ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນ ໜັງສືພິມກອງທັບປະຊາຊົນລາວ ເຄື່ອນໄຫວເຮັດວຽກ ຢູ່ ສສ ຫວຽດນາມ
ເວລາອອກຂ່າວ: 2019-12-11 12:43:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 9 -14 ທັນວາ 2019, ຄະນະຜູ້ແທນ ໜັງສືພິມ ກອງທັບ ປະຊາຊົນລາວ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຄໍາສາວ ແກ້ວວິເສດ ເລຂາຄະນະພັກ,ຫົວຫນ້າ ບັນນາທິການ ໝັງສືພິມ ກອງທັບ ປະຊາຊົນລາວ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ເຊິ່ງກັນແລະກັນ ລະຫວ່າງ ໝັງສືພິມກອງທັບ ປະຊາຊົນລາວ ກັບບັນດາອົງການ ສື່ມວນຊົນກອງທັບ ປະຊາຊົນ ຫວຽດນາມ ເຊັ່ນ: ໝັງສືພິມ ກອງທັບປະຊາຊົນຫວຽດນາມ ,ສູນວິທະຍຸກະຈາຍສຽງ ແລະ ໂທລະພາບ ກອງທັບ ປະຊາຊົນ ຫວຽດນາມ ,ໝັງສືພິມ ທະຫານເຂດ 3 ກອງທັບປະຊາຊົນ ຫວຽດນາມ,ພ້ອມທັງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ນໍາ ບັນດາກົມກອງ ທະຫານ ຈໍານວນໝຶ່ງ ເພື່ອເກັບກໍາຂໍ້ມູນຂ່າວສານ ໂຄສະນາ ໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ ແລະ ວັນບຸນປວງຊົນປ້ອງກັນຊາດ ຫວຽດນາມ ຄົບຮອບ 30 ປີ. ຄະນະຜູ້ແທນ ໜັງສືພິມ ກອງທັບປະຊາຊົນລາວ ໄດ້ຖືກຕ້ອນຮັບ ໂດຍ ສະຫາຍ ພົນຈັດຕະວາ ຟ້າມ ວັນ ຮ້ວນ ເລຂາຄະນະພັກ,ຫົວຫນ້າ ບັນນາທິການ ໜັງສືພິມ ກອງທັບ ປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການເຮັດວຽກຮ່ວມກັນ ແລະ ສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ ໂດຍສະເພາະໃນຂົງເຂດວຽກງານສື່ມວນຊົນ ທີ່ໄດ້ຮັບການຂະຫຍາຍຕົວໃນທົ່ວສັງຄົມ ຂອງ ສອງປະເທດ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ວ່ອງໄວທັນການ ,ຮັບປະກັນໃນການໂຄສະນາ ແນວທາງນະໂຍບາຍ ພັກ-ລັດ,ເສດຖະກິດ-ສັງຄົມ - ວັດທະນະທໍາ ແລະ ມູນເຊື້ອ ປ້ອງກັນຊາດ ລະຫວ່າງ ສອງປະເທດ ກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ລົງເລິກກວ້າງຂວາງ.ພ້ອມດຽວກັນນີ້ ສອງຝ່າຍຍັງເປັນເອກະພາບ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ ໂດຍສະເພາະ ໃນວຽກງານ ສື່ເອເລັກໂຕນິກ ເພື່ອພ້ອມກັນ ຫັນເປັນສື່ທັນສະໄໝ ເຮັດໃຫ້ ສື່ມວນຊົນ ສອງ ກອງທັບ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ສະຫາຍ ພົນຈັດຕະວາ ຟ້າມ ວັນ ຮ້ວນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ ຄະນະຜູ້ແທນ ໜັງສືພິມ ກອງທັບ ປະຊາຊົນລາວ ທີ່ໄດ້ເດີນທາງມາເຄື່ອນໄຫວ ຢ້ຽມຢາມແລະ ເຮັດວຽກຮ່ວມກັບ ໜັງສືພິມ ກອງທັບປະຊາຊົນຫວຽດນາມ ແລະ ບັນດາ ອົງການ ສື່ມວນຊົນ ກອງທັບ ປະຊາຊົນ ຫວຽດນາມ ເຊິ່ງເປັນການເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ,ທັງເປັນການ ມາເຄື່ອນໄຫວ ເກັບກໍາຂໍ້ມູນຂ່າວສານ ໃນການໂຄສະນາ ໂອກາດສະເຫລີມສະຫລອງ ສອງ ວັນປະຫວັດສາດ ຂອງ ຫວຽດນາມ ເຮັດໃຫ້ວັນສໍາຄັນດັ່ງກ່າວ ມີຄວາມໝາຍສໍາຄັນເລິກເຊິ່ງ ຕໍ່ປະຊາຊົນສອງຊາດ ,ເຮັດໃຫ້ສາຍພົວພັນມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. ໃນວັນດຽວກັນ, ຄະນະຜູ້ແທນ ໝັງສືພິມ ກອງທັບປະຊາຊົນລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ສູນວິທະຍຸກະຈາຍສຽງ ແລະ ໂທລະພາບ ກອງທັບປະຊາຊົນ ຫວຽດນາມ ເຊິ່ງຄະນະໄດ້ພົບປະສອງຝ່າຍ ແລະ ປຶກສາຫາລືກັນໃນການປະສານງານແລກປ່ຽນຂໍ້ມູນຂ່າວສານນໍາກັນ,ການພັດທະນາບຸກຄະລາກອນ,ການສ້າງສື່ ທີ່ ທັນສະໄໝ ໃນການຕອບຕ້ານກຸ່ມຄົນບໍ່ຫວັງດີຜ່ານທາງສື່ອອນລາຍ ແລະ ໂຄສະນາມູນເຊື້ອ ປ້ອງກັນຊາດ ເຊິ່ງກັນ ແລະ ກັນ. ຈາກນັ້ນ, ຄະນະຜູ້ແທນສອງຝ່າຍໄດ້ຢ້ຽມຊົມ ບັນດາ ພະແນກການ ສູນວິທະຍຸກະຈາຍສຽງ-ໂທລະພາບ ກອງທັບປະຊາຊົນ ຫວຽດນາມ ເຊິ່ງມີຄວາມທັນສະໄໝ ແລະ ຫັນເປັນສື່ແບບໃໝ່ ສາມາດຮັບປະກັນ ໃນການໂຄສະນາ ຂໍ້ມູນຂ່າວສານ ຜ່ານທາງວິທະຍຸ-ໂທລະພາບ ແລະ ຜ່ານທາງສື່ອອນລາຍ ໄດ້ຢ່າງວ່ອງໄວ ແລະ ທັນເຫດການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ