ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈັດງານວາງສະແດງຮູບພາບ ສະເຫຼີມສະຫຼອງ ວັນສ້າງຕັ້ງ ເມືອງ ວຽງໄຊ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-11-27 22:18:43 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ໃນວັນທີ 26 ພະຈິກ 2018 ນີ້ ຢູ່ຫໍພິພິທະພັນໄກສອນພົມວິ ຫານ ໄດ້ຈັດງານວາງສະແດງ ຮູບພາບສະເຫຼີມສະຫຼອງວັນສ້າງ ຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດແຫ່ງ ສປປ ລາວ ມີບັນດາການນຳຂັ້ນ ສູງພັກ-ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ແຂກທີ ຖືກເຊີນເຂົ້າຮ່ວມ. ໂອກາດນີ້ ທ່ານສາດສະດາ ຈານ ປອ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ,ຫົວໜ້າໂຄສະນາອົບຮົມສູນກາງ ພັກ ໄດ້ກ່າວວ່າເພື່ອເຮັດໃຫ້ບັນ ຍາກາດສະເຫຼີມສະຫຼອງວັນສ້າງ ຕັ້ງເມືອງວຽງໄຊຖານທີ່ໝັ່ນຂອງ ການປະຕິວັດລາວຄົບຮອບ 50 ປີ ໃຫ້ມີຄວາມໝາຍອັນເລິກເຊິ່ງ ແລະ ເຕັມໄປດ້ວຍເນື້ອໃນອັນອຸ ດົມສົມບູນ ຄະນະຮັບຜິດຊອບລະ ດັບຊາດສະເຫຼີມສະຫຼອງງານດັ່ງ ກ່າວໄດ້ຈັດງານວາງສະແດງຮູບ ພາບ ເອກະສານກ່ຽວກັບມູນເຊື້ອ ແລະ ປະຫວັດຄວາມເປັນມາ ຂອງເມືອງວຽງໄຊ ຫໍພິພິທະ ພັນ ໄກສອນພົມວິຫານໃນການ ວາງສະແດງໃນຄັ້ງນີ້ແມ່ນເປັນ ການຫວນຄືນມູນເຊື້ອ ຜົນງານ ແລະ ຄວາມປີຊາສາມາດຄວາມ ສະຫຼາດຊ່ອງໃສຂອງພັກປະຊາ ຊົນປະຕິວັດລາວໃນການນຳພາ ການປະຕິວັດ ທັງເປັນການລະ ນຶກຈົດຈຳລຳລຶກໄຊສະນະອັນຍິງ ໃຫຍ່ຂອງກອງທັບ ແລະ ປະຊາ ຊົນບັນດາເຜົ່າ ກໍຄືຜົນງານອັນ ລຳເລີດຂອງຄົນຮຸ່ນກ່ອນ ໂດຍ ສະເພາະແມ່ນປະທານ ໄກສອນ ພົມວິຫານ ແລະ ບັນດາທ່ານອື່ນໆ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຍາດເອົາອຳນາດອະທິປະໄຕ, ເມືອງວຽງໄຊເປັນຖານທີ່ໝັ່ນ ອັນແຂງແກ່ນ ເພື່ອເຮັດສຳເລັດ ໜ້າທີ່ປະຕິວັດຊາດປະຊາທິປະ ໄຕ ສະຖາປານາສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຂຶ້ນ ຢ່າງເປັນທາງການ ໃນວັນ 2 ທັນ ວາ1975 ເພື່ອນຳພາປະເທດ ຊາດກ້າວສູ້ສັງກາດໃໝ່ແຫ່ງ ການປົກປັກຮັກສາ ແລະ ສ້າງ ສາປະເທດຊາດສູ່ຈຸດໝາຍສັງ ຄົມນິຍົມ. ການວາງສະແດງຮູບພາບ ມູນເຊື້ອປະຕິວັດໃນຄັ້ງນີ້ກໍເພື່ອ ເປັນການສຶກສາອົບຮົມພະນັກ ງານ-ນັກຮົບ ແລະ ພໍ່ແມ່ປະຊາ ຊົນບັນດາເຜົ່າໂດຍສະເພາະ ພະ ນັກງານສືບໄດ້ເຂົ້າໃຈແຈ້ງເລິກ ເຊິ່ງເຖິງເສັ້ນທາງອັນຍືດເຍື້ອ ຍາວນານລະອິດລະອຽວຂອງ ການປະຕິວັດລາວ ເຂົ້າໃນການ ເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນສົມບັດສິນທຳປະຕິວັດ ແລະ ຮໍ່າຮຽນເອົາແບບຢ່າງອັນ ດີງາມໃນພາລະກຳປະຕິວັດຂອງ ບັນດາທ່ານຜູ້ນຳການປະຕິບັດໃນເມື່ອກ່ອນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ