ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳພັກ-ລັດ ຮ່ວມພິທີໃສບາດຖວາຍສັງຄະທານແດ່ພະສົງ ໃນໂອກາດບຸນພະທາດຫຼວງ
ເວລາອອກຂ່າວ: 2019-11-12 15:39:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ງານບຸນນະມັດສະການພະທາດຫຼວງວຽງຈັນ ໄດ້ເລີ່ມແຕ່ ວັນທີ 5-11 ພະຈິກ 2019,​ ເຊິ່ງເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ, ພາຍໃນງານຈະມີ ຫຼາກຫຼາຍກິດຈະກຳທີ່ສຳຄັນ ແລະ ປະຕິບັດກັນມາແຕ່ບູຮານນະ ການ ໂດຍສະເພາະແມ່ນກິດຈະກຳການໃສ່ບາດຖວາຍສັງຄະ ທານແດ່ພະສົງ-ສາມະເນນ ໂດຍ ຈະມີພະສົງ-ສາມະເນນທັງພາຍໃນ ແລະ ຕ່າງປະເທດເດີນທາງ ມາຮ່ວມເປັນຈຳນວນຫຼາຍ. ພິທີໃສ່ບາດໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 11 ພະຈິກ2019 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນສິບສອງລາວ ແລະ ເປັນ ມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫຼວງ, ໂດຍ ການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ທ່ານ ພັນ ຄຳ ວິພາວັນ ຮອງປະທານປະ ເທດແຫ່ງ ສປປ ລາວ, ພ້ອມ ດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງນະ ຄອນຫຼວງວຽງຈັນ, ຄະນະນຳ ນະຄອນຫຼວງວຽງຈັນ, ແຂກຂັ້ນ ສູງທັງພາຍໃນ ແລະ ຕ່າງປະ ເທດ,​ ຕະຫຼອດຮອດປະຊາຊົນ ລາວບັນດາເຜົ່າ ແລະ ຊາວນະ ຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ. ພິທີທາງສາສະໜາໄດ້ເລີ່ມຕົ້ນຂຶ້ນໂດຍມີການຈູດທູບທຽນ ເພື່ອບູຊາພະລັດຕະນະໄຕ ແລະ ລັ່ນຄ້ອງ 9 ບາດເພື່ອຄວາມ ເປັນສິລິມຸງຄຸນ, ມີການໄຫວ້ພະຮັບສິນ, ຮັບຟັງການເທສະໜາ ທຳຈາກພະອາຈານມະຫາງອນ ດຳລົງບຸນ ປະທານສູນກາງອົງ ການພຸດທະສາສະໜາສຳພັນລາວ ແລະ ໃສ່ບາດຢາດນໍ້າຕາມ ລຳດັບ. ສຳລັບໃນຕອນບ່າຍກໍຈະມີພິ ທີການແຂ່ງຂັນກີລາຕີຄີ ເຊິ່ງ ເປັນກີລາພື້ນເມືອງຂອງລາວເຮົາ ແລະ ຈັດຂຶ້ນສະເພາະແຕ່ ໃນໂອກາດບຸນນະມັດສະການພະທາດຫຼວງເທົ່ານັ້ນໃນຕອນ ຄຳ່ກໍຈະມີການວຽນທຽນອ້ອມຮອບອົງພະທາດ ໂດຍຈະມີມວນ ຊົນເຂົ້າຮ່ວມເປັນຈຳນວນຫຼາຍເພື່ອຮັກສາໄວ້ເຊິ່ງຮີດຄອງປະເພນີ ແລະ ວັດທະນະທຳທີ່ຊາວລາວເຮົາເຄີຍປະພຶດກັນມາແຕ່ດົນນານແລ້ວນັ້ນ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ