ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມໃຫຍ່ພະລາທິການກອງທັບ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອຢູ່ແຂວງຜົ້ງສາລີ
ເວລາອອກຂ່າວ: 2019-12-25 09:53:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນລະຫວ່າງວັນທີ 22-23 ທັນວາ ນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະ ລາທິການກອງທັບ ພ້ອມດ້ວຍຄະ ນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງຜົ້ງສາລີ ແລະ ອຳນາດການປົກຄອງແຂວງໄດ້ ລົງເຄື່ອນໄຫວມອບເຄື່ອງຊ່ວຍ ເຫຼືອຢູ່ເມືອງສໍາພັນ, ເມືອງໃໝ່, ເມືອງຂວາ ແລະ ເມືອງບຸນໃຕ້ ແຂວງຜົ້ງສາລີ ໃນໂອກາດເຂົ້າ ຮ່ວມ ເປີດກິດຈະກໍາ ກວດ ແລະ ປິ່ນປົວສຸຂະພາບໃຫ້ນາຍ ແລະ ພົນທະຫານ, ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນໂດຍບໍ່ເສຍ ຄ່າຂອງຄະນະທີມແພດທະຫານ ກອງທັບ ປະຊາຊົນລາວ ແລະ ແພດທະຫານກອງທັບປະຊາຊົນ ຫວຽດນາມ ຢູ່ ແຂວງຜົ້ງສາລີ. ໃນການເຄື່ອນໄຫວມອບເຄື່ອງ ຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ ເຄື່ອງອຸປະໂພກ, ບໍລິໂພກ, ເງິນ ສົດ ຈໍານວນໜຶ່ງ ແລະ ອຸປະກອນ ການສຶກສາມອບໃຫ້ແກ່ໂຮງ ຮຽນປະຖົມ ແລະ ພໍ່ແມ່ປະຊາ ຊົນຢູ່ເມືອງສໍາພັນ, ເມືອງໃໝ່, ເມືອງຂວາ, ເມືອງບຸນໃຕ້, ບັນດາ ບ້ານວີລະຊົນຄື: ບ້ານປາກແພ, ບ້ານແສນເງິນ, ບ້ານສະໝໍ່າຫະ, ບ້ານອຸ້ມລຸ້ມ ແລະ ຢ້ຽມຢາມພະ ນັກງານປະຕິວັດ-ອາວຸໂສບໍາ ນານ ເພື່ອສະແດງຄວາມຮູ້ບຸນ ຄຸນ ແລະ ຊົມເຊີຍຕໍ່ພະນັກງານ ປະຕິວັດ-ອາວຸໂສບໍານານທີ່ໄດ້ ປະກອບສ່ວນໝົດຈິດໝົດໃຈ ທັງ ກຳລັງແຮງກາຍອຸທິດເຂົ້າໃນພາ ລະກິດປະຕິວັດປົດປ່ອຍປະເທດ ຊາດ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ມີຄວາມຮຸ່ງ ເຮືອງສີວິໄລເປັນກ້າວໆມາ. ພ້ອມ ກັນນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຍັງໄດ້ ພົບປະໂອ້ລົມ ກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊົນຈົ່ງສືບຕໍ່ຊີ້ນຳ-ນຳ ພາໃນທຸກຂົງເຂດວຽກ ແລະ ເປັນ ເຈົ້າການໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ບ້ານເມືອງມີຄວາມສະ ຫງົບສຸກໂດຍພື້ນຖານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ