ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານກອງພັນ 511 ສຳເລັດກອງປະຊຸມໃຫຍ່ຄັ້ງທີ III
ເວລາອອກຂ່າວ: 2019-12-11 09:22:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານກອງ ພັນ 511 ທີ່ຂຶ້ນກັບກອງບັນຊາ ການທະຫານນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2019 ນີ້, ໂດຍການ ເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຄະ ນະປະຈຳພັກນະຄອນຫຼວງວຽງ ຈັນ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ມີ ຄະນະພັກຮາກຖານອົງການ 5 ຫ້ອງ ແລະ ບັນດາຄະນະພັກ-ຄະ ນະບັນຊາ, ພະນັກງານ-ສະມາ ຊິກພັກ ພາຍໃນກອງພັນ 511 ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າ ຮ່ວມ. ສະຫາຍ ພັນໂທ ແສງວັນ ຢຸດ ທະຈັກ ຫົວໜ້າການທະຫານກອງ ພັນ 511 ໄດ້ຂຶ້ນຜ່ານບົດລາຍ ງານການເມືອງທັງສອງພາກໃນ ການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະພັກຮາກ ຖານໃນໄລ ຍະຜ່ານມາຕໍ່ກອງປະຊຸມ ເຊິ່ງຄະ ນະພັກຮາກຖານກອງພັນ 511 ປະກອບມີ 5 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 89 ສະ ຫາຍ, ຍິງ 5 ສະຫາຍ ແລະ ສະ ມາຊິກພັກສຳຮອງ 8 ສະຫາຍ, ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກວາງອອກໃນ ການສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ຜ່ານມາຄະນະ ພັກ-ຄະນະບັນຊາ ໄດ້ຖືເອົາວຽກ ງານການສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນກົກ, ເຮັດໃຫ້ພະນັກງານ-ສະມາຊິກ ພັກ-ນັກຮົບມີແນວຄິດຫຼັກໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດວາງອອກເປັນຢ່າງດີ, ໄປ ຄວບຄູ່ກັບການນຳເອົາເອກະ ສານມາຈັດຕັ້ງເຊື່ອມຊຶມເຮັດ ໃຫ້ ພະນັກງານ-ສະມາຊິກພັກເຂົ້າ ໃຈແຈ້ງຕໍ່ແນວທາງປ່ຽນແປງ ໃໝ່ຂອງພັກ,ພ້ອມນັ້ນກໍ່ຍັງໄດ້ ຈັດຕັ້ງອົບຮົມ-ຫັດແອບປະຈຳປີ ເປັນຕົ້ນແມ່ນຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອເຝິກ ຝົນກຳລັງແຮງກາຍໃຫ້ມີຄວາມ ແຂງແກ່ນທົນແທນ ແລະ ມີ ຄວາມຄ່ອງແຄ້ວໃນການເຮັດ ໜ້າທີ່ຂອງກົມກອງໃຫ້ມີຄວາມ ສະຫງົບປອດໄພ 100%, ສ່ວນ ດ້ານວຽກງານແກ້ໄຂຊີວິດການ ເປັນຢູ່ແມ່ນໄດ້ຖືເອົາການປູກ-ການລ້ຽງເປັນຫຼັກ ເພື່ອແກ້ໄຂ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບພາຍໃນກົມກອງໃຫ້ ດີຂຶ້ນເປັນກ້າວໆ, ພ້ອມນັ້ນກໍໄດ້ ຜ່ານທິດທາງແຜນການໃນຊຸມປີຕໍ່ໜ້າ,ໃນໂອກາດດັ່ງກ່າວຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຂຶ້ນ ປະກອບຄຳຄິດຄຳເຫັນໃສ່ບົດ ລາຍງານການເມືອງທັງສອງ ພາກຢ່າງກົງໄປກົງມາ ເພື່ອເຮັດ ໃຫ້ບົດລາຍງານດັ່ງກ່າວມີເນື້ອ ໃນອຸດົມສົມບູນຂຶ້ນຕື່ມ. ໃນກອງປະຊຸມຍັງໄດ້ຜ່ານມາດ ຖານເງື່ອນໄຂຜູ້ທີ່ສະໝັກເຂົ້າ ເລືອກຕັ້ງໃນຄະນະພັກຮາກຖານ ຊຸດທີ IV ເຊິ່ງມີຜູ້ສະໝັກຈຳນວນ 7 ສະຫາຍ, ຜ່ານການບ່ອນ ບັດຄັດເລືອກເຫັນວ່າໄດ້ຕາມລະ ດັບຄາດໝາຍ, ເຊິ່ງກອງປະຊຸມ ໄດ້ເລືອກເອົາ ສະຫາຍ ພັນໂທ ຄຳມວນ ຄວນວິຈິດ ເປັນເລຂາຄະ ນະພັກຮາກຖານ, ສະຫາຍ ພັນໂທ ແສງວັນ ຢຸດທະຈັກ ເປັນຮອງ ເລ ຂາ, ສະຫາຍ ພັນຕີ ວຽງສີ ຄຳພັດ ເປັນກຳມະການກວດກາພັກ, ສະ ຫາຍ ພັນໂທ ພວງມາລາ ຍົມ ທອງພັນ ເປັນຄະນະ ແລະ ສະ ຫາຍ ພັນຕີ ຄຳພອນ ມານະຈິດ ເປັນຄະນະ, ພ້ອມນັ້ນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ-ສຳຮອງ ກຽມໄປ ຮ່ວມກອງປະຊຸມໃຫຍ່ຄະນະພັກ ຂັ້ນເທິງໄດ້ຕາມລະດັບຄາຍໝາຍ ນຳອີກ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ