ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານ ຫ້ອງອົບຮົມ - ກໍ່ສ້າງວິທະຍາຄານກໄມມະດຳ ເປີດກອງປະຊຸມໃຫຍ່ ຄັ້ງທີ VIII
ເວລາອອກຂ່າວ: 2018-11-28 09:21:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ໃນວັນທີ 21 ພະຈິກ 2018 ນີ້, ຄະນະພັກຮາກຖານຫ້ອງອົບຮົມ ກໍ່ສ້າງວິທະຍາຄານກົມມະດຳ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນຂຶ້ນ ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍພົນຈັດ ຕະວາ ບຸນຈັນ ລາດສະວົງ ຄະ ນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວຫນ້າການ ທະຫານວິທະຍາຄານກົມມະດຳ, ມີບັນດາຄະນະຫນ່ວຍພັກ, ສະ ມາຊິກພັກພາຍໃນຫ້ອງອົບຮົມ- ກໍ່ສ້າງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄຊ ອອນມົນ ແສງ ຮອງເລຂາຄະນະພັກຮາກ ຖານຫ້ອງອົບຮົມ-ກໍ່ສ້າງ ວກ ໄດ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະ ພັກຮາກຖານຂອງພວກເຮົາໄດ້ ຖືເອົາວຽກງານສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ພະ ນັກງານສະມາຊິກພັກເປັນປົກກະ ຕິເຮັດໃຫ້ກົມກອງຫນ່ວຍພັກມີ ຄວາມສະຫງົບປອດໄພຮອບ ດ້ານ, ໄດ້ຈັດຕັ້ງເຊື່ອມຊຶມມະຕິ ຕາມແນວທາງນະໂຍບາຍຂອງ ພັກ ຂໍ້ກຳນົດກົດລະບຽບກົດ ຫມາຍຂອງລັດທີ່ຂັ້ນເທິງວາງ ອອກໃນແຕ່ລະໄລຍະຢ່າງຖືກ ຕ້ອງ ເຮັດໃຫ້ພະນັກງານ, ສະມາ ຊິກພັກມີຄຸນທາດການເມືອງ ຫນັກແຫນ້ນ ມີຄວາມເປັນແບບ ຢ່າງໃນການປະຕິບັດຫນ້າທີ່ວຽກ ງານແນວທາງນະໂຍບາຍຕ່າງໆ ຂອງພັກດ້ວຍຄວາມຕື່ນຕົວ ແລະ ມີຄວາມຮັບຜິດຊອບສູງ ພ້ອມນັ້ນ ໄດ້ເອົາໃຈໃສ່ແບ່ງຄວາມຮັບຜິດ ຊອບໃຫ້ແກ່ບັນດາຫນ່ວຍພັກ ລົງສົມທົບກັບອຳນາດການປົກ ຄອງທ້ອງຖິ່ນໃນຈຳນວນ 16 ຫມູ່ບ້ານ ຕາມຂົງເຂດແບ່ງປັນ ດ້ວຍຫຼາຍຮູບແບບ, ພົວພັນແຮກ ສ່ຽວຊ່ວຍເຫືຼອປະຊາຊົນເພື່ອ ເກັບກຳສະພາບການຢູ່ທ້ອງຖິ່ນ ຢ່າງຮອບດ້ານຕິດພັນກັບການ ປັບປຸງກໍ່ສ້າງເຮັດໃຫ້ມີຄວາມ ເຂັ້ມແຂງ ຫນັກແຫນ້ນບົນພື້ນ ຖານປະຕິບັດຕາມ 3 ທິດນຳ 5 ຫຼັກການຂອງພັກວາງອອກ ຜ່ານ ມາຄະນະພັກຮາກຖານພວກເຮົາ ສາມາດຮັກສາໄດ້ນາມະຍົດກົມ ກອງປອດໃສ, ເຂັ້ມແຂງ, ຫນັກ ແຫນ້ນ 10 ສະໄຫມ, ມີ 1 ກົມ ກອງ 8 ສະໄຫມ, ມີ 3 ກົມກອງ 2 ສະໄຫມ, ມີ 2 ກົມກອງ ແລະ ກົມ ກອງຢັ້ງຢືນໃຫມ່ ມີ 2 ກົມກອງ, ນອກນີ້ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ພະນັກງານ, ຄູ-ອາຈານ, ສະມາ ຊິກພັກ ຄົ້ນຄວ້າປັບປຸງໂຄງການ ຫຼັກສູດການຮຽນ-ການສອນ, ປັບປຸງຫົວຂໍ້ພາກບົດໃຫ້ແທດ ເຫມາະກັບເປົ້າຫມາຍ ແລະ ລະ ດັບການຫັດແອບ, ໄດ້ເອົາໃຈໃສ່ ຊີ້ນຳຄູ-ອາຈານຄົ້ນຄວ້າເນື້ອໃນ ປື້ມຄູ່ມື, ເອກະສານຂຶ້ນຫ້ອງ, ສິດ ສອນ, ບົດສອນທາງພາກທິດສະ ດີ, ຫຼັກການຢ່າງມີຄຸນະພາບສູງ. ກອງປະຊຸມຍັງໄດ້ມີການ ປ່ອນບັດຄັດເລືອກເອົາຄະນະພັກ ຮາກຖານຊຸດໃຫມ່ ເຊິ່ງໄດ້ເລືອກ ເອົາ ພັນໂທ ສັງມະນີ ຈິດລະວົງ ເປັນເລຂາຄະນະພັກຮາກຖານ, ພັນໂທ ຄຳໄຊ ອ່ອນມົນແສງ ເປັນ ຮອງເລຂາ. ພັນໂທ ບົວໄລ ສີລັກ ສາ, ພັນໂທ ປອ ສົມວີ ສຸນີສອນ, ພັນໂທ ບຸນໂຮມ ມິ່ງນະຄອນ, ພັນໂທ ປະດິດ ສິນທຳ, ພັນໂທ ພອນສະຫວັນ ສີບຸນເຮື່ອງ ເປັນ ກຳມະການ. ໂດຍ: ທິບໄກສອນ ແສງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ