ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນຈັດຕະວາ ວົງສັກ ພົມທະວົງ ເນັ້ນໃຫ້ຄະນະພັກຮາກຖານ ໂຮງງານຕັດຫຍິບເລກ I ກອງທັບ ເພີ່ມທະວີບົດບາດການນຳພາຂອງຕົນ
ເວລາອອກຂ່າວ: 2018-11-29 10:49:55 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 10796 | ຄວາມນິຍົມ:



ໃນໂອກາດເຂົ້າຮ່ວມກອງປະ ຊຸມໃຫຍ່ຄັ້ງທີ VII ຂອງຄະນະ ພັກຮາກຖານໂຮງງານຕັດຫຍິບ ເລກ I ກອງທັບຄັ້ງວັນທີ 28 ພະ ຈິກ 2018 ນີ້, ສະຫາຍພົນຈັດຕະ ວາ ວົງສັກ ພັນທະວົງ ກຳມະ ການ ຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບໄດ້ເນັ້ນໃຫ້ຄະ ນະພັກ, ຄະນະອຳນວຍການໂຮງ ງານຕັດຫຍິບເລກ I ກອງທັບ ສຸມໃສ່ປັບປຸງແບບແຜນວິທີ ນຳພາ, ແບບແຜນວິທີເຮັດວຽກ ຂອງຕົນເພື່ອນຳພາຂົງເຂດວຽກ ງານການຜະລິດເຄື່ອງນຸ່ງຫົ່ມ ກອງທັບໃຫ້ບັນລຸຕາມຄາດໝາຍ ທີ່ຂັ້ນເທິງວາງໄວ້ດ້ວຍການສືບ ຕໍ່ເພີ່ມທະວີວຽກງານສຶກສາອົບ ຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ, ກຳມະ ກອນມີແນວຄິດຫຼັກໝັ້ນຊົນຊັ້ນ, ມີຄວາມຈົງຮັກພັກດີ ແລະ ມີນໍ້າ ໃຈເສຍສະຫຼະອັນສູງສົ່ງ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາ ລະກິດລວມຂອງຊາດ, ນຳພາ ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃຫ້ໄດ້ທັງປະລິມານ ແລະ ຄຸນະພາບ, ຄຸ້ມຄອງຊັບສົມບັດ ລວມຂອງໂຮງງານໃຫ້ດີ, ຮັບ ປະກັນການຊົມໃຊ້ໄດ້ຍາວນານ ແລະ ກຸ້ມຄ່າລວມທັງໂຮງງານ ຕັດຫຍິບກອງທັບເລກ II ທີ່ຕັ້ງຢູ່ ແຂວງອຸດົມໄຊ ສືບຕໍ່ກໍ່ສ້າງພັກ ໃຫ້ເຂັ້ມແຂງຕິດພັນກັບໜ້າທີ່ ວຽກງານ ຊີ້ນຳອົງການຈັດຕັ້ງ ມະຫາຊົນທີ່ເປັນກຳລັງແຮງຂອງ ໂຮງງານໃຫ້ເຄື່ອນໄຫວຕາມພາ ລະບົດບາດຂອງຕົນຢ່າງຕັ້ງໜ້າ. ສ້າງພະນັກງານນຳພາບັນຊາພະ ນັກງານວິຊາການໃຫ້ມີຄຸນທາດ ການເມືອງໜັກແໜ້ນ ໂດຍຜ່ານ ພຶດຕິກຳຕົວຈິງ, ຊີ້ນຳ-ນຳພາ ການຜະລິດເປັນສິນຄ້າ ສ້າງລາຍ ຮັບເຂົ້າກົມກອງປະຕິບັດພັນທະ ຕໍ່ຂັ້ນເທິງ ແລະ ແກ້ໄຂຊີວິດການ ເປັນຢູ່ຂອງພະນັກງານ ກຳມະ ກອນດີຂຶ້ນເປັນກ້າວໆ, ທັງເຕົ້າ ໂຮມຄວາມສາມັກຄີເປັນປຶກແຜ່ນ ພາຍໃນຄະນະພັກ, ສະມາຊິກພັກ, ພະນັກງານກຳມະກອນໃຫ້ມີ ຄວາມກົມກຽວ ເພື່ອເຮັດໃຫ້ການ ຜະລິດບັນລຸຕາມເປົ້າໝາຍ ພ້ອມ ກັນຕີຖອຍທຸກປາກົດການຫຍໍ້ທໍ້ ທີ່ອາດເກີດຂຶ້ນ. ພັນເອກ ນາງ ເນາະ ພົມມີໄຊ ເລຂາຄະນະພັກຮາກຖານ, ຫົວ ໜ້າອຳນວຍການໂຮງງານຕັດ ຫຍິບເລກ I ກອງທັບໃຫ້ຮູ້ວ່າ: ຜ່ານການນຳພາໃນໄລຍະຊຸມປີ ຜ່ານມາ ຄະນະພັກຮາກຖານສາ ມາດຍາດໄດ້ຜົນງານພົ້ນເດັ່ນ ຫຼາຍດ້ານເປັນຕົ້ນແມ່ນວຽກ ງານປັບປຸງກໍ່ສ້າງກຳລັງ, ວຽກ ງານກໍ່ສ້າງພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກ ງານສະກັດກັ້ນ ແລະ ແກ້ໄຂປາ ກົດການຫຍໍ້ທໍ້, ວຽກງານກວດ ກາ ແລະ ວຽກງານນະໂຍບາຍ, ປະກັນສັງຄົມ, ການແກ້ໄຂຊີວິດ ການເປັນຢູ່ ແລະ ວຽກງານຮ່ວມ ມືກັບສາກົນ ແລະ ວຽກຕ່າງໆ ປິ່ນອ້ອມການນຳພາຂອງຄະນະ ພັກລ້ວນແຕ່ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງໄດ້ຮັບໝາກຜົນດີ, ອັນພົ້ນເດັ່ນທີ່ສຸດໄລຍະ 5 ປີ ຜ່ານມານັ້ນກົມກອງສາມາດສ້າງ ລາຍຮັບເພີ່ມເປັນກຳໄລສຸດທິ ຫຼາຍກວ່າ 3 ຕື້ກີບ ແລະ ມອບ ພັນທະໃຫ້ກະຊວງເກືອບ 500 ລ້ານກີບ. ນອກນັ້ນໂຮງງານຍັງມີການ ສ້າງຄັງປະກັນສຸຂະພາບໃຫ້ພະ ນັກງານສັນຍາແຮງງານເພື່ອ ຮອງຮັບເວລາເຈັບເປັນ ແລະ ພັກ ຜ່ອນ, ຕາມລະບອບປະກັນສຸຂະ ພາບກອງທັບ ໃນນັ້ນປະກອບ ສ່ວນຊ່ວຍເຫຼືອສັງຄົມເປັນຕົ້ນ ແມ່ນພະນັກງານອາວຸໂສບຳ ນານ, ພະນັກງານ-ນັກຮົບທີ່ປະ ຕິບັດໜ້າທີ່ຢູ່ເຂດທຸລະກັນດານ ຫ່າງໄກ ສອກຫຼີກ ແລະ ຊ່ວຍ ເຫຼືອສັງຄົມທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຫຼາຍກວ່າ 250 ລ້ານກີບ. ກອງປະຊຸມໄດ້ດຳເນີນການ ປ່ອນບັດຄັດເລືອກເອົາຄະນະພັກ ຊຸດໃໝ່ ໂດຍແມ່ນພັນເອກນາງ ເນາະ ພົມມີໄຊ ເປັນເລຂາຄະນະ ພັກຮາກຖານ, ພັນໂທ ອຸ່ນ ປັນ ຍາແກ້ວ ເປັນຮອງເລຂາຄະນະ ພັກຮາກຖານ ແລະ ບັນດາສະ ຫາຍໃນຄະນະພັກໄດ້ຕາມລະດັບ ຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ