ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດການເຝິກຊ້ອມຮ່ວມ ລະຫວ່າງເຫຼົ່າຮົບລົດຕັງ-ຍານເກາະລາວ-ຣັດເຊຍ "ລາໂຣ໌ສ 2019"
ເວລາອອກຂ່າວ: 2019-12-11 09:33:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ໃນວັນທີ 10 ທັນວາ 2019 ນີ້, ຄະນະຮັບຜິດຊອບການ ເຝິກຊ້ອມຮ່ວມລະຫວ່າງເຫົ່ຼາ ຮົບລົດຕັງ-ຍານເກາະລາວ-ຣັດເຊຍ "ລາໂຣ໌ສ 2019" ໄດ້ ເປີດຂຶ້ນຢ່າງເປັນທາງການ, ພາຍ ໃຕ້ຄໍາຂວັນ “ຄຽງບ່າ, ຄຽງໄຫຼ່ ກັນຕໍ່ສູ້ເພື່ອສັນຕິພາບ” ຢູ່ທີ່ ສະໜາມກີລາຂອງໂຮງຮຽນການທະຫານທ້ອງຖິ່ນກອງບັນຊາ ການທະຫານແຂວງຊຽງຂວາງ, ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບປະ ຊາຊົນລາວ, ມີສະຫາຍ ພົນຈັດ ຕະວາ ຊາຣາໂກບສ໌ ຮອງຜູ້ບັນ ຊາການທະຫານສູງສຸດແມ່ທັບ ໃຫຍ່ລົດຕັງທີ 29 ເຂດທະຫານ ຕາເວັນອອກ ກຳລັງປະກອບອາ ວຸດສະຫະພັນຣັດເຊຍ, ມີຄະ ນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນ ລາວ ແລະ ກອງທັບ ສ ຣັດເຊຍ ເຂົ້າຮ່ວມ. ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ຫົວ ໜ້າຄະນະຊີ້ນຳການຫັດແອບລົດ ຕັງ-ຍານເກາະກອງທັບ ລາວ-ຣັດ ເຊຍ 2019 ໄດ້ກ່າວວ່າ: ການ ເຄື່ອນໄຫວເຝິກຊ້ອມລົດຕັງ-ຍານເກາະ ຈັດຂຶ້ນທີ່ ສປປ ລາວ ຄັ້ງນີ້ ຈຸດປະສົງເພື່ອແນໃສ່ເພີ່ມທະວີຮັດແໜ້ນສາຍພົວພັນມິດ ຕະພາບການຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ- ຣັດເຊຍ, ຣັດເຊຍ-ລາວ ໂດຍສະ ເພາະແມ່ນການຮ່ວມມືດ້ານການ ທະຫານເພື່ອສ້າງຄວາມເຊື່ອ ໝັ້ນ ແລະ ເພີ່ມທະວີການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ໃນຂົງ ເຂດວຽກງານປ້ອງກັນຊາດ ຂອງສອງກອງທັບ ເວົ້າລວມ, ເວົ້າ ສະເພາະແມ່ນເຫຼົ່າຮົບລົດຕັງ-ຍານເກາະ ເພື່ອເລັ່ງໃສ່ໃນການ ນຳໃຊ້ກຳລັງລົດຕັງ-ຍານເກາະສົມ ທົບກັບກຳລັງໄຟທະຫານຮາບ ຈຳນວນໜຶ່ງສູ້ຮົບຢູ່ເທິງພື້ນທີ່ ພູມີປະເທດຕົວຈິງທີ່ມີຄວາມ ແຕກຕ່າງກັນຫຼາຍລະດັບແນ ໃສ່ຍົກລະດັບໃຫ້ແກ່ຜູ້ບັນຊາຮູ້ຈັກບັນຊາສູ້ຮົບໃນສະພາບພູມີປະເທດ ແລະ ດິິນຟ້າອາກາດ ທີ່ມີການປ່ຽນແປງ ແລະ ທັງ ເປັນການອົບຮົມໃຫ້ນາຍ ແລະ ພົນທະຫານຮູ້ຈັກການນຳໃຊ້ພາ ຫະນະ-ອາວຸດທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ສູ້ຮົບຢ່າງ ຊຳນິຊຳນານ. ໃນໂອກາດດຽວກັນນີ້ ສະ ຫາຍ ພົນຈັດຕະວາ ຊາຣາໂກບສ໌ ກໍ ໄດ້ກ່າວວ່າ: ການເຝິກຊ້ອມ ຮ່ວມລະຫວ່າງເຫົ່ຼາຮົບລົດຕັງ- ຍານເກາະກອງທັບລາວ-ຣັດ ເຊຍ “ລາໂຣ໌ສ 2019” ແມ່ນເປັນ ຄັ້ງທຳອິດເພື່ອເປັນການເສີມຂະ ຫຍາຍການພົວພັນຮ່ວມມືທາງ ດ້ານການທະຫານລະຫວ່າງສອງ ກອງທັບ ເວົ້າສະເພາະແມ່ນສອງ ເຫຼົ່າຮົບລົດຕັງ-ຍານເກາະລາວ-ຣັດເຊຍ ທີ່ມີມາແຕ່ດົນນານແລ້ວ ນັ້ນໃຫ້ກ້າວເຂົ້າສູ່ລ່ວງເລິກ ແລະ ສືບຕໍ່ຮ່ວມມືກັນແກ້ໄຂບັນຫາສາ ກົນ ແລະ ສັນຕິພາບຢູ່ໃນພາກພື້ນ. ນອກຈາກການເຄື່ອນໄຫວຫັດ ແອບ ແລະ ເຝິກຊ້ອມຮ່ວມຂອງ ເຫຼົ່າຮົບລົດຕັງ-ຍານເກາະ ລາວ-ຣັດເຊຍໃນຄັ້ງນີ້ແລ້ວ, ສອງກອງ ທັບ ລາວ-ຣັດເຊຍ ຍັງຈະໄດ້ ເຄື່ອນໄຫວກິດຈະກຳຮ່ວມກັນ, ເປັນຕົ້ນແມ່ນການແລກປ່ຽນ ວັດທະນະທຳ, ສິລະປະ-ວັນນະ ຄະດີ, ກີລາ ແລະ ອື່ນໆຮ່ວມກັນ ໃນຫຼາຍຮູບແບບ "ສາມັກຄີ ມິດຕະພາບເຊິ່ງກັນ ແລະ ກັນ" ລະຫວ່າງສອງກອງທັບ ລາວ- ຣັດເຊຍ ຕະຫຼອດຮອດການດຳ ລົງຊີວິດປະຈຳວັນ, ການແລກ ປ່ຽນຂໍ້ມູນຂ່າວສານ, ແລກປ່ຽນ ພາສາປາກເວົ້າໃຫ້ມີຄວາມເຂົ້າ ໃຈເຊິ່ງກັນ ແລະ ກັນລະຫວ່າງ ນາຍ ແລະ ພົນທະຫານຂອງ ສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ມີຄວາມສຳ ພັນ ແລະ ເຂົ້າໃຈກັນເລິກເຊິ່ງ, ບົນຈິດໃຈເພີ່ມພູນຄູນສ້າງ ແລະ ສົ່ງເສີມສາຍສຳພັນໄມຕີຈິດມິດ ຕະພາບຂອງສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວໃຫ້ນັບ ມື້ຈະເລີນງອກງາມຍິ່ງໆຂຶ້ນ. ການເຝິກຊ້ອມຮ່ວມຂອງເຫຼົ່າ ຮົບລົດຕັງ-ຍານເກາະກອງທັບ ລາວ-ຣັດເຊຍ “ລາໂຣ໌ສ 2019“ ຈະໄດ້ດຳເນີນໄປເປັນເວລາ 9 ວັນແຕ່ວັນທີ 10-19 ທັນວາ ຈຶ່ງຈະສໍາເລັດ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ