ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແພດທະຫານເຂດ 5 ສສ ຫວຽດນາມ ກວດກາພະຍາດໃຫ້ປະຊາຊົນລາວ 4 ບ້ານ ລຽບຊາຍແດນ
ເວລາອອກຂ່າວ: 2019-11-11 09:11:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ວັນທີ 6 ພະຈິກ ຜ່ານມາ ນີ້, ຄະນະແພດຈາກກອງບັນຊາການທະ ຫານເຂດ 5 ກອງທັບປະຊາຊົນ ສສ ຫວຽດນາມ ໄດ້ມາເຄື່ອນໄຫວ ກວດກາພະຍາດ, ຈ່າຍຢາ ແລະ ມອບເຄື່ອງບໍລິໂພກຈຳນວນໜຶ່ງ ໃຫ້ກັບປະຊາຊົນ 4 ໝູ່ບ້ານລຽບ ຊາຍແດນຂອງເມືອງດາກຈຶງ ແຂວງເຊກອງ, ເຊິ່ງນໍາໂດຍສະຫາຍ ພັນເອກ ຫງວຽນ ຮຶວທຶກ ຮອງຫົວໜ້າການເມືອງກອງບັນ ຊາການທະຫານແຂວງກວາງ ນາມ ພ້ອມຄະນະ ແລະ ພະນັກ ງານວິຊາການແພດ, ຕາງໜ້າກອງ ບັນຊາການ ແລະ ອໍານາດການ ປົກຄອງທ້ອງຖິ່ນແຂວງເຊກອງ, ບັນດາ ສະຫາຍ ຄະນະປະຈໍາພັກ ເມືອງ, ພະແນກການກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 4 ໝູ່ ບ້ານເຂົ້າຮ່ວມທີ່ຄ້າຍທະຫານ ຊາຍແດນກອງຮ້ອຍ 533. ເພື່ອຮັກສາມູນເຊື້ອຄວາມສາ ມັກຄີພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດ ສອງກອງທັບ ລາວ-ຫວຽດນາມ ໃຫ້ມີຄວາມໝັ້ນຄົງທະນົງແກ່ນ ຕະຫຼອດໄປ ໂອກາດທີ່ມາເຮັດ ວຽກກວດກາພະຍາດ, ຈ່າຍຢາ ແລະ ມອບເຄື່ອງບໍລິໂພກໃຫ້ປະ ຊາຊົນດັ່ງກ່າວນັ້ນເຮັດໃຫ້ປະຊາ ຊົນມີຄວາມພາກພູມໃຈ ແລະ ດີ ອົກດີໃຈຫຼາຍໂດຍສະເພາະ 4 ໝູ່ ບ້ານຄື: ບ້ານດາກມັນ, ດາກ ມວນ, ຕະອອກນ້ອຍ ແລະ ບ້ານ ຕະອອກໃຫຍ່,ໃນນັ້ນ,ຈໍານວນປະ ຊາຊົນທີ່ໃຊ້ບໍລິການກວດພະຍາດ ແລະ ຮັບຢາ ຈໍານວນ 200 ກວ່າ ຄົນ, ຮັບເຄື່ອງຊ່ວຍເຫຼືອຈໍານວນ 150 ຄອບຄົວ ໃນ 4 ບ້ານ. ເຄື່ອງ ທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ຢາປົວພະຍາດຫຼາຍຊະນິດ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງລວມ ມູນຄ່າ 200 ກວ່າລ້ານດົງ ເທົ່າ ກັບ 90 ກວ່າລ້ານກີບ. ທັງນີ້ກໍເພື່ອ ແນໃສ່ການເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີສ້າງສາຍພົວ ພັນມິດຕະພາບຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງພັກ- ສອງລັດ, ສອງກອງທັບລາວ- ຫວຽດນາມ ໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ, ໝັ້ນຄົງ ແລະ ຍືນຍົງຕະຫຼອດຊົ່ວກາລະນານ. ສະຫາຍ ພັນໂທ ເຂັມຖັກ ຜຸຍ ປະເສີດ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ເຊກອງກໍໄດ້ກ່າວສະແດງຄວາມ ຂອບໃຈຕໍ່ ສະຫາຍ ພັນເອກ ຫງວຽນ ຮຶວທຶກ ພ້ອມຄະນະທີ່ ໄດ້ເສຍສະຫຼະເວລາມາເຮັດວຽກ ແລະ ກວດກາພະຍາດຊ່ວຍເຫຼືອ ປະຊາຊົນ 4 ບ້ານ ຂອງເມືອງ ດາກຈຶງ ແຂວງເຊກອງໃນຄັ້ງນີ້, ເຊິ່ງບຸນຄຸນອັນປະເສີດເລີດລໍ້ານີ້ ອໍານາດການປົກຄອງທ້ອງຖິ່ນກໍຄືກອງບັນຊາການທະຫານແຂວງເຊກອງ ຈະຈົດຈໍາໄວ້ບໍ່ມີວັນລືມ ຈະພ້ອມກັນເສີມຂະຫຍາຍສາຍ ພົວພັນຮອບດ້ານ ແລະ ຮັກແພງ ກັນຕະຫຼອດໄປ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ