ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ສຳເລັດການເຝິກອົບຮົມຫັດແອບ
ເວລາອອກຂ່າວ: 2019-10-25 10:22:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ໃນວັນທີ 18 ຕຸລາ 2019 ນີ້, ຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ສຳເລັດການເຝິກອົບຮົມການ ເມືອງ-ການທະຫານໄລຍະສັ້ນ ແລະ ຈັດຕັ້ງຍິງລູກປືນແທ້. ໂດຍການເປັນປະທານຂອງສະ ຫາຍ ພັນໂທ ວັນທອງ ບຸດສະດາ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການກອງບັນຊາ ການທະຫານແຂວງ, ເປັນກຽດ ເຂົ້າຮ່ວມໂດຍ ພົນຈັດ ຕະວາ ຈະເລີນ ວົງວິໄຊ-ເລຂາຄະນະ ພັກກອງບັນຊາການຫົວໜ້າ ການເມືອງທະຫານແຂວງ, ມີ ຄະນະພັກຄະນະບັນຊາກອງ ບັນຊາການ, ພະແນກການກ່ຽວ ຂ້ອງ, ຄະນະຄູອາຈານ-ນັກຮຽນ ຕະຫຼອດຮອດແຂກຖືກເຊີນ ເຂົ້າຮ່ວມ. ສະ ຫາຍ ພັນ ໂທ ວັນທອງ ບຸດ ສະດາ ຄະນະພັກກອງບັນຊາ ການຫົວໜ້າຫ້ອງການກອງບັນ ຊາການທະຫານແຂວງໄດ້ໃຫ້ ຮູ້ວ່າ:ໃນການອົບຮົມຫັດແອບ ຄັ້ງນີ້ກໍເພື່ອເປັນການຍົກລະດັບ ຄວາມຮູ້ຄວາມສາມາດທາງ ດ້ານສິລະປະຍຸດ-ຍຸດທະວິທີການ ທະຫານ ແລະ ຂໍ້ກໍານົດກົດລະ ບຽບຕ່າງໆຂອງກອງທັບໃຫ້ ແກ່ພະນັກງານນັກຮົບພາຍໃນ ກົມກອງຂອງຕົນໃຫ້ມີຄວາມຊຳ ນິຊຳນານສາມາດເຮັດສຳເລັດ ໜ້າທີ່ການເມືອງດ້ວຍຄວາມ ຮັບຜິດຊອບສູງ ໃນນີ້ຜ່ານການ ເຝິກອົບຮົມຫັດແອບຕົວຈິງເຫັນ ໄດ້ວ່າອ້າຍນ້ອງແຕ່ລະສະຫາຍ ແມ່ນໄດ້ເປັນຢ່າງດີ ເຊິ່ງມັນໄດ້ ສະແດງອອກຈາກຜົນການສອບ ເສັງຕົວຈິງຄື: ພາກທິດສະດີ ການເມືອງທົ່ວໄປບັນລຸໄດ້ 90%, ພາກລະບຽບຮູບແຖວ ບັນລຸໄດ້ 80%, ການທະຫານ ມີ: ພາກ ສິລະປະຍຸດ ບັນລຸໄດ້ 85%, ຍຸດທະວິທີ ບັນລຸໄດ້ 80%. ການປະເມີນຜົນການຍິງລູກປືນ ແທ້ບັນລຸໄດ້ 90%. ຂ່າວ-ພາບ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ