ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງສະຫວັນນະເຂດ ຈັດງານແຂ່ງຂັນເຕະບານ U-20
ເວລາອອກຂ່າວ: 2020-01-08 09:45:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ຖືວ່າຫຼາຍແຂວງກໍາລັງຄືກ ຄັກໃນການກະກຽມຈັດການ ແຂ່ງຂັນບານເຕະ ເພື່ອກຽມພ້ອມ ໃສ່ວັນສໍາຄັນຂອງຊາດກໍຄືວັນ ກອງທັບປະຊາຊົນລາວ 20 ມັງ ກອນ ແລະ ເປັນການກະກຽມ ໃສ່ກີລາແຫ່ງຊາດຄັ້ງທີ 11 ທີ່ ແຂວງຊຽງຂວາງທີ່ຈະເປີດ ສາກຂຶ້ນໃນເດືອນມີນາ 2020 ຫຼ້າສຸດ ແຂວງສະຫວັນນະເຂດ ເປັນແຂວງທໍາອິດທີ່ເປີດການ ແຂ່ງຂັນຢ່າງເປັນທາງການເມື່ອ ອາທິດທີ່ຜ່ານມານີ້. ແຂວງສະຫວັນນະເຂດ ຈັດການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸ 20 ປີຈໍາປີ 2020 ໂດຍ ມີທີມເຂົ້າຮ່ວມ 10 ທີມ ແບ່ງເປັນ 2 ສາຍໆລະ 5 ທີມ ປະກອບມີ: ສາຍ A ເຊໂນ, ຊັນໄຊ ເອັຟຊີ, ສະ ຫວັນຊິດຕີ້, ສະຫວັນຢູໄນເຕັດ ແລະ ໂພໄຊນ້ອຍ ເອັຟຊີ;ສ່ວນ ສາຍ B ມໍປາຍໂພນສະຫວັນ, ຈໍາພອນເອັຟຊີ, ນານາ ແລະ ຊອກຊິດຕີ້. ສໍາລັບການແຂ່ງຂັນຈັດຂຶ້ນ ລະຫວ່າງ 4 - 26 ມັງກອນ 2020 ທີ່ສະໜາມກີລາກາງ ແຂວງສະ ຫວັນນະເຂດ, ສ່ວນອີກແຂວງ ກໍຄືແຂວງຈໍາປາສັກ ກຽມຈັດ ບານເຕະຊາຍຮຸ່ນທົ່ວໄປ ຊີງຂັນ ສະຫະພັນບານເຕະແຫ່ງຊາດ ລາວຈະຈັດຂຶ້ນລະຫວ່າງວັນທີ 11-31 ມັງກອນ 2020.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ