ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມວິຊາການວຽກງານການຕ່າງປະເທດ
ເວລາອອກຂ່າວ: 2019-12-11 09:24:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວັນທີ 10 ທັນວານີ້, ຢູ່ທີ່ ສູນ ການຮ່ວມມືສາກົນ ແລະ ການເຝິກ ອົບຮົມ (ICTC), ນະຄອນຫຼວງ ວຽງຈັນໄດ້ມີການຈັດກອງປະ ຊຸມວິຊາການວຽກງານການຕ່າງ ປະເທດຂຶ້ນ ໂດຍພາຍໃຕ້ການ ເປັນປະທານ ຂອງທ່ານ ສະເຫຼີມ ໄຊກົມມະສິດ, ກຳມະການສູນ ກາງພັກ, ລັດຖະມົນຕີກະຊວງ ການຕ່າງ ປະເທດ, ມີບັນດາຮອງ ລັດຖະມົນຕີ, ຄະນະກົມ, ຄະ ນະ ພະແນກກະຊວງການຕ່າງປະ ເທດ, ເອກອັກຄະລັດຖະທູດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ, ຜູ້ຕາງໜ້າ ຂະແໜງການທີ່ກ່ຽວຂ້ອງຈາກ ບັນດາກະຊວງ, ທະບວງກົມ, ນະ ຄອນຫຼວງ ແລະ ບັນດາແຂວງ ທົ່ວປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈະດຳເນີນ ໄປເປັນເວລາ 2 ວັນ, ແຕ່ວັນ ທີ 10-11 ທັນວາ ໂດຍສຸມໃສ່ ການປຶກສາຫາລືກ່ຽວກັບ 2 ຫົວ ຂໍ້ສໍາຄັນ ຄື:ສັງເກດຕີລາຄາສະ ພາບແວດລ້ອມພາກພື້ນ ແລະ ສາກົນ, ການເຄື່ອນໄຫວວຽກ ງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະ 3 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຍົກສູງຄຸນນະພາບໃນການເປັນເສນາທິການ, ປັບປຸງກົນໄກການປະສານງານ ແລະ ການຄຸ້ມຄອງວຽກງານການ ຕ່າງປະເທດຂອງ ສປປ ລາວ ໃຫ້ ມີຄວາມໜັກແໜ້ນ, ຄ່ອງແຄ້ວ, ທັນການ ແລະ ມີປະສິດທິພາບ. ບັນດາຜູ້ແທນກອງປະຊຸມໄດ້ປະ ກອບຄໍາເຫັນຢ່າງຈິງໃຈສ້າງສັນ ກົງໄປກົງມາ ເພື່ອຍົກໃຫ້ເຫັນ ດ້ານດີທີ່ຄວນເສີມຂະຫຍາຍ. ພ້ອມດຽວກັນນັ້ນ, ກໍຊີ້ໃຫ້ເຫັນ ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ ຄວນຈະປັບປຸງແກ້ໄຂເພື່ອຍົກສູງ ຄຸນນະພາບໃນການເປັນເສນາທິການໃຫ້ຂັ້ນເທິງ ດ້ານການພົວ ພັນຮ່ວມມືກັບຕ່າງປະເທດ, ປັບ ປຸງກົນໄກການປະສານງານ ລະ ຫວ່າງກະຊວງກັບບັນດາກະຊວງ ຂະແໜງການ ແລະ ສູນກາງກັບ ທ້ອງຖິ່ນໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ວ່ອງໄວ, ລວມ ທັງການຄຸ້ມຄອງວຽກງານການ ຕ່າງປະເທດ ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດໃຫ້ມີລັກ ສະນະລວມສູນ ແນໃສ່ນໍາເອົາ ຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າໃຫ້ນັບມື້ນັບຫຼາຍຂຶ້ນ. ຕະຫຼອດການດຳເນີນກອງປະ ຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕັ້ງຄຳຖາມເຈາະຈີ້ມຕໍ່ແຕ່ລະ ວາລະຂອງກອງປະຊຸມ ເພື່ອເຮັດ ໃຫ້ການປະກອບຄໍາເຫັນຂອງບັນດາຜູ້ແທນກອງປະຊຸມຕໍ່ 2 ຫົວຂໍ້ສໍາຄັນດັ່ງກ່າວມີຈຸດສຸມ, ບັນດາຜູ້ແທນເຂົ້າຮ່ວມກອງ ປະຊຸມ ກໍໄດ້ປະກອບຄໍາຄິດຄໍາ ເຫັນຕໍ່ຄໍາຖາມເຈາະຈີ້ມຂອງ ທ່ານປະທານຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງມີການຖອດຖອນບົດ ຮຽນທີ່ດີ ແລະ ສະເໜີບາງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂຂໍ້ຄົງຄ້າງເພື່ອເຮັດ ໃຫ້ການເຄື່ອນໄຫວວຽກງານ ການຕ່າງປະເທດ ສາມາດສ້າງ ໄດ້ກໍາລັງແຮງສັງລວມ, ມີຄວາມ ເປັນເອກະພາບ, ປະສານສົມທົບ ກົມກຽວ, ມີປະສິດທິຜົນ ແລະ ຍາດໄດ້ຜົນງານອັນໃໝ່ ຍິ່ງໃຫຍ່ ກວ່າເກົ່າ. ໃນມື້ທີສອງຂອງກອງປະຊຸມ, ຜູ້ແທນກອງປະຊຸມຈະສືບຕໍ່ປະ ກອບຄໍາເຫັນຕໍ່ຫົວຂໍ້ທີສອງ ແລະ ປະທານກອງປະຊຸມຈະສະຫຼຸບ ເອົາ ຜົນກອງປະຊຸມວິຊາການຄັ້ງ ນີ້ ເພື່ອກະກຽມດ້ານເນື້ອໃນໃຫ້ ແກ່ການດໍາເນີນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ທີ່ຈະຈັດຂຶ້ນຢ່າງເປັນທາງການ ຢູ່ສູນ ICTC, ນະຄອນຫຼວງວຽງ ຈັນ, ໃນວັນທີ 12-13 ທັນວາ 2019 ນີ້. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ