ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂມໂມຕະ ຍາດໄດ້ແຊັມດອກປີກໄກ່ BWF World tour finals 2019
ເວລາອອກຂ່າວ: 2019-12-20 10:01:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ການແຂ່ງຂັນດອກປີກໄກ່ ລະດັບສາກົນ ລາຍການໃຫຍ່ ທ້າຍປີ BWF World Tour Finals 2019 ທີ່ກວາງໂຈວ ປະເທດຈີນ ໃນວັນທີ 11-15 ທັນວາທີ່ຜ່ານມາ ຊີງເງິນລາງ ວັນລວມ 1.500.000 ໂດລາ ສະຫະລັດ ຄັດເອົາອັນດັບທີ 1-8 ຂອງໂລກມາພົບກັນ. ປະເພດຊາຍດ່ຽວຮອບ ຊີງຊະນະເລີດ ເຄນໂຕະ ໂມໂມຕະ ມື 1 ຂອງໂລກຈາກຍີ່ປຸ່ນ ແຊງ ເອົາຊະນະ ແອນໂທນີ ກິນຕິງ ມື 6 ຂອງລາຍການຈາກອິນໂດເນ ເຊຍ 2-1 ເກມ ດ້ວຍຄະແນນ 17-21, 21-17, 21-14 ຍາດ ໄດ້ແຊັມລາຍການນີ້ເປັນສະ ໄໝທີ 2 ຕໍ່ຈາກປີ 2015. ປະເພດຍິງດ່ຽວຮອບ ຊີທງຊະນະເລີດ ເສິນ ຢູເຟີຍ ມື 1 ຂອງລາຍການຈາກຈີນແຊງ ເອົາຊະນະ ຖາຍຊູຫຍິງ ມື 5 ຂອງ ລາຍການຈາກໄຕ້ຫວັນ 2-1 ເກມ ດ້ວຍຄະແນນ 12-21, 21-12, 21-17 ຍາດໄດ້ແຊັມລາຍ ການນີ້ເປັນຄັ້ງທຳອິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ