ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ປິດຂະບວນການແຂ່ງຂັນກິລາມວນຊົນ ປະຈຳປີ 2019
ເວລາອອກຂ່າວ: 2019-12-25 09:44:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:



ພິທີປິດການແຂ່ງຂັນກີລາມວນຊົນທົ່ວກົມໃຫຍ່ເສນາທິການກອງ ທັບ ປະຈຳປີ 2019 ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 23 ທັນວາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສິງສະ ຫວັດ ພົມມະສັກ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາບັນ ດາກົມ, ກອງ, ຫ້ອງການ, ພະນັກ ງານ- ນັກຮົບ, ນັກກີລາໃນທົ່ວ ອົງການກົມໃຫຍ່ເສນາທິການ ກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ເທບພາພອນ ຫອມດີ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກີລາປະຈຳປີທົ່ວອົງການກົມໃຫຍ່ ເສນາທິການກອງທັບ ໄດ້ເປີດຂຶ້ນ ໃນວັນທີ 3 ທັນວາ ຜ່ານມາ ແລະ ໄດ້ສໍາເລັດລົງຢ່າງຈົບງາມ ວັນທີ 23 ທັນວາ 2019 ດ້ວຍບັນຍາ ກາດຄຶກຄື້ນມ່ວນຊື່ນ ແລະ ຮັບປະ ກັນຄວາມປອດໄພ ໄດ້ 100%, ທັງ ນີ້ກໍເພື່ອເປັນການສ້າງຂະບວນ ການຂໍ່ານັບຮັບຕ້ອນວັນປະຫວັດ ສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 71 ປີ ແລະ ວັນຄ້າຍວັນເກີດປະທານ ໄກ ສອນ ພົມວິຫານ ຄົບຮອບ 99 ປີ ທັງເປັນການກະກຽມກອງປະຊຸມ ໃຫຍ່ອົງຄະນະພັກກະຊວງປ້ອງ ກັນປະເທດ ແລະ ຂອງອົງຄະນະ ພັກກົມໃຫຍ່ເສນາທິການກອງທັບ ຄັ້ງທີ V ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ ມີຄວາມໝາຍເລິກເຊິ່ງ, ອີກດ້ານ ໜຶ່ງກໍເພື່ອເປັນການເສີມສ້າງສຸຂະ ພາບຂອງນັກກີລາກໍຄືພະນັກ ງານ-ນັກຮົບໃຫ້ມີຄວາມແຂງ ແຮງ, ຮັບປະກັນການປະຕິບັດໜ້າ ທີ່ວຽກງານ, ພ້ອມທັງເປັນການ ແລກປ່ຽນບົດຮຽນດ້ານກີລາ ແລະ ທັງເປັນການເຕົ້າໂຮມຄວາມ ສາມັກຄີລະຫວ່າງພະນັກງານ-ນັກຮົບ ແລະ ນັກກີລາດ້ວຍກັນ ອັນເປັນການປະກອບສ່ວນເຮັດ ໃຫ້ການສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບໃນປີນີ້ມີຄວາມ ເບີກບານຄຶກຄື້ນມ່ວນຊື່ນຢ່າງຕໍ່ ເນື່ອງ. ສໍາລັບຂະບວນການແຂ່ງ ຂັນກີລາກາຍະກຳໃນຄັ້ງນີ້ປະ ກອບມີ 8 ລາຍການຄື: ບານ ສົ່ງ ຊາຍ-ຍິງ, ເປຕັງຊາຍ-ຍິງ, ກະຕໍ້ຫວາຍ, ກີລາການທະຫານ ນັກຮົບແຂງແຮງ ແລະ ແລ່ນມ້າງ ປະກອບອາວຸດ ສາມາດສະຫຼຸບ ໄດ້ດັ່ງນີ້: ກີລາກະຕໍ້ ທີ I ກອງ ກີລາກອງທັບ, ທີ II ກອງພັນ ສ້ອມແປງ 704, ທີ III ໂຮງຮຽນ 205, ປະເພດ ກີລາເປຕັງເພດ ຊາຍທົ່ວໄປ, ທີ I ກອງພັນ 587, ທີ II ກອງພັນ 761, ທີ III ຫ້ອງ ການບໍລິຫານ; ປະເພດກີລາ ເປຕັງເພດຍິງທີ I ກອງພັນ15 ເຄ ມີ, ທີ II ສູນເຕັກ, ທີ III ສູນບັນ ຊາ 761, ປະເພດກີລາເປຕັງອາ ວຸໂສປະເພດ I ກອງພັນ 986, ປະເພດ II ກອງພັນ 425, ປະ ເພດ III ກອງສ້ອມແປງ 704, ປະເພດກີລາບານສົ່ງເພດຍິງທີ I ກອງພັນ 587, ທີ II ໂຮງຮຽນ 307, ທີ IIl ໂຄງການສື່ສານ; ກີ ລາບານສົ່ງເພດຊາຍ ທີ I ໂຮງ ຮຽນ 307, ທີ II ກອງສ້ອມແປງ 704, ທີ III ກອງພັນ 588, ສໍາ ລັບການແຂ່ງຂັນກີລາການທະ ຫານນັກຮົບແຂງແຮງປະເພດ I ກອງພັນ 425, ປະເພດ II ໂຮງ ຮຽນ 303, ປະເພດ III ໂຮງຮຽນ 307, ປະເພດກີລາການທະຫານ ແລ່ນມ້າງປະກອບອາວຸດປະເພດ I ສູນ 620, ປະເພດ II ກອງພັນ 15 ເຄມີ, ປະເພດ III ໂຮງຮຽນ 307. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ