ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນັກກິລາລາວທີສ້າງຜົນງານໄດ້ໂດດເດັ່ນ ປະຈຳປີ 2019
ເວລາອອກຂ່າວ: 2020-01-07 09:49:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ສຳລັບ ປີ 2019 ທີ່ຜ່ານມາ ມີນັກກີລາລາວຫຼາຍຄົນສ້າງຜົນງານໄດ້ດີເດັ່ນ ເຊິ່ງວັນນີ້ຂໍນໍາສະເໜີ10 ນັກກີລາທີ່ສ້າງຜົນງານໂດດເດັ່ນມີດັ່ງນີ້: 1. ສຸກັນ ໄຕປັນຍາວົງ ນັກກີລາຄິກບ໊ອກຊິ້ງ ສ້າງຊື່ ສຽງໃຫ້ກັບຕົນເອງ ແລະ ປະເທດ ຊາດ ຫຼັງຈາກທີ່ສາມາດຍາດ ໄດ້ຫຼຽນຄໍາພຽງ 1 ດຽວ ໃຫ້ກັບ ທັບນັກກີລາລາວ ໃນຊີເກມຄັ້ງທີ 30 ທີ່ປະເທດຟິລິບປິນ. ສຸກັນ ເກີດເມື່ອວັນທີ 6 ກັນຍາ 1991 ທີ່ບ້ານທ່າເດື່ອເມືອງ ຫາດຊາຍຟອງນະຄອນຫຼວງ ວຽງຈັນ ໃນຄອບຄົວທີ່ທຸກຍາກ, ພໍ່ແມ່ເປັນກຳມະກອນ-ຊາວນາ ຫາເຊົ້າກິນຄໍ່າ ມີອ້າຍນ້ອງຮ່ວມ ກັນ 4 ຄົນ.ຕອນອາຍຸ 12 ປີ ສຸ ກັນ ກ້າວສູ່ການເປັນນັກມວຍກັບ ຄ້າຍໂນແກັດ ຈົນເຖິງປີ 2009 ແລະ ໄປຮ່ວມຄັດຕົວຕິດທີມຊາດ ເພື່ອຮ່ວມຊີເກມ ຄັ້ງທີ 25 ທີ່ລາວ ເປັນເຈົ້າພາບຄັ້ງທຳອິດ ເຊິ່ງກໍໄດ້ ຕິດທີມຊາດສົມໃຈຫວັງ ແລະ ສາມາດໄດ້ຫຼຽນຄຳ ໃນປະຫວັດ ສາດຂອງກີລາລາວ. ຕໍ່ມາ ສຸກັນ ໄດ້ຫຼຽນຄໍາຈາກກີລາ ໂວວິນາມ ໃນຊີເກມ 2013 ແລະ ໄດ້ຫຼຽນ ຄຳກີລາມວຍລາວ ໃນກີລາມະ ຫາວິທະຍາໄລ ອາຊຽນ ຄັ້ງທີ 12 ທີ່ ສປປ ລາວ, ປັດຈຸບັນ ສຸກັນ ສັງກັດກົມກີລາກະຊວງປ້ອງກັນ ຄວາມສະຫງົບໜ້າທີ່ຮັບຜິດ ຊອບເປັນທັງຄູເຝິກ ແລະ ນັກກີ ລາ. 2. ອາຣິຍາ ພູມສະຫວັດ ນັກກີລາລົດຖີບມື 1 ຂອງທີມ ຊາດລາວ ເຈົ້າຂອງຫຼຽນຄໍາຊີ ເກມ 2013 ທີ່ມຽນມາ, ຫຼ້າສຸດ ລົງແຂ່ງຂັນໃນຊີເກມ 2019 ປະເພດທາງໄກ ROAD EVENT ໄລຍະທາງ 130 ກິໂລ ແມັດປະເພດຊາຍດຽ່ວ ສາມາດເຂົ້າເສັ້ນໄຊເປັນອັນດັບທີສອງ ດ້ວຍເວລາ 3 ຊົ່ວໂມງ 21 ນາທີ 20 ວິນາທີ ຕາມຫຼັງອັນດັບທີ 1 ນັກກີລາຈາກໄທ ພຽງ 9 ວິນາ ທີໄດ້ຫຼຽນເງິນມາຄອງ, ເຊິ່ງຖື ວ່າເປັນອີກນັກກີລາລາວທີ່ດີເດັ່ນ ແຫ່ງປີເລີຍກໍວ່າໄດ້. 3. ສິດທິເດດ ສັກບ່ຽງ ນັກກີລາສະນຸກເກີ ຖືວ່າເປັນ ນັກກີລາລາວດີເດັ່ນແຫ່ງປີໄປ ເລີຍ ກ່ອນໜ້ານີ້ສ້າງຊື່ສຽງໃຫ້ກັບ ສປປ ລາວ ດ້ວຍການໄດ້ຫຼຽນເງິນ ໃນຊີເກມ 2013 ແລະ ກາຍເປັນ ຮີໂຣ ຫຼຽນຄໍາ ໃນຊີເກມ 2017 ຈົນກາຍເປັນທີ່ຮູ້ຈັກຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດໄທ ທີ່ ສິດທິ ເດດ ລົງແຂ່ງຂັນສາມາດກວາດ ແຊັມໄດ້ຫຼາຍລາຍການນັບຕັ້ງ ແຕ່ປີ 2017-2019, ສ່ວນຜົນ ງານໃນຊີເກມ 2019 ສິດທິເດດ ລົງປ້ອງກັນແຊັມກໍສ້າງຜົນງານ ໂດດເດັ່ນ ແຕ່ມາພາດທ່າໃນໄລ ຍະທ້າຍໃນຮອບ 4 ຄົນສຸດທ້າຍ ພິກເສຍໃຫ້ນັກກີລາຈາກໄທ ໄປ ຫວຸດຫວິດ ເຮັດໃຫ້ໄດ້ຫຼຽນທອງ ໄປຄອງ. ສິດທິເດດ ເກີດວັນທີ 8 ພະຈິກ 1983 ທີ່ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເລີ່ມຫຼິ້ນກີລາສະນຸກເກີແຕ່ຕອນອາຍຸ 12 ປີ, ປັດຈຸບັນໃຊ້ຊີວິດຢູ່ປະເທດໄທ ເພື່ອລົງແຂ່ງຂັນໃນລາຍການລີກ ແລະ ລາຍການຕ່າງໆທີ່ປະເທດ ໄທ ເຊິ່ງສາມາດຍາດໄດ້ແຊັມໄດ້ຫຼາຍລາຍການ. 4. ສຸກອາພອນ ວົງຈຽງຄໍາ ນັກເຕະກອງໜ້າທີມຊາດລາວ ຊຸດໃຫຍ່ ເປັນນັກເຕະຊາວລາວ ໜຶ່ງດຽວທີ່ຫຼິ້ນໃນລີກສູງສຸດຂອງ ປະເທດໄທ ຫຼື ໄທລີກ 1 ໃນລະດູ ການ 2019 ກັບສະໂມສອນ ໄຊ ນາດ ຮອນບິລ ເຊິ່ງສ້າງຜົນງານ ໂດດເດັ່ນຍິງປະຕູໃສ່ ບູຣີຣໍາ ຢູໄນ ເຕັດ ແລະ ເມືອງທອງ ຢູໄນເຕັດ 2 ທີມຊັ້ນນໍາຂອງ ໄທລີກ ໄດ້ໂດຍ ສະເພາະປະຕູຍິງໃສ່ ເມືອງທອງ ຢູໄນເຕັດ ຊ່ວຍໃຫ້ທີມເອົາຊະນະ 3-0 ໃນລາຍການ ໂຕໂຢຕາໄທ ລີກ 2019 ໃນເດືອນເມສາ 2019 ຍາດໄດ້ລາງວັນປະຕູດີ ເດັ່ນປະຈໍາເດືອນເມສາໄປຄອງ. ສ່ວນຜົນງານໃນທີມຊາດລາວ ປີ 2019 ສຸກອາພອນ ກໍຍັງເປັນ ກໍາລັງຫຼັກຂອງທີມ ຊາດລາວ ໃນຊຸດຊີເກມ 2019 ທີ່ປະເທດຟີ ລິບປິນ ຍິງໄດ້ 1 ປະຕູພາທີມຊາດ ລາວ ລົງສະໜາມ 5 ນັດຊະນະ 1, ສະເໝີ 1 ແລະ ເສຍ 3 ນັດຢູ່ ອັນດັບທີ 5 ຂອງກຸ່ມ B. 5. ໄພລັດ ທໍາມະວົງສາ ເປັນອີກນັກກີລາລາວ ທີ່ມີບົດ ບາດສູງເປັນທັງຄູເຝິກ ແລະ ນັກ ກີລາໂວວິນາມ ທີມຊາດລາວ ຫຼ້າ ສຸດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນ ທອງໃນລາຍການ ຊີງແຊັມໂລກ ທີ່ປະເທດກໍາປູເຈຍ ລະຫວ່າງວັນ ທີ 16-22 ທັນວາ ທີ່ຜ່ານມາ. ນອກນັ້ນ ໄພລັດ ຍັງຢຶດມື 1 ຂອງ ອາຊຽນ ສະເພາະປະເພດຟ້ອນ ມີອຸປະກອນ (ກະບອງ) ໃນປັດ ຈຸບັນໄດ້ອີກ. ໄພລັດ ເກີດວັນທີ 8 ກຸມພາ 1989 ທີ່ບ້ານ ຮ່ອງສຸພາບ ເມືອງ ໄຊເສດຖາ ນະຄອນຫຼວງວຽງ ຈັນ ເລີ່ມຫຼິ້ນກີລາໂວວິນາມໃນປີ 2011 ແລະ ຍາດໄດ້ອັນດັບ 3 ໃນລາຍການຊີງແຊັມອາຊຽນ ຄັ້ງທໍາອິດທີ່ຫວຽດນາມ ກ່ອນ ຈະສາມາດສ້າງຊື່ສຽງດ້ວຍການ ໄດ້ຫຼຽນຄໍາໃນຊີເກມ 2011 ແລະ ຫຼຽນຄໍາໃນຊີເກມ 2013 ຫຼ້າສຸດໄດ້ຫຼຽນຄໍາປະເພດຟ້ອນ ກະບອງ ໃນລາຍການຊີງແຊັມ ໂລກ 2019 ທີ່ປະເທດກໍາປູເຈຍ ແລະ ຊີເກມ 2019 ຍາດໄດ້ຫຼຽນ ທອງຈາກກີລາ ຄິກບ໊ອກຊິ້ງ. 6. ນາງ ໂບວິລັກ ເທບພະກັນ ເປັນນັກກີລາເປຕັງຍິງທິມ ຊາດລາວ ເປັນປີທີ່ໂດດເດັ່ນທີ່ ສຸດຂອງລາວ ເມື່ອສ້າງປະຫວັດ ສາດໄດ້ຫຼຽນເງິນລາຍການຊີງ ແຊັມໂລກ 2019 ທີ່ປະເທດກໍາ ປູເຈຍ ໃນເດືອນພະຈິກ ທີ່ຜ່ານມາ ຈາກປະເພດຊຸດຕິ້ງ (ຍິງເປົ້າ) ເສຍໃຫ້ ເຄເລັງ ນັກກີລາຈາກກໍາ ປູເຈຍ ທີ່ເປັນແຊັມເກົ່າ 3 ສະໄໝ ຊ້ອນ. ນອກນັ້ນ ຍັງໄດ້ອີກ 1 ຫຼຽນທອງຈາກປະເພດທີມຊຸດ ຍິງໃນລາຍການດັ່ງກ່າວ, ສ່ວນ ຊີເກມ 2019 ຍາດໄດ້ 1 ຫຼຽນ ທອງ. ໂບວິລັກ ເກີດວັນທີ 21 ກັນຍາ 1995 ທີ່ແຂວງຄໍາມ່ວນ ປັດຈຸບັນ ສັງກັດຢູ່ກົມກີລາກະ ຊວງປ້ອງກັນຄວາມສະຫງົບ ໂດຍກ່ອນໜ້ານີ້ກາຍເປັນທີ່ຮູ້ຈັກ ດ້ວຍການຍາດໄດ້ 2 ຫຼຽນຄໍາ ໃນກີລາມະຫາວິທະຍາໄລອາ ຊຽນ ທີ່ມຽນມາ ໃນປີ 2018. 7.ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງມື 1 ຂອງທີມ ຊາດລາວ ເປັນນັກແລ່ນທີ່ຫຼາຍຄົນຮູ້ຈັກຫຼາຍທີ່ສຸດໃນບົດບາດນັກແລ່ນໃຈບຸນ ນອກຈາກຈະ ສ້າງຜົນງານໂດດເດັ່ນໃນສະ ໜາມແລ້ວ, ສ່ວນນອກສະໜາມ ລົດແກ້ວຍັງເປັນຜູ້ລິເລີ່ມການ ແລ່ນການກຸສົນລະດົມທຶນໄປ ຊ່ວຍ ຜູ້ທີ່ຢູ່ຫ່າງໄກສອກຫຼີກ. ລົດແກ້ວ ເກີດເມື່ອວັນທີ 5 ກັນ ຍາ 1995 ທີ່ບ້ານໝື່ນໝັ້ນ ເມືອງ ທຸລະຄົມ ແຂວງ ວຽງຈັນ, ແຕ່ພໍ ອາຍຸໄດ້ 5 ປີທາງຄອບຄົວໄດ້ ຍ້າຍໄປຢູ່ປາກເຊ ແຂວງ ຈໍາປາ ສັກ ເລີ່ມຕິດທີມຊາດຕັ້ງແຕ່ປີ 2013 ແລະ ສ້າງປະຫວັດສາດ ໄດ້ຫຼຽນທອງທໍາອິດໃນແລ່ນ-ລານປະເພດ 10.000 ແມັດຍິງ ໃຫ້ກັບ ທັບນັກກີລາລາວ ໃນຊີ ເກມ 2013 ທີ່ມຽນມາ, ສ່ວນຜົນ ງານໃນຊີເກມ 2019 ທີ່ຟິລິບປິນ ລົດແກ້ວ ລົງແຂ່ງຂັນ 2 ລາຍ ການປະກົດວ່າ ປະເພດ 3.000 ແມັດ ແລະ ປະເພດ 1.500 ແມັດ ໄດ້ອັນດັບ 6. ຜົນງານປີ 2019 ຂອງລົດແກ້ວລົງແຂ່ງຂັນທັງ ພາຍໃນ ແລະ ຕ່າງປະເທດ ໄປ ແລ້ວ 18 ລາຍການສາມາດ ກວາດແຊັມ 15 ສະໜາມ, ຍາດ ໄດ້ອັນດັບ 2 ສອງ ສະຫນາມ ແລະ ຍາດໄດ້ອັນດັບ 3 ໜຶ່ງ ສະ ໜາມ. 8. ອານຸສອນ ໄຊສາ ນັກກີລາແລ່ນ-ລານທີ່ມີຜົນ ງານໂດດເດັ່ນມາໂດຍຕະຫຼອດປີ 2019 ສາມາດຍາດໄດ້ຫຼຽນ ຄໍາປະເພດ ຂ້າມຮົ້ວ 110 ແມັດ ລາຍການ ໄທແລນ ໂອເພັນ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ແລະ ຫຼ້າສຸດໄດ້ຫຼຽນ ທອງ ປະເພດຂ້າມຮົ້ວ 110 ແມັດ ໃນຊີເກມ 2019 ທີ່ຟິລິບປິນ. ອານຸສອນ ເກີດວັນທີ 20 ມີ ນາ 1994 ເຄີຍໄດ້ຫຼຽນທອງ ໃນຊີເກມ 2013 ທີ່ປະເທດມຽນ ມາ ປະເພດຂ້າມຮົ້ວ 110 ແມັດ ແລະ ໄດ້ຫຼຽນຄຳ ປະເພດແລ່ນ ຂ້າມຮົ້ວ 110 ແມັດຊາຍ ໃນກີລາ ມະຫາວິທະຍາໄລອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ 2014. 9. ສຸລິໄຊ ສິງສະຫວັດ ຜົນງານຫຼ້າສຸດຍາດໄດ້ 1 ຫຼຽນເງິນ ໃນຊີເກມ 2019 ຈາກ ກີລາມວຍ, ສຸລິໄຊ ເກີດ ເມື່ອວັນທີ 5 ມິຖຸນາ 1992 ທີ່ບ້ານ ທາງຄົບ ເມືອງຈໍາປາສັກ ແຂວງຈໍາປາສັກ ຜົນງານເດັ່ນທີ່ຜ່ານມາຍາດໄດ້ ຫຼຽນຄໍາ ໃນຊີເກມ 2013 ຈາກ ມວຍລາວ, ໄດ້ຫຼຽນເງິນ ຈາກກີ ລາໂວວິນາມ ໃນປີ 2018 ແລະ ເປັນແຊັມມວຍລາຍການ ແມັກ ໂກລບອລ ໄທ 3 ສະໄໝ ຮຸ່ນ 46 ກິໂລກຣາມ ກ່ອນເສຍແຊັມໃຫ້ກັບ ເດວິດ ມ.ທັດສິໄນ ນັກມວຍໄທ ໃນເດືອນເມສາ 2019. 10. ນ້ອງອ້ອຍ ວົງພັກດີ ນ້ອງອ້ອຍ ເກີດເມື່ອວັນທີ 27 ເມສາ 1999 ທີ່ບ້ານແສງສະ ຫວ່າງ ເມືອງໄຊເສດຖານະຄອນ ຫຼວງວຽງຈັນ ເລີ່ມຫຼິ້ນກີລາປັນ ຈັກສີລັດ ຢ່າງເຕັມຕົວເມື່ອປີ 2014 ແລະ ສາມາດຍາດໄດ້ 1 ຫຼຽນທອງໃນຊີເກມ 2015 ທີ່ປະ ເທດສິງກະໂປ, ຍາດໄດ້ 1 ຫຼຽນ ທອງໃນລາຍການ ຟີເອຊຽນເກມ (ລາຍການທົດສອບກ່ອນເອ ຊຽນເກມ 2018) ກ່ອນຈະມີຊື່ສຽງໂດ່ງດັງໄປທົ່ວວົງການ ດ້ວຍການສ້າງປະຫວັດສາດ ຍາດໄດ້ 1 ຫຼຽນເງິນໃນເອຊຽນ ເກມ 2018. ສ່ວນຜົນງານປີ 2019 ນ້ອງ ອ້ອຍ ໂດດເດັ່ນເຊັ່ນເຄີຍລົງແຂ່ງ ຂັນພຽງລາຍການດຽວຄື ປັນຈັກ ສີລັດຫາດຊາຍ ຊີງແຊັມໂລກ ທີ່ປະເທດໄທ ໃນເດືອນຕຸລາ ສາ ມາດຍາດໄດ້ຫຼຽນເງິນ, ແຕ່ໜ້າ ເສຍດາຍ ໃນຊີເກມ 2019 ເນື່ອງ ຈາກເຈົ້າພາບບໍ່ກໍານົດຮຸ່ນ 60 ກິ ໂລກຣາມຂອງ ນ້ອງອ້ອຍ ເຂົ້າ ໃນການແຂ່ງຂັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ