ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ
ເວລາອອກຂ່າວ: 2020-01-08 09:32:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ຂປລ.ໂດຍຕອບສະໜອງ ຕາມການເຊຶ້ອເຊີນຂອງ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ພ້ອມຄະນະໄດ້ດຳເນີນ ການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງ ການໃນລະຫວ່າງ ວັນທີ 5-9 ມັງ ກອນ 2020. ໃນຕອນເຊົ້າວັນທີ 6 ມັງກອນ 2020 ສະຫາຍ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນ ທາງການ ແລະ ສົມກຽດ. ຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ ລາວ-ຈີນ, ໄດ້ດຳເນີນການພົບ ປະສອງຝ່າຍຢ່າງເປັນທາງການ ທີ່ຫໍສະພາປະຊາຊົນຈີນ, ການພົບ ປະຄັ້ງນີ້ ຜູ້ນຳທັງສອງໄດ້ພ້ອມ ກັນທົບທວນຄືນການພົວພັນມິດ ຕະພາບທີ່ເປັນມູນເຊື້ອ ແລະ ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານຕາມ 4 ດີ (ສະຫາຍທີ່ດີ, ເພື່ອນມິດທີ່ດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ ຮ່ວມມືທີ່ດີ) ແລະ ການຜັນຂະ ຫຍາຍແຜນແມ່ບົດຄູ່ຮ່ວມຊາຕາ ກຳ ລາວ-ຈີນ ທີ່ສອງສະຫາຍເລ ຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມກັນລົງນາມໃນ ເດືອນ ເມ ສາ 2019 ທີ່ຜ່ານມາ. ໃນໂອກາດດັ່ງກ່າວນີ້, ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຢ່າງ ສົມກຽດຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດອັນຈົບງາມຂອງ ການສະເຫຼີມສະຫຼອງວັນສະຖາ ປະນາ ສາທາລະນະລັດ ປະຊາ ຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງ ໃຫຍ່ ແລະ ສະຫຼຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ພາຍນອກ ແລະ ຜົນສຳເລັດອັນໃຫຍ່ຫຼວງ ໃນ ການສ້າງສາພັດທະນາປະ ເທດຊາດຂອງ ສປ ຈີນ ທີ່ຍາດ ມາໄດ້ໃນເງື່ອນໄຂທີ່ສະພາບ ແວດລ້ອມຂອງສາກົນມີການຜັນ ແປສະຫຼັບສັບຊ້ອນ, ມີສິ່ງທ້າ ທາຍຫຼາຍຢ່າງ ແລະ ເສດຖະກິດ ໂລກກໍຢູ່ໃນສະພາບທົດຖອຍ, ແຕ່ຍ້ອນການນຳພາຂອງພັກ ຄອມມຸຍນິດຈີນໂດຍມີສະຫາຍ ເລຂາທິການໃຫຍ່ ສີຈີ້ນຜິງ ເປັນ ແກນກາງນຳພາ, ມີລັດຖະບານ ເຊິ່ງມີສະຫາຍ ຫລີ ເຄີ້ສຽງ ເປັນ ຫົວໜ້າ ແລະ ມີປະຊາຊົນດຸໝັ່ນ, ຫ້າວຫັນ ແລະ ມີຈິດໃຈຮັກຊາດອັນ ດູດດື່ມ ສປ ຈີນ ສາມາດຍາດ ໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງ ສະຫງ່າຜ່າເຜີຍ, ສ້າງສັງຄົມ ນິຍົມຕາມສີສັນລັກສະນະພິເສດ ຂອງ ຈີນ ແລະ ໄດ້ສະແດງ ຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນ ສຳເລັດຂອງກອງປະຊຸມຄົບຄະ ນະກຳມະການສູນກາງພັກຄອມ ມຸຍນິດຈີນ ຄັ້ງທີ 4 ສະໄໝ XIX ກໍຄືຜົນສຳເລັດການຈັດບັນດາ ກອງປະຊຸມສາກົນຕ່າງໆ ເຊັ່ນ: ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານ ວາງສະແດງສິນຄ້ານຳເຂົ້າສາ ກົນທີ່ຊຽງໄຮ, ເວທີປຶກສາຫາ ລືໂບອາວ ປະຈຳປີ 2019 ທີ່ຜ່ານ ມາ ແລະ ອື່ນໆ. ໃນໂອກາດການຢ້ຽມຢາມຄັ້ງ ນີ້, ສອງນາຍົກລັດຖະມົນຕີຍັງ ໄດ້ແລກປ່ຽນ ແລະ ປຶກສາຫາ ລືບາງບັນຫາ ເຊັ່ນ: ການຜັນຂະ ຫຍາຍແຜນແມ່ບົດຄູ່ຮ່ວມຊາຕາ ກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນ ເອກະສານການຮ່ວມມືສອງຝ່າຍ ທີ່ມີຄວາມໝາຍຄວາມສຳຄັນໃຫ້ ແກ່ການຮ່ວມມືໃຫ້ເແກ່ 2 ພັກ 2 ລັດ ແລະ ປະຊາຊົນສອງຊາດ ໃນໄລຍະໃໝ່. ໃນດ້ານການຮ່ວມ ມືດ້ານການຄ້າ ແລະ ການລົງທືນ ກໍໄດ້ມີການເພີ່ມຂຶ້ນ, ການລົງທຶນ ຈາກ ສປ ຈີນ ໄດ້ເປັນອັນດັບໜຶ່ງ ຂອງການລົງທືນຕ່າງປະເທດ ທັງໝົດໃນ ສປປ ລາວ. ບັນດາໂຄງການຮ່ວມມືສອງຝ່າຍກໍມີຄວາມຄືບໜ້າຢ່າງເປັນທີເພິ່ງພໍໃຈ ໂດຍສະເພາະໂຄງການທາງ ລົດໄຟຄວາມໄວສູງ ລາວ-ຈີນ ໄດ້ດຳເນີນສຳເລັດເຖິງ 83% ແລະ ໂຄງການທາງດ່ວນລາວ-ຈີນ ວຽງຈັນ-ວັງວຽງ ກໍມີຄວາມ ຄືບໜ້າແລ້ວ 50% ທັງສອງໂຄງ ການຄາດວ່າຈະສຳເລັດຕາມ ແຜນການທີ່ກຳນົດໄວ້. ນອກນັ້ນ ຍັງມີໂຄງການຊ່ວຍເຫຼືອລ້າອື່ນໆ ກໍໄດ້ດຳເນີນໄປຢ່າງມີຄວາມຄືບ ໜ້າດີ ພ້ອມນີ້ ໃນປີ 2021 ເປັນປີ ຄົບຮອບ 60 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳ ນົດໃຫ້ເປັນປີມິດຕະພາບ ລາວ- ຈີນ. ພາຍຫຼັງການພົບປະຢ່າງ ເປັນທາງການແລ້ວສອງນາຍົກ ລັດຖະມົນຕີໄດ້ເປັນສັກຂີພິຍານ ໃນການລົງນາມເອກະສານຮ່ວມ ມືສອງຝ່າຍຈຳນວນໜຶ່ງ. ພ້ອມດຽວກັນນີ້, ສອງນາຍົກ ລັດຖະມົນຕີ ກໍໄດ້ເຫັນດີຕໍ່ການ ເປັນປະທານຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະ ຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ພ້ອມກັນ ນັ້ນ, ກໍໄດ້ຮຽນເຊີນສະຫາຍ ນາຍົກ ຫຼີ ເຄີ້ສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເຂົ້າ ຢ້ຽມຂໍ່າ ນັບ ສະຫາຍ ສີ ຈີ້ນຜິງ, ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປ ຈີນ ແລະ ພົບປະ ກັບ ສະຫາຍ ຫຼີ ຈານຊູ, ປະທານ ສະພາປະຊາຊົນທົ່ວປະເທດຈີນ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງນັກທຸລະກິດຈີນ ທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງສະຫາຍ ຫູ ເຫີ ຜິງ, ເລຂາພັກແຂວງໆສານຊີ, ສະຫາຍ ເສີນ ຫາວ, ເລຂາພັກ ແຂວງໆຢຸນນານ, ສະຫາຍ ຊູ ສິນ ຫຼົງ, ເລຂາພັກນະຄອນແຢນອານ, ຢ້ຽມຢາມກຸ່ມລັດວິສາຫະກິດລົດ ໄຟແຫ່ງຊາດຈີນ, ຢ້ຽມຢາມກຸ່ມ ບໍລິສັດລົງທືນ ແລະ ກໍ່ສ້າງແຂວງ ຢູນນານ, ຢ້ຽມຢາມສະຖານທີ່ ທ່ອງທ່ຽວ ແລະ ພື້ນຖານການຜະ ລິດທີ່ສຳຄັນຈຳນວນໜຶ່ງອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ