສຳຄັນ, ກອງ ປະຊຸມ, ແຂກພາຍໃນ ແລະ ຕ່າງປະເທດໄດ້ 125 ຄັ້ງ, ກວດ ກາເສັ້ນຊາຍແດນຝ່າຍດຽວ 180 ຄັ້ງ, ກວດກາສອງຝ່າຍໄດ້ 120 ຄັ້ງ ແລະ ແລກປ່ຽນສະ ພາບລະຫວ່າງໂດນ(ສສ ຫວຽດ ນາມ) ແລະ ຄໍຊາຍແດນ 511 ໄດ້ 80 ຄັ້ງ, ວຽກງານອົບຮົມ ຫັດແອບ, ກຳລັງກອງຫຼອນໄດ້ 90 ຄັ້ງ, ກໍ່ສ້າງນາຍສິບ ໄດ້ 5 ຊຸດວຽກງານກົດລັບ-ສື່ສານ ຮັບສົ່ງໂທລະເລກໄດ້ທັງໝົດ 33.420 ສະບັບ,ໂທລະລົມ ຮັບ ແລະ ສົ່ງຄຳສັ່ງໄດ້ທັງໝົດ 90.500 ສະບັບ ແລະ ຂົງເຂດ ວຽກງານອື່ນໆ. ໃນກອງປະຊຸມສະມາຊິກພັກ ຍັງໄດ້ໃຊ້ສິດຂອງຕົນດຳເນີນ ການປ່ອນບັດຄັດເລືອກເອົາຄະ ນະໜ່ວຍພັກຊຸດໃໝ່ ໄດ້ຕາມລະ ດັບຄາດໝາຍ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ