ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖວທ ແຂວງຄຳມ່ວນ ແລະ ສະຖານີວິທະຍຸກະຈາຍສຽງ-ໂທລະພາບ ແຂວງກວາງບິ່ງ ສືບຕໍ່ຮັດແໜ້ນສາຍພົວພັນ
ເວລາອອກຂ່າວ: 2019-10-23 09:57:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ໃນລະຫວ່າງວັນທີ 16-17 ຕຸລາ 2019 ນີ້ ຄະນະຜູ້ແທນສະ ຖານີວິທະຍຸກະຈາຍສຽງ-ໂທລະ ພາບແຂວງກວາງບິ່ງ ສສ ຫວຽດ ນາມ ພ້ອມຄະນະໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ ໂອກາດດັ່ງກ່າວສອງ ຝ່າຍໄດ້ດຳເນີນກອງປະຊຸມພົບ ປະຢ່າງເປັນທາງການຢູ່ທີ່ພະ ແນກ ຖວທ ແຂວງຄຳມ່ວນ. ເປັນ ກຽດເຂົ້າຮ່ວມໃນພິທີຝ່າຍແຂວງຄຳມ່ວນນຳໂດຍ ສະຫາຍ ຂັນຕີ ໂພທິນ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ຝ່າຍແຂວງ ກວາງບິ່ງ ນຳໂດຍ ສະຫາຍ ເລ ແຂັງຮວ່າ ກຳມະການພັກ ແຂວງ, ເລຂາຄະນະພັກປະຈຳ ສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງ ພ້ອມຄະນະນຳ ທັງສອງຝ່າຍເຂົ້າຮ່ວມ. ໃນວາລະດຳເນີນການພົບປະ, ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດວຽກງານໃນໄລຍະຜ່ານມາ, ແລກປ່ຽນຕີລາຄາຜົນການຈັດ ຕັ້ງປະຕິບັດເນື້ອໃນບົດບັນທຶກ ກອງປະຊຸມລະຫວ່າງສອງຝ່າຍ ເຊິ່ງໄດ້ເຊັນກັນໃນວັນທີ 11 ພະຈິກ 2016 ຢູ່ນະຄອນດົງເຮີຍ ສສ ຫວຽດນາມ, ຜ່ານການຕີ ລາຄາການຈັດຕັ້ງຜັນຂະຫຍາຍ ເນື້ອໃນບົດບັນທຶກຊ່ວຍຈຳທີ່ ສອງ ຝ່າຍໄດ້ເອກະພາບຜ່ານມາ ນັ້ນເຫັນວ່າ: ທັງສອງຝ່າຍໄດ້ ເອົາໃຈໃສ່ເຮັດໜ້າທີ່ການເມືອງ ໃນການເຜີຍແຜ່ແນວທາງນະ ໂຍບາຍ, ລະບຽບ, ກົດໝາຍຂອງ ພັກ-ລັດ ໄດ້ເປັນຢ່າງດີ ເປັນຕົ້ນ ການດຳເນີນວຽກງານຂອງສະ ຖານີວິທະຍຸກະຈາຍສຽງ-ໂທ ລະພາບ ເຄື່ອນໄຫວເກັບກຳຂ່າວ, ການຜະລິດລາຍການ, ການ ອອກອາກາດ, ໄດ້ເອົາໃຈໃສ່ໂຄ ສະນາການພົວພັນຮ່ວມມືມິດ ຕະພາບແບບພິເສດ ລາວ-ຫວຽດ ນາມ ເວົ້າລວມ, ເວົ້າສະເພາະແມ່ນ ການ ຮ່ວມມືລະຫວ່າງ ຄຳມ່ວນ- ກວາງບິ່ງ ໃນວຽກງານດ້ານ ຕ່າງໆນັບມື້ໄດ້ຮັບການເສີມ ຂະຫຍາຍຢ່າງແໜ້ນແຟ້ນ ທັງ ໝົດນັ້ນແມ່ນແນໃສ່ການພັດທະ ນາເສດຖະກິດ-ສັງຄົມ ໃຫ້ມີ ຄວາມໝັ້ນຄົງສີວິໄລ. ເພື່ອສືບ ຕໍ່ຮ່ວມມືຈັດຕັ້ງປະຕິບັດວຽກ ງານໃນຕໍ່ໜ້າ ແລະ ຍາວນານໃຫ້ ໄດ້ຮັບການເສີມຂະຫຍາຍ, ທັງ ສອງຝ່າຍຍັງໄດ້ຕົກລົງເປັນເອ ກະພາບກັນລົງນາມເຊັນບົດບັນ ທຶກຊ່ວຍຈຳເພີ່ມທະວີການຮ່ວມ ມືໃນຂົງເຂດວຽກງານວິທະຍຸ ກະຈາຍສຽງ ແລະ ໂທລະພາບໃຫ້ ນັບມື້ກວ້າງຂວາງ, ໜັກແໜ້ນ ເປັນຕົ້ນແມ່ນແລກປ່ຽນບັນດາ ລາຍການທີ່ພົ້ນເດັ່ນທາງດ້ານ ວັດທະນະທຳ-ສັງຄົມ ລະຫ່ວາງ ແຂວງຄຳມ່ວນ ແລະ ແຂວງກວາງ ບິ່ງ ສືບຕໍ່ຮ່ວມມືແລກປ່ຽນບົດ ຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານປະສົບການຕາມທ່າ ແຮງທີ່ມີ. ຮ່ວມມືໃນການສ້າງ ຟິມເອກະສານ, ການລາຍງານ ຂ່າວ, ສາລະຄະດີໃຫ້ເປັນຮູບປະ ທໍາ ແລະ ສືບຕໍ່ຮ່ວມມືຢ້ຽມຢາມ ພົບປະແລກປ່ຽນກັນໃນ 2 ປີ ຕໍ່ ໜຶ່ງຄັ້ງໂດຍຜັດປ່ຽນກັນເປັນເຈົ້າ ພາບດັ່ງທີ່ເຄີຍປະຕິບັດຜ່ານມາ ເພື່ອແນໃສ່ຮັດແໜ້ນຄວາມສາ ມັກຄີຂອງສອງກົມກອງກໍຄືສອງແຂວງໃຫ້ໝັ້ນຄົງ. ໃນຕອນທ້າຍທັງສອບຝ່າຍ ຍັງໄດ້ລົງນາມໃນບົດບັນທຶກຊ່ວຍ ຈຳ ໂດຍມີສະຫາຍຮອງຫົວໜ້າ ຫ້ອງວ່າການປົກຄອງແຂວງ, ພະແນກການຕ່າງປະເທດ ພ້ອມ ດ້ວຍຄະນະນຳ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໃນໂອກາດດຽວກັນນີ້ຄະນະຜູ້ ແທນແຂວງກວາງບິ່ງ ຍັງໄດ້ ທ່ຽວຊົມສະຖານທີ່ທ່ອງທ່ຽວ ຂອງແຂວງຄຳມ່ວນ ເປັນຕົ້ນກໍ ແມ່ນອານຸສອນສະຖານປະທານ ສຸພານຸວົງ, ອານຸສອນສະຖານ ປະທານໂຮ່ຈິມິນ ແລະ ພະທາດສີ ໂຄດຕະບອງ, ສະຖານທີ່ດັ່ງກ່າວ ລ້ວນແຕ່ມີຄວາມໝາຍຄວາມສຳ ຄັນ ແລະ ມີຊື່ສຽງທາງດ້ານ ປະຫວັດສາດຂອງຊາດກໍຄືຂອງ ແຂວງຄຳມ່ວນ. ໂດຍ: ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ